ສິງກະໂປ ຕັ້ງເປົ້າຍົກເລີກແບບຟອມເຈ້ຍຕາມດ່ານ ໃນປີ 2021

37

ລັດຖະບານສິງກະໂປ ຕໍ່ເວລາການທົດລອງຂຽນແບບຟອມຕາມດ່ານຜ່ານແດນແບບອອນລາຍ ເພື່ອໃຫ້ຄວບຄຸມເຖິງຄົນຕ່າງປະເທດທີ່ເດີນທາງມາກັບສາຍການບິນ, ລົດໂດຍສານ, ເຮືອທີ່ຮ່ວມໂຄງການ, ພ້ອມຕັ້ງເປົ້າຍົກເລີກເອກະສານ ຫຼື ແບບຟອມຕາມດ່ານທົ່ວປະເທດແບບເຈ້ຍ ໃຫ້ໄດ້ພາຍໃນ 2 ປີຕໍ່ໜ້າ ຫຼື ໃນປີ 2021.

ໜ່ວຍງານກວດຄົນເຂົ້າເມືອງສິງກະໂປ ເປີດທົດລອງລະບົບຂຽນແບບຟອມອອນລາຍໃຫ້ຄວບຄຸມເຖິງຄົນຕ່າງປະເທດ ໂດຍມີຜົນຕັ້ງແຕ່ວັນທີ 14 ເດືອນສິງຫາທີ່ຜ່ານມາ, ຜູ້ຄົນທີ່ເດີນທາງໄປ ສິງກະໂປ ສາມາດເຂົ້າໄປຂຽນຂໍ້ມູນລາຍລະອຽດການເດີນທາງເຂົ້າ ສິງກະໂປ ທາງເວັບໄຊຂອງທາງການ ຫຼື ໃນແອັບພລິເຄຊັນທາງໂທລະສັບມືຖືໄດ້ລ່ວງໜ້າ 14 ວັນກ່ອນເດີນທາງ.

ການພັດທະນາລະບົບແບບຟອມຕາມດ່ານຜ່ານແດນແບບອອນລາຍ ມີຈຸດປະສົງເພື່ອຫຼຸດຂັ້ນຕອນເອກະສານ ແລະ ການລະບາຍຜູ້ໂດຍສານຂາອອກຢູ່ທີ່ສະໜາມບິນສາກົນ ຫຼື ດ່ານກວດຄົນເຂົ້າເມືອງຈຸດຕ່າງໆໃນສິງກະໂປ.

ດ່ານກວດຄົນເຂົ້າເມືອງ ສິງກະໂປ ເລີ່ມຈັດຕັ້ງປະຕິບັດການຂຽນແບບຟອມທາງອອນລາຍ ມາຕັ້ງແຕ່ປີ 2018 ໂດຍຜູ້ຄົນທີ່ເດີນທາງມາ ສິງກະໂປ ສາມາດລົງທະບຽນໃນການເດີນທາງເຂົ້າສິງກະໂປ ຜ່ານເວັບໄຊຂອງທາງການ.