ຊົມເຊີຍ! ເຈົ້າໜ້າທີ່ສະຫວັນນະເຂດ ທໍາລາຍອາວຸດ-ອຸປະກອນຫາປາ

114

ໃນວັນທີ 16 ສິງຫາ 2019 ຜ່ານມາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ເຄື່ອງມືທີ່ຜິດລະບຽບກົດໝາຍຂຶ້ນ ຢູ່ທີ່ສູນດັດສ້າງຄຳສະຫວ່າງ (ຫຼັກ33) ເມືອງໄຊພູທອງ ໂດຍການເຂົ້າຮ່ວມຂອງທ່ານ ພັອ ລຳຄູນ ວໍລະວົງ ຮອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຄະນະຫ້ອງອ້ອມຂ້າງກອງບັນຊາການ,ຄະນະສູນດັດສ້າງຄຳສະຫວ່າງແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຕອງໄທ ຈັນແພງວົງ ຮອງຫົວໜ້າ ຫ້ອງຄຸມຄ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ: ເພື່ອເປັນການປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ກໍ່ຄື ຄຳສັງວ່າດ້ວຍ ການກວດກາ ແລະ ເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ທັງເປັນການແກ້ໄຂບັນຫາທຳລາຍສັດນໍ້າ-ສັດປາ ແລະ ການຕັດໄມ້ທຳລາຍປ່າ.

ໃນໄລຍະໜຶ່ງປີຜ່ານມາ ກໍາລັງ ປກສ ເມືອງທັງ 14 ເມືອງ ແລະ 1 ນະຄອນ ສົມທົບ ກັບ ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ໃນການແກ້ໄຂ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະແມ່ນການຕິດຕາມກວດກາເກັບກູ້ອາວຸດເສິກ- ຢຶດອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ແລະ ອຸປະກອນອື່ນໆ ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ.

ການທໍາລາຍສິງທີ່ຜິດກົດໝາຍໃນຄັ້ງນີ້ປະກອບມີ ປືນແກັບ ຈຳນວນ 982 ກະບອກ, ເຄື່ອງມືຊ໋ອດປາ ຈໍານວນ 64 ເຄື່ອງ, ບັ້ງກະໂພກ ຈຳນວນ 64 ກັບ ແລະ ບັ້ງພຸ ສັ້ນ-ຍາວ ຈໍານວນ 40 ບັ້ງ.