ຜູ້ປະສົບໄພພິບັດ 3 ແຂວງພາກເໜືອ ໄດ້ຮັບເຄື່ອງຊ່ວຍເຫຼືອ

45

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຮັບການອະນຸມັດຈາກລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດໂຄງການຄັງແຮເຂົ້າຊ່ວຍເຫຼືອຜູ້ປະສົບໄພພິບັດປີ 2018 ໃນຂອບເຂດທົ່ວປະເທດ ພາຍໃຕ້ກອງທຶນເພື່ອນຮ່ວມງານ KR1.

ສະນັ້ນ, ໃນໂອກາດລົງເຄື່ອນໄຫວວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຢູ່ບັນດາແຂວງພາກເໜືອ ໃນລະຫວ່າງວັນທີ 11 – 14 ສິງຫາ 2019 ນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ຕາງໜ້າລັດຖະບານ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ປະສົບໄພພິບັດຢູ່ແຂວງຫົວພັນ, ຊຽງຂວາງ ແລະ ໄຊສົມບູນ ລວມມູນຄ່າ 2 ຕື້ກວ່າກີບ ເຊິ່ງຕາງໜ້າຮັບໂດຍທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງທັງ 3 ແຂວງດັ່ງກ່າວ ພ້ອມຄະນະ ພະແນກແຮງງານ ຮສສ ແຂວງ ກ່າວຮັບພ້ອມທັງລາຍງານສະພາບການໂດຍຫຍໍ້.

ເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ມອບໃຫ້ປະຊາຊົນແຂວງຫົວພັນມີເຂົ້າສານໜຽວ ຈາກກອງທຶນເພື່ອນຮ່ວມງານ KR1 ຈຳນວນ 97.860 ກິໂລ ລວມມູນຄ່າ 787 ລ້ານກວ່າກີບ; ເຄື່ອງນຸ່ງຫົ່ມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງິນກອງທຶນນ້ຳມັນ ຈຳນວນ 50 ລ້ານກີບ.

ແຂວງຊຽງຂວາງ ເຂົ້າສານໜຽວ 85.512 ກິໂລ ມູນຄ່າ 688 ລ້ານ ກວ່າກີບ, ເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງໃຊ້ຄົວເຮືອນ ລວມມູນຄ່າ 72 ລ້ານກວ່າກີບ, ເຄື່ອງນຸ່ງຫົ່ມ ແລະ ເກີບ ຈາກ ສ.ເກົາຫຼີ ຈຳນວນ 100 ແກັດ ມູນຄ່າ 150 ລ້ານກີບ ແລະ ເງິນກອງທຶນນ້ຳມັນ ຈຳນວນ 50 ລ້ານກີບ ແລະ ແຂວງໄຊສົມບູນ ເຂົ້າສານໜຽວ 10.572 ກິໂລ ມູນຄ່າ 85 ລ້ານກວ່າກີບ ແລະ ເຄື່ອງນຸ່ງຫົ່ມ ແລະ ເກີບ 100 ແກັດ ມູນຄ່າ 150 ລ້ານກີບ ເຊິ່ງລວມມູນຄ່າທັງໝົດ 2 ຕື້ກວ່າກີບ.

[ ໂດຍ: ສົມລົດ; ຂໍ້ມູນ: ຮຮສ]