ນັກວິເຄາະປະເມີນບັນຫາການຄ້າອາເມຣິກາ – ຈີນ ຈະແກ່ຍາວເຖິງປີໜ້າ

37

ນັກວິເຄາະຈາກໂກນແມນ ແຊກ ຄາດຄະເນວ່າ: ການເຈລະຈາການຄ້າລະຫວ່າງ ອາເມຣິກາ ແລະ ຈີນ ຈະຍັງຄົງຍືດເຍື້ອຍາວນານຕໍ່ໄປ ແລະ ບໍ່ມີທ່າອ່ຽງທີ່ທັງສອງປະເທດຈະບັນລຸຂໍ້ຕົກລົງກ່ອນການເລືອກຕັ້ງປະທານາທິບໍດີອາເມຣິກາ ໃນປີໜ້າ.

ການທີ່ ຈີນ ສັ່ງຍົກເລີກການຊື້ສິນຄ້າກະສິກໍາອາເມຣິກາ ແລະ ຕັດສິນໃຈປ່ອຍໃຫ້ເງິນຢວນອ່ອນຄ່າລົງຕໍ່າກວ່າລະດັບ 7 ຢວນຕໍ່ໂດລາ ຖືເປັນການໂຕ້ຕອບ ອາເມຣິກາ ຄັ້ງຫຼ້າສຸດຫຼັງຈາກຜູ້ນໍາ ອາເມຣິກາ ສັ່ງເກັບພາສີຕໍ່ສິນຄ້ານໍາເຂົ້າຈາກ ຈີນ 10% ຄິດເປັນມູນຄ່າ 300.000 ລ້ານໂດລາ ເມື່ອບໍ່ດົນມານີ້.

ໂດຍຄະນະເຈລະຈາການຄ້າ ຈີນ ມີທ່າທີບໍ່ຍອມເຈລະຈາໃນໄລຍະນີ້ ແລະ ຫວັງລໍຖ້າຈົນກວ່າການເລືອກຕັ້ງປະທານາທິບໍດີ ອາເມຣິກາ ສໍາເລັດໃນປີໜ້າ ກ່ອນທີ່ຈະດໍາເນີນການຜ່ອນຄາຍຂໍ້ພິພາດທາງການຄ້າ ເຊິ່ງສິ່ງນີ້ຈະເຮັດໃຫ້ ອາເມຣິກາ ແລະ ຈີນ ບໍ່ມີທ່າອ່ຽງທີ່ຈະບັນລຸຂໍ້ຕົກລົງທາງການຄ້າໃນຂະນະນີ້.

ຂະນະທີ່ ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມຣິກາ ກ່າວໂຈມຕີ ຈີນ ວ່າທາງການ ຈີນ ບໍ່ໄດ້ຊື້ສິນຄ້າກະສິກໍາຂອງ ອາເມຣິກາ ຕາມທີ່ໄດ້ສັນຍາໄວ້ ແລະ ກ່າວຫາວ່າ ຈີນ ຕັ້ງໃຈຖ່ວງເວລາການເຈລະຈາການຄ້າເພື່ອລໍຖ້າຜົນການເລືອກຕັ້ງປະທານາທິບໍດີອາເມຣິກາ ໃນປີໜ້າ.