ກຽງໄກ ຊວ້ານສວນດາວ ຕົວແທນຊາຍໜຸ່ມລາວຄົນທໍາອິດໄປປະກວດໃນເວທີ Mr Global

139

ບໍລິສັດ ທີເຄ ການບັນເທີງ ໃນນາມຜູ້ຖືກມອບໝາຍສົ່ງຕົວແທນຊາຍໜຸ່ມລາວທີ່ມີເງື່ອນໄຂທາງດ້ານບຸກຄະລິກກະພາບ, ຮູບຮ່າງງາມ, ມີຄວາມຮູ້ ແລະ ຄວາມສາມາດ ໄປປະກວດໃນເວທີສາກົນ Mr Global ໃນລະຫວ່າງວັນທີ 13 – 26 ກັນຍາ 2019 ທີ່ບາງກອກ ປະເທດໄທ.

ພິທີຖະແຫຼງຂ່າວເປີດຕົວ ທ້າວ ກຽງໄກ ຊວ້ານສວນດາວ Mr Global Laos ຄົນທໍາອິດຂອງປະເທດລາວ ຈັດຂຶ້ນໃນວັນທີ 15 ສິງຫາ 2019 ທີ່ທາດຫຼວງພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຕ້າ ຈິດຕະລາດ ປະທານກອງປະກວດ, ທ່ານ ອິນປັນ ບໍລິຫານ ຜູ້ອໍານວຍການກອງປະກວດ, ທ່ານ ທະວີສັກ  ທໍາມະວົງສາ ປະທານ ທີເຄ ການບັນເທີງ ພ້ອມດ້ວຍບັນດາສິລະປິນ, ນັກຮ້ອງ, ນັກສະແດງ ແລະ ສື່ມວນຊົນທຸກຂະແໜງການ.

ທ່ານ ອິນປັນ ບໍລິຫານ ກ່າວວ່າ: ການສົ່ງຕົວແທນຊາຍໜຸ່ມລາວ Mr Global Laos ສູ່ Mr Global ປີນີ້ເປັນປີທີ 6 ແລະ ເປັນປີທໍາອິດທີ່ປະເທດລາວເຂົ້າຮ່ວມ. ສໍາລັບປີທໍາອິດຂອງປະເທດລາວ ໄດ້ລິຂະສິດ ແລະ ມອບໝາຍໃຫ້ ບໍລິສັດ ທີເຄ ການບັນເທີງ ເປັນຜູ້ຮັບຜິດຊອບສົ່ງຕົວແທນຊາຍໜຸ່ມທີ່ມີເງື່ອນໄຂ ແລະ ຄັດເລືອກໄປປະກວດທີ່ບາງກອກ ປະເທດໄທ ເລີ່ມເກັບຕົວຕັ້ງແຕ່ວັນທີ 13 – 26 ກັນຍາ 2019 ແລະ ຮອບຊີິງຊະນະເລີດແມ່ນວັນທີ 26 ກັນ      ຍາ 2019 ມີຫຼາຍກວ່າ 40 ປະເທດເຂົ້າຮ່ວມ ໂດຍໄດ້ຕົວແທນຄື ທ້າວ ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ອາຍຸ 19 ປີ ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກຳສາດ ປີ 2 ພາກວິຊາວິທະຍາການອາຄານ.

ທ່ານ ທະວີສັກ ທຳມະວົງສາ ໄດ້ກ່າວວ່າ: ຖືວ່າເປັນການສ້າງສັກກະຍະພາບອັນໃໝ່ຂອງ ທີເຄ ການບັນເທີງ ແລະ ດີໃຈທີ່ໄດ້ຖືກມອບໝາຍໃນການສ້າງຕົວແທນຊາຍໜຸ່ມໄປປະກວດໃນເວທີສາກົນ ໂດຍເປັນການສ້າງສິ່ງໃໝ່ໆທີ່ບໍ່ເຄີຍເຮັດມາກ່ອນ ເຊິ່ງໄດ້ມີການປຶກສາຫາລືກຽມຄວາມພ້ອມໃນການປະກວດ, ການຟິດຮູບຮ່າງໃຫ້ງາມ ແລະ ການປັບບຸກຄະລິກກະພາບໃຫ້ດີຂຶ້ນ ສ່ວນການກະກຽມເລື່ອງຊຸດປະຈໍາຊາດ ແລະ ຊຸດສາກົນ ແມ່ນສໍາເລັດແລ້ວ 70% ເພື່ອໃຫ້ຕ່າງຊາດໄດ້ຮູ້ຈັກປະເທດລາວຫຼາຍຂຶ້ນ ພວກເຮົາຈະເຮັດອອກມາໃຫ້ດີທີ່ສຸດ ແລະ ໃຫ້ຕ່າງຊາດໄດ້ຮູ້ວ່າປະເທດລາວເຮົາກໍເຮັດໄດ້.

ທ້າວ ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ກ່າວວ່າ: ນ້ອງມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ເປັນຕົວແທນຂອງປະເທດລາວ ເຂົ້າປະກວດໃນເວທີສາກົນ Mister Global 2019 ທີ່ບາງກອກ ປະເທດໄທ ໃນເດືອນກັນຍານີ້ ເຊິ່ງການປະກວດໃນເວທີສາກົນສິ່ງຫຼັກໆແມ່ນປະສົບການໃໝ່ໆທີ່ຕົນເອງບໍ່ເຄີຍຮູ້ມາກ່ອນ ບໍ່ວ່າຈະເປັນການເຜີຍແຜ່ ແລະ ແລກປ່ຽນທາງດ້ານວັດທະນະທຳກັບຊາດຕ່າງໆທີ່ເຂົ້າຮ່ວມ. ນ້ອງຈະພະຍາຍາມສຸດຂີດເພື່ອສ້າງຊື່ສຽງໃຫ້ປະເທດເຮົາ.

( ຂ່າວ: ທິບອຸສາ, ຮູບ: ວິລະສັກ )