ເນປານ ອອກກົດໝາຍຫ້າມໃຊ້ພລາສະຕິກແບບຄັ້ງດຽວ ໃນເຂດຍອດພູເອເວີເຣສ

60

ລັດຖະບານເນປານໄດ້ອອກມາດຕະການຫ້າມນຳໃຊ້ຜະລິດຕະພັນພລາສະຕິກທີ່ໃຊ້ພຽງຄັ້ງດຽວ ໃນຂົງເຂດທີ່ໃກ້ກັບຍອດພູເອເວີເຣສ ເຖິງວ່າຈະມີຜົນບັງຄັບໃຊ້ຢ່າງເປັນທາງການ ຕັ້ງແຕ່ຕົ້ນປີໜ້າ ແຕ່ໜ່ວຍງານທີ່ກ່ຽວຂ້ອງກໍ່ຫວັງວ່າຈະໄດ້ຮັບການຮ່ວມມືຈາກທຸກພາກສ່ວນຕັ້ງແຕ່ນີ້ເປັນຕົ້ນໄປ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກາດມານດຸ ປະເທດເນປານ ເມື່ອວັນພະຫັດ ທີ 22 ສິງຫາ ວ່າ ລັດຖະບານເນປານ ປະກາດເມື່ອວັນພຸດ ວ່າ ຈະເລີ່ມໃຊ້ມາດຕະການຫ້າມນຳໃຊ້ຜະລິດຕະພັນພລາສະຕິກທີ່ໃຊ້ເທື່ອດຽວແລ້ວຖິ້ມ ໃນຂົງເຂດໃກ້ຍອດພູເອເວີເຣສ ນັບຕັ້ງແຕ່ເດືອນມັງກອນ ປີ 2020 ເປັນຕົ້ນໄປ ໂດຍເທສະບານເມືອງຄຸມມູ, ປາຊັງ, ລາມູ ຈະເປັນເຂດນໍາພາ ເນື່ອງຈາກຢູ່ໃກ້ກັບຈຸດທາງຂື້ນໄປປີນພູຫຼາຍທີ່ສຸດ.

ในภาพอาจจะมี เมฆ, ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ

ในภาพอาจจะมี หนึ่งคนขึ้นไป, สถานที่กลางแจ้ง และธรรมชาติ

ເຖິງວ່າທາງການເນປານ ຍັງບໍ່ໄດ້ກຳນົດບົດລົງໂທດສຳລັບຜູ້ລະເມີດອອກມາແບບຈະແຈ້ງເທື່ອ ແຕ່ໄດ້ປະສານງານກັບສາຍການບິນ, ບໍລິສັດທົວ ແລະ ນັກປີນພູ ທີ່ເດີນທາງມາພູເອເວີເຣສ ກ່ຽວກັບມາດຕະການດັ່ງກ່າວແລ້ວ. ຢ່າງໃດກໍ່ຕາມ, ເພື່ອຄວາມສະອາດ ແລະ ຄວາມສວຍງາມຂອງສິ່ງແວດລ້ອມໃນໄລຍະຍາວ ຖ້າວ່າທຸກຝ່າຍເລີ່ມຮ່ວມມືປະຕິບັດກັນຕັ້ງແຕ່ຕອນນີ້. ອີກປະການໜຶ່ງ ຖ້າຢ້ອນກັບໄປ ເມື່ອ 6 ປີທີ່ແລ້ວ ລັດຖະບານໄດ້ຮຽກເກັບເງິນມັດຈໍາສູງເຖິງ 4.000 ໂດລາ (ປະມານ 34,8 ລ້ານກີບ) ຕໍ່ຄະນະນັກປີນພູ 1 ທີມ ໃນການປີນຂຶ້ນພູເອເວີເຣສ ຫຼັງຈາກນັ້ນ ຂາກັບລົງມາກໍ່ສາມາດຊ່ວຍເກັບຂີ້ເຫຍື້ອລົງມານໍາຢ່າງໜ້ອຍ 8 ກິໂລກຣາມ ແຕ່ຈາກສະຖິຕິຕະຫຼອດໄລຍະທີ່ຜ່ານມາ ມີຈໍານວນເຄິ່ງໜຶ່ງທີ່ສາມາດເຮັດໄດ້.

ในภาพอาจจะมี ภูเขา, ท้องฟ้า, เมฆ, ธรรมชาติ และสถานที่กลางแจ้ง

ຂະນະດຽວກັນ ຄະນະກຳມະການກ່ຽວກັບພູເອເວີເຣສ ຂອງລັດຖະບານເນປານ ໄດ້ປຶກສາຫາລືກັນກ່ຽວກັບຄວາມເປັນໄປໄດ້ຂອງການອອກກົດລະບຽບໃຫ້ນັກປີນພູທີ່ຜ່ານການປີນພູແຫ່ງອື່ນຂອງຂົງເຂດພູຫິມະໄລໃນປະເທດເນປານ ເຊິ່ງມີຄວາມສູງຢ່າງໜ້ອຍ 6.500 ແມັດ ມາກ່ອນໜ້ານັ້ນແລ້ວ ຈຶ່ງຈະໄດ້ຮັບອະນຸຍາດໃຫ້ປີນຂຶ້ນສູ່ຍອດພູເອເວີເຣສ ແລະ ການສະເໜີເພີ່ມຄ່າທຳນຽມການປີນຂຶ້ນຍອດພູເອເວີເຣສ ຈາກປະຈຸບັນ  11 ພັນໂດລາ (ປະມານ 95 ລ້ານກີບ) ເປັນ 35 ພັນໂດລາ (ປະມານ 305 ລ້ານກີບ).

ในภาพอาจจะมี เมฆ, ท้องฟ้า, ภูเขา, สถานที่กลางแจ้ง และธรรมชาติ