ນາງ ສຸດາລັດ ໄຟສິດ ໄດ້ຮັບໃບປະກາສະນີຍະບັດແດງ

139

ໃນວັນທີ 5 ສິງຫາ 2019 ພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ ໄດ້ຈັດພິທີສະຫຼຸບຜົນການສອບເສັງຈົບຊັ້ນສາຍສາມັນສຶກສາ ( ຂັ້ນ ປ 5, ມ 4 ແລະ       ມ 7 ) ເປັນກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ຄໍາສີ ອຸດທິວົງ ຮອງເຈົ້າແຂວງຄຳມ່ວນ, ປະທານຄະນະກຳມະການສອບເສັງສາຍສາມັນສຶກສາ, ມີບັນດາທ່ານໃນຄະນະພະແນກ, ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ, ຕະຫຼອດຮອດຜູ້ປົກຄອງ ແລະ ນ້ອງນັກຮຽນຜູ້ທີ່ຮຽນດີ, ຮຽນເກັ່ງເຂົ້າຮ່ວມ.

ທ່ານ ນັນຕະໄຊ ອິນທະສອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຄຳມ່ວນ ໄດ້ສະຫຼຸບຜົນງານການສອບເສັງຈົບຊັ້ນສາຍສາມັນສຶກສາ ໂດຍໄດ້ຕີລາຄາໃຫ້ເຫັນສະພາບລວມເງື່ອນໄຂຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກ່ຽວກັບການຈັດຕັ້ງປະຕິບັດສອບເສັງ, ລວມທັງຈຸດດີ, ຂໍ້ບົກຜ່ອງ ແລະ ຜົນການສອບເສັງຈົບຊັ້ນທົ່ວແຂວງສົກຮຽນ 2018 – 2019 ເຊິ່ງມີຈຳນວນນັກສອບເສັງຂັ້ນ ປ 5 ມີ 8.582 ຄົນ ຍິງ 4.245 ຄົນ ເທົ່າກັບ 99,05% ທຽບໃສ່ປີຜ່ານມາ ຫຼຸດລົງ 0,02% ຈຳນວນນັກຮຽນສອບຕົກມີ 82 ຄົນ ຍິງ 26 ຄົນ ເທົ່າກັບ 0,95% ທຽບໃສ່ສົກປີຜ່ານມາ ເພີ່ມຂຶ້ນ 0,02%.

ຂັ້ນ ມ 4 ຈຳນວນນັກຮຽນສອບເສັງມີ 4.993 ຄົນ ຍິງ 2.533 ຄົນ ເທົ່າກັບ 98,66% ທຽບໃສ່ສົກຜ່ານມາ ເພີ່ມຂຶ້ນ 2,07%, ຈໍານວນນັກຮຽນສອບຕົກມີ 68 ຄົນ ຍິງ 11 ຄົນ ເທົ່າກັບ 1,34% ທຽບໃສ່ສົກຜ່ານມາ ຫຼຸດລົງ 2,07%; ຂັ້ນ ມ 7 ມີ 3.705 ຄົນ ຍິງ 1.838 ຄົນ ເທົ່າກັບ 99,54% ທຽບໃສ່ສົກຜ່ານມາຫຼຸດລົງ 0,01%, ຈໍານວນນັກຮຽນສອບຕົກມີ 17 ຄົນ ຍິງ 4 ຄົນ ເທົ່າກັບ 0,46% ທຽບໃສ່ສົກຜ່ານມາ ເພີ່ມຂຶ້ນ 0,01%.

ຈໍານວນນັກຮຽນທີ່ໄດ້ຄະແນນສອບເສັງ 7 ຂຶ້ນໄປທຸກວິຊາມີ 351 ຄົນ. ໃນນີ້, ປ 5 ມີ 170 ຄົນ ຍິງ 111 ຄົນ; ມ 4 ມີ 40 ຄົນ ຍິງ 28 ຄົນ ແລະ ມ 7 ມີ 141 ຄົນ ຍິງ 89 ຄົນ.

ໃນໂອກາດດັ່ງກ່າວຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນ້ອງນັກຮຽນທີ່ຮຽນດີ, ຮຽນເດັ່ນແຕ່ລະປະເພດ, ສຳລັບ ມ 7 ປະກອບມີ: ເດັ່ນປະເພດ 3 ຄະແນນສະເລ່ຍ 7 ຂຶ້ນໄປ, ຄະແນນສອບເສັງ 7 ຂຶ້ນໄປ ແລະ ຄະແນນປີທຸກວິຊາບໍ່ຫຼຸດ 7 ມີ 51 ນ້ອງ; ເດັ່ນປະເພດ 2 ຄະແນນສະເລ່ຍ 8 ຂຶ້ນໄປ, ຄະແນນສອບເສັງ 7 ຂຶ້ນໄປ ແລະ ຄະແນນປີທຸກວິຊາບໍ່ຫຼຸດ 7 ມີ 18 ນ້ອງ; ເດັ່ນປະເພດ 1 ຄະແນນສະເລ່ຍ 9 ຂຶ້ນໄປ, ຄະແນນສອບເສັງ 9 ທຸກວິຊາ ແລະ ຄະແນນປີທຸກວິຊາບໍ່ຫຼຸດ 8 ຖືກຈັດໃນປະເພດນັກຮຽນທີ່ເກັ່ງຮອບດ້ານໄດ້ໃບປະກາສະນີຍະບັດແດງມີ 1 ນ້ອງ ຄື: ນາງ ສຸດາລັດ ໄຟສິດ ຈາກ ມສ ສອງເໝືອງ ເມືອງໜອງບົກ.

[ ຂ່າວ: ມະນີວັນ ]