ບໍລິຄຳໄຊ! ວົງເລັບໄວ້ ກຽມພ້ອມລົງວິໄນພະນັກງານ-ລັດຖະກອນ ທີ່ເຮັດຜິດລະບຽບ

51

ພະນັກງານ-ລັດຖະກອນ ຕ້ອງປະຕິບັດຕາມແນວທາງຂອງພັກ, ກົດໝາຍຂອງລັດແຕ່ລະໄລຍະ ໃຫ້ມີຄວາມເປັນເອກະພາບ, ໂປ່ງໃສ, ຍຸຕິທຳ, ເປີດເຜີຍ, ສາມາດກວດສອບໄດ້ ແລະ ຕ້ອງຫຼີກລ່ຽງການເຮັດຜິດຕາມ 8 ຂໍ້ຫາມ. ທ່ານ ກອງແກ້ວ ໄຊສົງຄາມ ເນັ້ນໃນກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ໄດ້ຈັດຂຶ້ນໃນວັນທີ 8 ສິງຫາ 2019 ຢູ່ສະໂມສອນແຂວງວ່າ ຈາກນີ້ໄປຈະຕິດຕາມຢ່າງໃກ້ສິດພະນັກງານ-ລັດຖະກອນເຮັດຜິດລະບຽບ ຈະລົງວິໄນຕາມສົມຄວນ.

 

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ໃນກອງປະຊຸມນອກຈາກໄດ້ຮັບຟັງການເຊື່ອມຊຶມເນື້ອໃນ ຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ X ແລ້ວ ຍັງໄດ້ຮັບຟັງການເຜີຍແຜ່ຫຼາຍເອກະສານທີ່ສຳຄັນ ໜຶ່ງໃນນັ້ນກໍ່ແມ່ນດຳລັດ 184/ລບ ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ທີ່ທ່ານເຈົ້າແຂວງໄດ້ເນັ້ນໜັກໃຫ້ພະນັກງານ-ລັດຖະກອນ ຕ້ອງໄດ້ປະຕິບັດຕາມ 4 ຈັນຍາບັນຢ່າງເຄັ່ງຄັດຄື: ຈັນຍາບັນຕໍ່ຕົນເອງ, ຈັນຍາບັນຕໍ່ວິຊາອາຊີບ, ຈັນຍາບັນຕໍ່ການຈັດຕັ້ງ ແລະ ຈັນຍາບັນຕໍ່ປະຊາຊົນ ແລະ ສັງຄົມ.

 

 

ພ້ອມກັນນັ້ນ, ຕ້ອງຫຼີກລ່ຽງການກະທຳຜິດຕາມ 8 ຂໍ້ຫ້າມທີ່ສຳຄັນຂອງພະນັກງານ-ລັດຖະກອນ ເຊິ່ງປະກອບດ້ວຍ: ຫ້າມພະນັກງານ-ລັດຖະກອນ ໂຄສະນາຕ້ານແນວທາງຂອງພັກ, ນະໂຍບາຍ, ກົດ   ໝາຍຂອງລັດ ຫຼື ສ້າງຜົນສະທ້ອນຕໍ່ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ, ແນວຄິດຈິດໃຈຂອງປະຊາຊົນ ແລະ ສັງຄົມ.

ຫ້າມຂໍເອົາ, ທວງເອົາ, ຮັບ ຫຼື ໃຫ້ສິນບົນ, ສວຍໃຊ້ອຳນາດໜ້າທີ່ ແລະ ຕຳແໜ່ງຂອງຕົນກົດໜ່ວງຖ່ວງດຶງ ແກ້ໄຂວຽກງານ ເຊິ່ງກໍ່ໃຫ້ເກີດຜົນເສຍຫາຍແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ; ຫ້າມເມີນເສີຍປະລະໜ້າທີ່ຕາມລຳພັງ ຫຼື ຢຸດເຊົາວຽກງານ ໂດຍບໍ່ໄດ້ຮັບອະນຸຍາດຈາກການຈັດຕັ້ງ; ຫ້າມດຳເນີນທຸລະກິດໂດຍການເປັນເຈົ້າຂອງ, ເປັນຄະນະອຳນວຍການ, ເປັນຂ້າຫຸ້ນ, ເປັນຜູ້ຈັດການຂອງຫົວໜ່ວຍທຸລະກິດໃດໜຶ່ງ ເວັ້ນເສຍແຕ່ໄດ້ຮັບອະນຸຍາດ.

 

ຫ້າມນຳໃຊ້ຊັບສິນຂອງລັດ ເພື່ອຈຸດປະສົງສ່ວນຕົວ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຫ້າມບັນຈຸ ແລະ ສັບຊ້ອນແຕ່ງຕັ້ງພໍ່, ແມ່, ຜົວ, ເມຍ, ອ້າຍ, ເອື້ອຍ, ນ້ອງ, ລູກ ແລະ ຍາດໃກ້ສິດຂອງຕົນ ໃຫ້ຮັບຜິດຊອບວຽກງານການຈັດຕັ້ງ-ພະນັກງານ, ວຽກງານກວດກາ, ເລຂາ, ບັນຊີ, ການເງິນ, ນາຍຄັງ, ນາຍສາງ, ຫຼື ເປັນຜູ້ຈັດຊື້ ແລະ ຈັດຈ້າງ ຢູ່ພາຍໃນການຈັດຕັ້ງຂອງຕົນ.

ຫ້າມສ້າງກຸ່ມກ້ອນພັກພວກ ແລະ ກະທຳສິ່ງທີ່ກໍ່ເກີດໃຫ້ເກີດຜົນກະທົບອັນບໍ່ດີ ເຖິງການປະຕິບັດໜ້າທີ່ວຽກງານ ແລະ ຄວາມສາມັກຄີພາຍໃນການຈັກຕັ້ງ; ຫ້າມມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ທ່ານເຈົ້າແຂວງຍັງເນັ້ນຕື່ມອີກວ່າຖ້າພະນັກງານ-ລັດຖະກອນ ລະເມີດຕ້ອງຖືກສຶກສາອົບຮົມ, ກ່າວເຕືອນ ແລະ ລົງວິໄນ ຢ່າງຈິງຈັງຕາມກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015 ແລະ ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກໍລະນີເບົາຫຼືໜັກ.