ເຈົ້າໜ້າທີ່ຊ່ວຍຊາຍຊາວກໍປູເຈຍ ເຄາະຮ້າຍຕິດໃນຫຼືບຫີນ 4 ມື້

36

ຊາຍໜຸ່ມໄດ້ລົງໄປເກັບເອົາຂີ້ເຈຍຢູ່ໃນປ່າ ແຕ່ຕິດຢູ່ໃນຫຼືບຫີນດົນເກືອບ 4 ມື້ ສຸດທ້າຍເຈົ້າໜ້າທີ່ກູ້ໄພກໍ່ສາມາຊ່ວຍເຫຼືອນໍາເອົາຕົວຜູ້ກ່ຽວອອກມາໄດ້ ເຫດການດັ່ງກ່າວເກີດຂື້ນທີ່ແຂວງພຣະຕະບອງ ທາງພາກຕາເວັນຕົກສຽງເໜືອ ປະເທດກຳປູເຈຍ.

ສຳນັກຂ່າວເອພີ ລາຍງານຈາກແຂວງພຣະຕະບອງ ປະເທດກຳປູເຈຍ ເມື່ອວັນພະຫັດ ທີ 8 ສິງຫາ ວ່າ ເຈົ້າໜ້າທີ່ຕຳຫຼວດ ເມືອງພຣະຕະບອງ ທາງພາກຕາເວັນຕົກສຽງເໜືອ ຂອງກຳປູເຈຍ ໄດ້ເປີດເຜີຍວ່າ ທ້າວຊໍາ ໂບຣາ ອາຍຸ 28 ປີ ຊາວບ້ານທີເຂົ້າໄປເກັບເຄື່ອງປ່າຂອງດົງ ເກີດອຸບັດຕິເຫດ ຕົກລົງໄປຕິດຢູ່ຫຼືບຫີນ ຂະນະອອກເດີນທາງໄປເກັບເອົາຂີ້ເຈຍ ໃນປ່າເທິງພູຊາຄຣິ ໃນພຣະຕະບອງ ເນື່ອງຈາກໄຟສາຍຂອງຜູ້ກ່ຽວຫຼຸດມືຕົກລົງໄປໃສ່ຝາຫີນ ເມື່ອວັນອາທິດ ຜ່ານມາ ການຫາຍຕົວໄປຂອງລາວດົນ 3 ວັນ ເຮັດໃຫ້ຄອບຄົວມີຄວາມກັງວົນໃຈ ຈຶ່ງໄດ້ພາກັນເຂົ້າຊອກຫາ ຈົນຜູ້ເປັນອ້າຍຂອງລາວພົບວ່າ ນ້ອງຊາຍເກີດອຸບັດຕິເຫດຕິດຢູ່ໃນຫຼືບຫີນ ຈຶ່ງຟ້າວອອກມາແຈ້ງເຈົ້າໜ້າທີ່.

ເຈົ້າໜ້າທີ່ກູ້ໄພລວມທັງໝົດ 200 ຄົນ ໄດ້ລະດົມກໍາລັງ ຊ່ວຍເຫຼືອຜູ້ປະສົບເຫດທີ່ຢູ່ໃນສະພາບອ່ອນເພຍ ໂດຍວິທີການທຸບຫີນເທື່ອລະໜ້ອຍ ເພື່ອໃຫ້ສາມາດດຶງຕົວຂອງລາວຫຼຸດອອກມາໄດ້ ການປະຕິບັດງານຄັ້ງນີ້ ໃຊ້ເວລາປະມານ 10 ຊົ່ວໂມງ ຈຶ່ງສາມາດຊ່ວຍເຫຼືອ ທ້າວຊໍາ ອອກມາໄດ້ສຳເລັດ ໃນເວລາ 6 ໂມງແລງ ວັນພຸດ ທີ 7 ສິງຫາ ແລະ ເລ່ງນໍາຕົວສົ່ງໂຮງໝໍທັນທີ.

ບົດລາຍງານຂອງໂຄງການພັດທະນາຂອງສະຫະປະຊາຊາດ ເມື່ອປີຜ່ານມາ ຊີ້ໃຫ້ເຫັນວ່າ ກຳປູເຈຍເປັນໜຶ່ງໃນບັນດາປະເທດທຸກຍາກທີ່ສຸດໃນໂລກ ໂດຍ 35% ຂອງປະຊາກອນ 15,2 ລ້ານຄົນ ຍັງອາໄສຢູ່ຢ່າງທຸກຍາກ.