ສາວຊໍາເໜືອ ຂໍຕາມຄວາມຝັນໃຫ້ເປັນຈິງ ມິສຢູນິເວີຣສລາວ 2019 MUL20 ຫຼ້າຊ້ອຍ ສຸນິສາ

169

ມາທີ່ກອງປະກວດນາງສາວ ມິສຢູນິເວີຣສລາວ 2019 ທີ່ບອກເລີຍວ່າກໍາລັງເຂັ້ມຂຸ້ນ ໃນການ ເຄື່ອນໄຫວເຮັດກິດຈະກໍາຕ່າງໆຂອງທາງກອງປະກວດ ເພາະວັນທີ 24 ສິງຫານີ້ ແມ່ນມື້ປະກາດຜົນແລ້ວ.

*

*

*

ອີກໜຶ່ງສາວງາມທີ່ນັບວ່າກະແສມາແຮງຕັ້ງແຕ່ຕົ້ນຈົນເຖິງມື້ນີ້ເລີຍ ກັບສາວ ຫຼ້າຊ້ອຍ ສຸນິສາ ວິໄລຄໍາ ໜຶ່ງຜູ້ເຂົ້າປະກວດມິສຢູນິເວີຣສລາວ 2019 ໝາຍເລກ 20 ອາຍຸ 27 ປີ ເກີດຢູ່ບ້ານ ຮາມໃຕ້ ເມືອງຊໍາເໜືອ ແຂວງຫົວພັນ ເປັນ Air hostess ຢູ່ ສາຍການບິນ Lao Skyway.

*

*

*

ປັດຈຸບັນອາໄສຢູ່ບ້ານ ດົງຄໍາຊ້າງ ເມືອງຫາດຊາຍຟອງ ຈົບການສຶກສາມາຈາກ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ ສາຍຄູພາສາອັງກິດ ລະດັບປະລິນຍາຕີ.

*

*

*

ຫຼ້າຊ້ອຍ ບອກກັບທີມຂ່າວເສດຖະກິດການຄ້າວ່າ: ເຫດຜົນທີ່ມາເຂົ້າປະກວດ ຍ້ອນມີຄວາມຝັນແຕ່ຕອນຍັງນ້ອຍ ຢາກເປັນນາງງາມ ແລະ ສາວແອ ຫລື ພ/ງ ຕ້ອນຮັບເທິງເຮືອບິນ ຕອນນີ້ຄວາມຝັນສໍາເລັດໄປຢ່າງ 1 ແລ້ວ ຄືໄດ້ເປັນສາວແອ ຍ້ອນເຫດຜົນນີ້ນ້ອງຈື່ງຢາກມາປະກວດ ເວທີອັນຊົງກຽດນີ້ ຄືເວທີມີສຢູນິເວີຣສ…

*

*

*

ຫຼ້າຊ້ອຍ ບໍ່ເຄີຍຜ່ານເວທີຫຍັງມາກ່ອນ ນີ້ເປັນເທື່ອທໍາອິດທີ່ນ້ອງກ້າວຂາສູ່ເສັ້ນທາງນາງງາມ ບໍ່ເຄີຍຮູ້ວ່ານາງງາມ ຫລື ນາງແບບ ຕ້ອງຍ່າງ ຫລື ເດີນແບບໃດ ແຕ່ນ້ອງໄດ້ໂອກາດມາຢືນໃນຈຸດໆນີ້ ຄືເຂົ້າຮອບ 30 ຄົນ ນ້ອງຈະພະຍາຍາມຮຽນຍ່າງ ຝຶກຊ້ອມ ໃຫ້ຜົນມັນອອກມາດີທີ່ສຸດ ເທົ່າທີ່ຈະເຮັດໄດ້.

*

*

*

ສໍາຫລັບເຄັດລັບການຮັກສາຮຸ່ນ ແລະ ຄວາມງາມນີ້ ສໍາລັບນ້ອງເປັນຄົນທີ່ມີຮູບຮ່າງຈ່ອຍແບບນີ້ມາແຕ່ນ້ອຍແລ້ວ ນ້ອງມັກອອກກຳລັງກາຍ, ມັກລອຍນໍ້າ, ເຕະບານ ຕີບານ ຕີບຸ້ນ…

*

*

*

ທຸກຄົນລ້ວນແລ້ວແຕ່ມີຄວາມງາມທີ່ແຕກຕ່າງກັນຢູ່ແລ້ວ ມີແຕ່ພັກຜ່ອນໃຫ້ພຽງພໍ ກິນນໍ້າໃຫ້ຫຼາຍ.

ຜູ້ຊາຍໃນສະເປັກ ຫຼ້າຊ້ອຍ ມັກຜູ້ຊາຍທີ່ໂຕສູງກວ່າ ແຕ່ທີ່ຈິງແລ້ວ ແບບໃດກະໄດ້ ຂໍໃຫ້ເປັນຄົນດີ ຮັກເຮົາຄົນດຽວກໍ່ພໍແລ້ວ.

*

*

*

ຫຼ້າຊ້ອຍເປັນລູກສາວຫຼ້າ ຄອບຄົວມີທັງໝົດ 6 ຄົນ ມີເອື້ອຍ 4 ຄົນ ແລະ ອ້າຍ 1 ຄົນ,
ສໍາຫລັບເປົ້າໝາຍໃນອານາຄົດແມ່ນ ຢາກມີທຸລະກິດສ່ວນໂຕເປັນຂອງໂຕເອງ ຢາກມີຄອບຄົວທີ່ສົມບູນແບບ ຢາກດູແລຄອບຄົວ ພໍ່ແມ່ໃຫ້ດີທີ່ສຸດ ຂໍຂອບໃຈ.