ເສຍຊີວິດ 62 ຄົນ! ເຫດພາກັນຍາດຕັກເອົານໍ້າມັນຈາກລົດບັນທຸກທີ່ຂວໍ້າ ໃນແທນຊາເນຍ

43

ລົດບັນທຸກນໍ້າມັນເຊື້ອໄຟເກີດອຸບັດຕິເຫດພິກຂວໍ້າ ເທິງຖະໜົນ ໃນເມືອງທາງພາກຕາເວັນອອກຂອງປະເທດແທນຊາເນຍ ຊາວບ້ານໄດ້ສວຍໂອກາດແຫ່ໄປຕັກເອົານໍ້າມັນທີ່ຮົ່ວໄຫຼ ແຕ່ເກີດການລະເບີດຮຸນແຮງ ແລະ ມີໄຟລຸກໄໝ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 62 ຄົນ ແລະ ບາດເຈັບກວ່າ 70 ຄົນ.

ສຳນັກຂ່າວເອເອັຟພີ, ເອພີ ແລະ ຮອຍເຕີ ລາຍງານຈາກເມືອງດາເອສຊາລາມ ປະເທດແທນຊາເນຍ ເມື່ອວັນເສົາ ທີ 10 ສິງຫາ ວ່າ ເຫດການໄດ້ເກີດຂື້ນເມື່ອໄລຍະເຊົ້າວັນເສົາ ຕາມເວລາທ້ອງຖິ່ນ ລົດບັນທຸກນໍ້າມັນປະສົບອຸບັດຕິເຫດພິກຂວໍ້າເທິງເສັ້ນທາງ ໃນເມືອງໂທໂຣໂກໂຣ່ ປະມານ 200 ກິໂລແມັດ ທາງທິດຕາເວັນຕົກຂອງເມືອງດາເອສຊາລາມ ເມືອງແຫ່ງທຸລະກິດການຄ້າຂອງປະເທດແທນຊາເນຍ ຊາວບ້ານໃນບໍລິເວນໃກ້ຄຽງໄດ້ພາກັນນຳອຸປະກອນບັນຈຸນໍ້າໄປຕັກເອົານໍ້າມັນທີ່ກໍາລັງຮົ່ວໄຫຼອອກຈາກລົດຄັນດັ່ງກ່າວ ແຕ່ໃນທັນໃດນັ້ນ ກໍ່ເກີດມີການລະເບີດຢ່າງຮຸນແຮງຂຶ້ນ ແລະ ໄຟກໍ່ລຸກໄໝ້ທົ່ວລົດທັນທີ.

ເຈົ້າເມືອງເຂດໂມໂຮໂກໂຣ່ ເປີດເຜີຍວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 62 ຄົນ ຖືກນໍາສົ່ງໄປໂຮງ ໝໍທ້ອງຖິ່ນ, ຫຼາຍກວ່າ 70 ຄົນ ໄດ້ຮັບບາດເຈັບ ແລະ ຈາກການສອບຖາມເບື້ອງຕົ້ນ ຮູ້ວ່າ ສາເຫດຂອງການລະເບີດແມ່ນເກີດມາຈາກມີຜູ້ຊາຍຄົນໜຶ່ງໄດ້ພະຍາຍາມດຶງເອົາໝໍ້ໄຟອອກຈາກລົດບັນທຸກນໍ້າມັນ ແຕ່ຜູ້ເຫັນເຫດການຫຼາຍຄົນກ່າວວ່າ ເຫັນຊາຍຄົນໜຶ່ງທີ່ໄປຍາດຕັກນໍ້າມັນນັ້ນ ກໍາລັງສູບຢາຢູ່ພ້ອມ.

ຜູ້ບັນຊາການຕຳຫຼວດເມືອງໂມໂຣໂກໂຣ່ ເຜີຍວ່າ ຜູ້ເສຍຊີວິດ ແລະ ບາດເຈັບສ່ວນໃຫຍ່ ແມ່ນມີອາຊີບຂັບລົດຈັກຮັບຈ້າງ ທີ່ເອີ້ນຕາມພາສາທ້ອງຖິ່ນ ວ່າ “ໂບດາ-ໂບດາ” ແລະ ຊາວບ້ານທີ່ອາໄສຢູ່ໃກ້ບ່ອນເກີດເຫດ.

ในภาพอาจจะมี หนึ่งคนขึ้นไป, รถมอเตอร์ไซค์ และสถานที่กลางแจ้ง

ເຫດການລົດບັນທຸກນໍ້າມັນພິກຂວໍ້າ ແລະ ຊາວບ້ານພາກັນໄປຍາດຕັກເອົານໍ້າທີ່ຮົ່ວໄຫຼ ແລະ ເກີດການລະເບີດເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫລາຍ ມັກເກີດຂື້ນເລື້ອຍໆໃນຫຼາຍປະເທດທົ່ວອາຟຣິກກາ ເມື່ອເດືອນກໍລະກົດ ຜ່ານມາ ມີຜູ້ເສຍຊີວິດ 45 ຄົນ ແລະ ຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບ ໃນພາກກາງຂອງປະເທດໄນຈີເຣຍ ຈາກລົດບັນທຸກນໍ້າມັນປະສົບອຸບັດຕິເຫດພິກຂວໍ້າ ແລະ ເກີດລະເບີດ ຂະນະທີ່ປະຊາຊົນກຳລັງຍາດກັນຕັກເອົານໍ້າມັນ.

ແຕ່ເຫດການທີ່ຮ້າຍແຮງທີ່ສຸດ ເກີດຂື້ນທີ່ສາທາລະນະລັດ ປະຊາທິປະໄຕຄອງໂກ ຫຼື ດີອາ ຄອງໂກ ເມື່ອເດືອນກໍລະກົດປີ 2010 ມີຜູ້ເສຍຊີວິດ 292 ຄົນ ແລະ ຢູ່ເມືອງມາຣິດີ ໃນຊູດານໃຕ້ ເມື່ອເດືອນກັນຍາ ປີ 2015 ມີຜູ້ເສຍຊີວິດ 203 ຄົນ.