ຫົວພັນຈະສ້າງໂຮງຮຽນອະນຸບານເຂົ້າຮຽນໝົດມື້ ເມືອງລະ 1 ແຫ່ງ

76

ສົກຮຽນປະຈຳປີ 2018 – 2019 ຜ່ານມາທົ່ວແຂວງຫົວພັນ ມີໂຮງຮຽນທັງໝົດ 1.242 ແຫ່ງ. ໃນນັ້ນ, ມີໂຮງຮຽນລ້ຽງເດັກ – ອະນຸບານ 372 ແຫ່ງ ສ່ວນສົກຮຽນປີ  2019 – 2020 ທາງແຂວງຕັ້ງເປົ້າຈະສ້າງໂຮງຮຽນອະນຸບານທີ່ສາມາດເຂົ້າຮຽນໄດ້ໝົດມື້ ເມືອງລະ 1 ແຫ່ງຄຽງຄູ່ກັບຊຸກຍູ້ໃຫ້ເດັກນ້ອຍໃຫ້ໄດ້ເຂົ້າຮຽນຕາມເກນອາຍຸ.

ທ່ານ ມົນທອງ ລຽນຕິຄຸນ ຫົວໜ້າພະແນກສຶກສາທິການ ແລະ ກີລາ  ແຂວງ ເຜີຍໃຫ້ຮູ້ໃນກອງປະຊຸມໃຫຍ່ຜູ້ບໍລິຫານການສຶກສາ ແລະ ກີລາ ປະຈຳສົກຮຽນ 2018 – 2019 ວ່າ: ໃນສົກຮຽນ 2018 – 2019 ທົ່ວແຂວງຫົວພັນ ມີໂຮງຮຽນທັງໝົດ 1.242 ແຫ່ງ. ໃນນັ້ນ, ມີໂຮງຮຽນລ້ຽງເດັກ – ອະນຸບານ 372 ແຫ່ງ, ເອກະຊົນ 9 ແຫ່ງ, ໂຮງຮຽນປະຖົມ 724 ແຫ່ງ, ເອກະຊົນ 3 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 91 ແຫ່ງ ເອກະຊົນ 1 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 1 ແຫ່ງ, ມັດທະຍົມສົມບູນ 52 ແຫ່ງ, ເອກະຊົນ 1 ແຫ່ງ; ມີນັກຮຽນທັງໝົດ 91.853 ຄົນ ຍິງ 42.318 ຄົນ, ມີຫ້ອງຮຽນທັງໝົດ 3.607 ຫ້ອງ; ມີຄູສອນ 4.704 ຄົນ ຍິງ 2.223 ຄົນ. ໃນນັ້ນ, ມີຄູອາສາສະໝັກ 214 ຄົນ; ມີສູນການສຶກສານອກໂຮງຮຽນ 2 ແຫ່ງ, ມີນັກຮຽນທັງໝົດ 150 ຄົນ ຍິງ 53 ຄົນ, ມີຄູສອນ 22 ຄົນ ຍິງ 16 ຄົນ; ມີໂຮງຮຽນວິຊາຊີບ 2 ແຫ່ງ, ເອກະຊົນ 1 ແຫ່ງ, ມີນັກຮຽນທັງໝົດ 319 ຄົນ ຍິງ 191 ຄົນ; ທົ່ວແຂວງມີພະນັກງານລັດຖະກອນຂະແໜງສຶກສາທັງໝົດ 4.941 ຄົນ ຍິງ 2.166 ຄົນ, ພະນັກງານບໍລິຫານ 413 ຄົນ ຍິງ 130 ຄົນ.

ຜ່ານມາຜູ້ບໍລິຫານການສຶກສາ ແລະ ກີລາຂັ້ນແຂວງ ໄດ້ເອົາໃຈໃສ່ປຸກລະດົມສ້າງໂອກາດໃຫ້ເດັກທີ່ມີເກນອາຍຸໄດ້ເຂົ້າຮຽນໃນແຕ່ລະຊັ້ນຫຼາຍຂຶ້ນ ເຊັ່ນ: ອັດຕາເຂົ້າຮຽນຂອງເດັກ 3 – 5 ປີ ປະຕິບັດໄດ້ 69,41% ຍິງ 69,31% ລື່ນຄາດໝາຍ 7,41%, ອັດຕາເຂົ້າຮຽນຂອງເດັກ 5 ປີ ປະຕິບັດໄດ້ 80,36% ຍິງ 78,83% ລື່ນຄາດໝາຍ 8,36%, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມ ປະຕິບັດໄດ້ 98,80% ຍິງ 98,68% ລື່ນຄາດໝາຍ 0,30%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມ ປະຕິບັດໄດ້ 98,83% ຍິງ 98,24% ລື່ນຄາດໝາຍ 0,33%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 96,07% ຍິງ 91,16% ລື່ນຄາດໝາຍ 0,07%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ 60,10% ຍິງ 53,24% ລື່ນຄາດໝາຍ 0,10%, ສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ 2 ເມືອງ ຄື: ເມືອງຊຳເໜືອ ແລະ ເມືອງກວັນ, ສ້າງເງື່ອນໄຂໃຫ້ນັກຮຽນທີ່ຈົບຊັ້ນ ມ 4 ໄດ້ເຂົ້າຮຽນວິຊາຊີບ ປະຕິບັດໄດ້ 1,41% ລື່ນຄາດໝາຍ 0,11%, ນັກຮຽນທີ່ຈົບ ມ 7 ເຂົ້າຮຽນໂຮງຮຽນວິຊາຊີບຂອງແຂວງ ແລະ ອາຊີວະສຶກສາ ໃນລະດັບຕ່າງໆໄດ້ 28,02% ລື່ນຄາດໝາຍ 1,02%.

ໃນສົກຮຽນ 2019 – 2020 ແຂວງ ຫົວພັນ ໄດ້ມີແຜນສູ້ຊົນເພື່ອພັດທະນາການສຶກສາ ແລະ ກີລາ ໂດຍຈະຕ້ອງສົ່ງເສີມໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນຕາມເກນອາຍຸ, ຂະຫຍາຍໂຮງຮຽນລ້ຽງເດັກ, ຫ້ອງກຽມປະຖົມ, ສ້າງໂຮງຮຽນອະນຸບານໃຫ້ສາມາດຮັບເດັກເຂົ້າຮຽນໝົດມື້ ໄດ້ເມືອງລະ 1 ແຫ່ງຂຶ້ນໄປ, ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານໂຮງຮຽນ, ຄູສອນ, ຄູສຶກສານິເທດແຕ່ລະຊັ້ນ, ຕິດຕາມຊ່ວຍເຫຼືອໃນການຄຸ້ມຄອງການຮຽນ – ການສອນຢູ່ຂັ້ນໂຮງຮຽນໃຫ້ມີປະສິດທິພາບສູງ, ແບ່ງຄວາມຮັບຜິດຊອບຂຶ້ນແຜນດຳເນີນງານສ້າງໂຮງຮຽນຕົວແບບດ້ານວິຊາການໃຫ້ບັນລຸຕາມເປົ້າໝາຍ. ພ້ອມນີ້, ຈະຕ້ອງສະໜອງອຸປະກອນການຮຽນ – ການສອນໃຫ້ພຽງພໍຕາມຄວາມຕ້ອງການຂອງແຕ່ລະໂຮງຮຽນ, ສ້າງຫ້ອງສະໝຸດ, ຫໍພັກນັກຮຽນ; ສືບຕໍ່ການຈັດຕັ້ງການຮຽນ – ການສອນ ບຳລຸງຊັ້ນປະຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ ໃຫ້ຈຳນວນນັກຮຽນສາຍສາມັນທີ່ມີອາຍຸ 15 ປີຂຶ້ນໄປ ແລະ ປະຊາກອນທີ່ຍັງຕົກຄ້າງ; ປັບປຸງລະບົບການບໍລິຫານ, ການບໍລິການ ແລະ ຄຸ້ມຄອງໂຮງຮຽນວິຊາຊີບ ທັງພາກລັດ ແລະ ເອກະຊົນ; ສືບຕໍ່ພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ; ສ້າງຂະບວນການຈັດກິດຈະກໍາແຂ່ງຂັນກີລາ ເພື່ອຄໍານັບຮັບຕ້ອນວັນບຸນສຳຄັນຕ່າງໆຂອງຊາດ ໃຫ້ໄດ້ 5 ຄັ້ງຕໍ່ປີ ແລະ ກະກຽມເຂົ້າຮ່ວມງານມະຫະກຳກີລາແຫ່ງຊາດ ທີ່ແຂວງຊຽງຂວາງ ປີ 2020 ຕ້ອງສູ້ຊົນຍາດໃຫ້ໄດ້ຫຼຽນລາງວັນຫຼາຍ ກວ່າຄັ້ງຜ່ານມາ.

ຈາກນັ້ນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອໃຫ້ໄດ້ມາເຊິ່ງບົດຮຽນອັນລ້ຳຄ່າ ແນໃສ່ພັດທະນາວຽກງານການສຶກສາຢູ່ແຂວງຫົວພັນ ໃຫ້ມີບາດກ້າວໃໝ່ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

[ ຂ່າວ – ຮູບ: ສີສົມສັກ ພົມມາທຳ ]