ປະເທດເຮົາມີສິ່ງເສດເຫຼືອຊີວະມວນຫຼາຍກວ່າ 1 ແສນໂຕນຕໍ່ປີ

79

ກອງປະຊຸມເຜີຍແຜ່ຜົນການສໍາຫຼວດປະລິມານ ແລະ ການນໍາໃຊ້ສິ່ງເສດເຫຼືອຊີວະມວນໃນ ສປປ ລາວ ໃຫ້ຮູ້ວ່າ: ລາວເຮົາມີທ່າແຮງດ້ານແຫຼ່ງສິ່ງເສດເຫຼືອຊີວະມວນປະເພດ ຂີ້ເລື່ອຍ, ເສດໄມ້, ຂີ້ແກບ, ຂີ້ອ້ອຍ, ແກ່ນສາລີ ແລະ ອື່ນໆ ເປັນຈໍານວນຫຼາຍ ໂດຍສະເລ່ຍໃນ 12 ແຂວງເປົ້າໝາຍຫຼາຍກວ່າ 1 ແສນໂຕນຕໍ່ປີ.

ກອງປະຊຸມເຜີຍແຜ່ຜົນການສໍາຫຼວດປະລິມານ ແລະ ການນໍາໃຊ້ສິ່ງເສດເຫຼືອຊີວະມວນໃນ ສປປ ລາວ ຈັດຂຶ້ນໃນວັນທີ 15 ສິງຫາ 2019 ທີ່ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໂດຍການເປັນປະທານຂອງ ທ່ານ ບົວວັນ    ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຄ, ມີຜູ້ຕາງໜ້າຈາກຂະແໜງການອ້ອມຂ້າງເຂົ້າຮ່ວມ.

ໃນກອງປະຊຸມໄດ້ມີການເຜີຍແຜ່ຜົນການສໍາຫຼວດປະລິມານ ແລະ ທ່າແຮງການນໍາໃຊ້ສິ່ງເສດເຫຼືອຊີວະມວນໃນ ສປປ ລາວ ເຊິ່ງການສໍາຫຼວດຂໍ້ມູນດັ່ງກ່າວເປັນໜຶ່ງໃນກິດຈະກຳພາຍໃຕ້ໂຄງການ “ ຫຼຸດຜ່ອນທາດອາຍພິດເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ ” ຫຼື Project on Reducing Greenhouse Gas Emission in Industrial Sector through Pelletization Technology Lao PDR ເຊິ່ງຜົນການສໍາຫຼວດໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີທ່າແຮງດ້ານແຫຼ່ງສິ່ງເສດເຫຼືອຊີວະມວນປະເພດ ຂີ້ເລື່ອຍ, ເສດໄມ້, ຂີ້ແກບ, ຂີ້ອ້ອຍ, ແກ່ນສາລີ ແລະ ອື່ນໆ ຈາກການເກັບກໍາຂໍ້ມູນຢູ່ 262 ຫົວໜ່ວຍທຸລະກິດເປົ້າໝາຍ ຢູ່ 12 ແຂວງ ຄື: ຫຼວງນໍ້າທາ, ໄຊຍະບູລີ, ຫຼວງພະບາງ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງ ອັດຕະປື ເຫັນວ່າມີປະລິມານສິ່ງເສດເຫຼືອຊີວະມວນ ຈໍານວນ 113.626 ໂຕນຕໍ່ປີ ( ຖ້າເກັບກຳລະອຽດໃນຂອບເຂດທົ່ວປະເທດອາດມີຫຼາຍກວ່ານີ້ ). ນອກຈາກນີ້, ໂຄງການ “ ຫຼຸດຜ່ອນທາດອາຍພິດເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ ” ຫຼື Project on Reducing Greenhouse Gas Emission in Industrial Sector through Pelletization Technology Lao PDR ຍັງມີເປົ້າໝາຍໃນການສົ່ງເສີມພາກທຸລະກິດໃຫ້ລົງທຶນເຂົ້າໃນການສ້າງໂຮງງານຊີວະມວນອັດເມັດແໜ້ນ ດ້ວຍການຊ່ວຍເຫຼືອທຶນສົມທົບ, ເປົ້າໝາຍການຜະລິດຊີວະມວນອັດເມັດແໜ້ນ ເພື່ອໃຊ້ເປັນເຊື້ອເພີງທົດແທນການນໍາໃຊ້ຖ່ານຫີນ ແລະ ເຊື້ອເພີງອື່ນໆທີ່ມີມົນລະພິດສູງ ແລະ ເພື່ອຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ.

( ຂ່າວ: ພຸດຕີ້ – ເອຢິບ )

( ພາບກົມອຸດສາຫະກຳ ແລະ ຫັດຖະກໍາ )