ເປີດການແຂ່ງຂັນຊ່ວງເຮືອເມືອງນ້ຳບາກ

89

ວັນທີ 15 ສິງຫາ 2019 ທີ່ທ່ານໍ້າ ບ້ານໂພນສະອາດ ເມືອງນ້ຳບາກ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ ໂດຍການເປັນປະທານຂອງ ທ່ານ ສົມພອນ ສີອຸດົມພັນ ເຈົ້າເມືອງນໍ້າບາກ ແລະ ໃຫ້ກຽດເຂົ້າຮ່ວມຊົມຂອງ ທ່ານ ວົງສະຫວັນ         ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ, ມີຕາງໜ້າຈາກແຂວງ, ເມືອງ ພ້ອມດ້ວຍການນໍາຂອງເມືອງ, ແຂກທັງພາຍໃນ ແລະ ຕ່າງເມືອງ ຕະຫຼອດຮອດປະຊາຊົນຮ່ວມຊົມຢ່າງຄັບຄາໜາແໜ້ນຕາມສອງຝັ່ງນໍ້າບາກ.

ພິທີໄດ້ເລີ່ມຂຶ້ນເວລາ 11:00 ໂມງ ໂດຍມີ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງ ແລະ ທ່ານ ສົມພອນ ສີອຸດົມພັນ ໄດ້ໃຫ້ກຽດຕັດແຖບຜ້າງານແຂ່ງຂັນຊ່ວງເຮືອ ເມືອງນໍ້າບາກ ປະຈໍາປີ 2019. ຈາກນັ້ນ, ບັນດາເຮືອຊ່ວງ ແລະ ສີພາຍກໍໄດ້ເລີ່ມແຂ່ງຂັນຢ່າງເປັນທາງການ ໂດຍການພົບກັນລະຫວ່າງແຊັມເກົ່າປີ 2018 ບ້ານຟ້າ ພົບກັບ ບ້ານບົມ ແຊັມເກົ່າປີ 2017. ສໍາລັບເຮືອຊ່ວງທີ່ເຂົ້າແຂ່ງຂັນໃນປີນີ້ມີທັງໝົດ 12 ລໍາ, ແຂ່ງຂັນກັນ 25 – 36 ລ່ອງ. ໃນນີ້, ມີເຮືອຊ່ວງເຄິ່ງປະເພນີ 9 ລໍາ ແລະ ເຮືອສູດ ຫຼື ເຮືອດັດແປງ 3 ລໍາ ແບ່ງເປັນ 2 ສາຍ ແຕ່ລະສາຍແມ່ນແຂ່ງພົບກັນໝົດພາຍໃນສາຍ ແລ້ວເລືອກເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍເຂົ້າຮອບ 4 ທີມ, ເຮືອລໍາໃດໄດ້ຊະນະກໍຈະໄປຊີງເອົາທີ 1 – 2 ແລະ ເຮືອທີ່ເສຍແມ່ນໄປຊີງທີ 3 – 4. ລາຍຊື່ເຮືອຂອງແຕ່ລະບ້ານທີ່ເຂົ້າແຂ່ງຂັນມີ ສາຍ ກ ມີ: ບ້ານຟ້າ, ບ້ານບົມ, ໂພນສະອາດ, ບ້ານລີ່ ແລະ ບ້ານໂນໄຊ; ສາຍ ຂ ມີ: ບ້ານນະຄອນ, ບ້ານໂຄ້ງ, ບ້ານປາກມອງ ແລະ ບ້ານນໍ້າລາ; ສ່ວນເຮືອສູດມີ: ບ້ານໂພນສະອາດ, ບ້ານລີ່ ແລະ ສະຖາບັນຍຸຕິທໍາພາກເໜືອ.

ສຳລັບລາງວັນທີ 1 ຂັນຊະນະເລີດ 1 ໜ່ວຍ ພ້ອມດ້ວຍຂັນເງິນປະຈຳປີ 500 ກຣາມ, ທີ 2 ຂັນເງິນໜັກ 250 ກຣາມ ແລະ ທີ 3 ຂັນເງິນ 1 ໜ່ວຍ.

( ຂ່າວ: ເພັດສາຄອນ ສິມມະວົງ )