ເອັມ 10 ແລະ ແອລ 7 ຄວ້າລາງວັນຊະນະເລີດລາວຊຸບເປີໂມເດວ 2019

40

ໂຄງການປະກວດ ລາວຊຸບເປີໂມເດວ Lao Super Model 2019 ຈັດຂຶ້ນຕໍ່ເນື່ອງເປັນປີທີ 6 ເພື່ອເປັນເວທີເປີດໂອກາດໃຫ້ຊາວໜຸ່ມ ແລະ ເຍົາວະຊົນລາວ ໄດ້ຮຽນຮູ້ຝຶກທັກສະທ່າທາງການສະແດງອອກດ້ວຍຄວາມສາມາດຢ່າງເຕັມທີ່ ຂະນະທີ່ປີນີ້ຜູ້ຊະນະເລີດຮຸ່ນ   ຊາວໜຸ່ມຝ່າຍຊາຍເປັນ ເອັມ 10 ແລະ ຝ່າຍຍິງແມ່ນ ແອລ 7.

ການປະກວດຮອບຊີງຊະນະເລີດໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2019 ທີ່ໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງຊາດ, ທ່ານ ພອນຈັນ ແພງພູວັນ ຮອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ທ່ານ ນາງ ວັນນາລີ ອ່ອນສະຫວັດ ປະທານໂຄງການປະກວດ ລາວຊຸບເປີໂມເດວ ພ້ອມດ້ວຍບັນດາສິລະປິນໃນວົງການບັນເທີງລາວ ແລະ ມວນຊົນທີ່ເຂົ້າຮ່ວມເຊຍເປັນກໍາລັງໃຈໃຫ້ບັນດານ້ອງໆ.

ທ່ານ ນາງ ວັນນາລີ ອ່ອນສະຫວັດ ໄດ້ກ່າວວ່າ: ໂຄງການນີ້ຈະຊ່ວຍໃຫ້ໄວໜຸ່ມລາວຮູ້ຄິດ ແລະ ກ້າສະແດງອອກຫຼາຍຂຶ້ນໃນເວທີຕ່າງໆ ເຊິ່ງຫຼັງຜ່ານການປະກວດມັນຈະຊ່ວຍໃຫ້ນ້ອງໆສາມາດພັດທະນາຕົນເອງ, ສືບຕໍ່ເຄື່ອນໄຫວໃນຫຼາຍໆກິດຈະກໍາທີ່ກ່ຽວຂ້ອງຕະຫຼອດປີ, ເປັນເວທີໜຶ່ງທີ່ໄດ້ສ້າງສະຕິ, ຈິດສໍານຶກໃນວຽກງານອະນຸຮັກ – ຮັກສາ ແລະ ເສີມຂະຫຍາຍຄຸນຄ່າເອກະລັກວັດທະນະທໍາຂອງຊາດ.

ໃນຮອບ Final Walk ຂອງນ້ອງໆທັງ 32 ຄົນ ( ຮຸ່ນໃຫຍ່ 20 ຄົນ ແລະ ຮຸ່ນນ້ອຍ 12 ຄົນ ) ໃນຊຸດຕ່າງໆ ແລະ ໄດ້ຜູ້ຊະນະເລີດ ດັ່ງນີ້:

ລາງວັນຊະນະເລີດ ລາວຊຸບເປີໂມເດວ 2019 ຮຸ່ນນ້ອຍ: ເດັກຊາຍໄດ້ແກ່ SM3 ທ້າວ ສຸພາໄຊ ຄໍາຫົງສາ ແລະ ເດັກຍິງໄດ້ແກ່ SL1 ນາງ ອານິດາ ຈັນທະວົງ.

ລາງວັນຂວັນໃຈຊ່າງພາບຮຸ່ນນ້ອຍ: ເດັກຊາຍໄດ້ແກ່ SM1 ທ້າວ ອານຸວົງ  ພັນທະວະດີ ແລະ ເດັກຍິງໄດ້ແກ່ SL2 ນາງ ດວງໃຈ ວົງສາ.

ລາງວັນຂວັນໃຈມະຫາຊົນຮຸ່ນນ້ອຍ: ເດັກຊາຍໄດ້ແກ່ SM4 ທ້າວ ພະນົມພອນ ເທບພະສຸວັນ ແລະ ເດັກຍິງໄດ້ແກ່ SL4 ນາງ ດາລາວົງ ວັນທານຸວົງ.

ລາງວັນຊະນະເລີດ ລາວຊຸບເປີໂມເດວ 2019 ຮຸ່ນໃຫຍ່: ຊາຍໄດ້ແກ່ M10 ທ້າວ ໄຊສົມບູນ ຜິວນວນ ແລະ ຍິງໄດ້ແກ່ L7 ນາງ ກໍລະພິນ ສິນລາດຊະວົງ.

ລາງວັນຂວັນໃຈຊ່າງພາບຮຸ່ນໃຫຍ່: ຊາຍໄດ້ແກ່ M1 ທ້າວ ໄຊຊະນະ ສິນບັນດິດ ແລະ ຍິງໄດ້ແກ່ L2 ນາງ ແຄັດຕີ້ ແສງອໍາພັນ.

ລາງວັນຂວັນໃຈມະຫາຊົນຮຸ່ນໃຫຍ່: ຊາຍໄດ້ແກ່ M2 ທ້າວ ທະນູສອນ ພິລາວົງ ແລະ ຍິງໄດ້ແກ່​ L9 ນາງ ຕາໜຶ່ງ ຈັນທະແສນສັກ.

ລາງວັນຈາກ Karmart ແຕ່ງໜ້າຟຣີ 1 ປີ: ຊາຍໄດ້ແກ່ M5 ທ້າວ ອິນທະເນດ ໄກສອນເສນາ ແລະ ຍິງໄດ້ແກ່ L9 ນາງ ຕາໜຶ່ງ ຈັນທະແສນສັກ.

ລາງວັນ Photoshoot ຈາກຮ້ານ ຄໍາພູວົງ ມູນຄ່າ 1 ລ້ານ 5 ແສນກີບ ຊາຍໄດ້ແກ່: M8 ທ້າວ ສຸກທະວີ ອຸບົນປະເສີດ ແລະ ຍິງໄດ້ແກ່: L7 ນາງ ກໍລະພິນ ສິນລາດຊະວົງ.

ລາງວັນຈາກ Karmart ຮັບເຄື່ອງສໍາອາງຟຣີ 1 ປີ ຊາຍໄດ້ແກ່: M5 ທ້າວ ອິນທະເນດ ໄກສອນເສນາ ແລະ ຍິງໄດ້ແກ່: L4 ນາງ ພຸດທະສອນ ຄໍາວົງສົດ.

ລາງວັນພັດລົມຈາກ ບໍລິສັດ LT ມອບໃຫ້ທັງໝົດ 32 ຄົນ.

ລາງວັນຈາກ K33 ມູນຄ່າ 1 ລ້ານກີບ ຊາຍໄດ້ແກ່: M8 ທ້າວ ສຸກທະວີ ອຸບົນປະເສີດ ແລະ ຍິງໄດ້ແກ່: L6 ນາງ ຈິນຕະນາ ຄິດາພອນ.

ລາງວັນໜຸ່ມ – ສາວສຸຂະພາບດີຈາກ Karmart ຊາຍໄດ້ແກ່: M6 ທ້າວ ວິທະນົງ ອິນທະລັງສີ ແລະ ຍິງໄດ້ແກ່: L5 ນາງ ພຸດອາລຸນ ວົງດາລາ.

( ຂ່າວ: ທິບອຸສາ )