ອາເລັກ ກຽງໄກ ກຽມເດີນທາງສູ່ເວທີທໍາອິດ ມິສເຕີໂກເບວ 2019

109

ມາຮູ້ຈັກ ມິສເຕີໂກເບວລາວ 2019 ຫຼື Mister Global Laos 2019 ຕົວແທນໜຸ່ມລາວ ທີ່ຈະໄປປະກວດໃນເວທີລະດັບໂລກ ມິສເຕີໂກເບວ 2019 Mister Global 2019 ທີ່ຈະຈັດຂຶ້ນຢູ່ກຸງເທບ ປະເທດໄທ ໃນວັນທີ 26 ເດືອນກັນຍາທີ່ຈະມາເຖິງນີ້.

ທີ່ກຳລັງກ່າວເຖິງຄື ໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ Kiengkai Xouansouandao ອາຍຸ 19 ປີ ນັກສຶກສາ ປີ 2 ຄະນະສະຖາປັດຕະຍະກໍາສາດ ສາຂາ ວິທະຍາການອາຄານ ມະຫາວິທະຍາໄລແຫ່ງຊາດ.

ອາເລັກ ໄດ້ບອກກັບທີມຂ່າວເສດຖະກິດການຄ້າວ່າ: ປັດຈຸບັນນ້ອງຢູ່ ບ້ານ ຄຳຮຸ່ງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ຕອນນີ້ ອາເລັກ ກຳລັງ ກຽມຄວາມພ້ອມທາງດ້ານ ຮ່າງກາຍ, ທັກສະໃນການສົນທະນາ ແລະ ເວົ້າ ເປັນພາສາອັງກິດ, ທັກສະໃນການຍ່າງ ແລະ ຍັງໄດ້ກຽມຄວາມຮູ້ທາງດ້ານວັດທະນະທຳລາວຕ່າງໆ ເພື່ອທີ່ຈະນຳໄປແລກປ່ຽນແລະເຜີຍແຜ່ໃຫ້ ກັບຊາດອື່ນໆທີ່ເຂົ້າຮ່ວມ.

ຜ່ານມາເຄີຍໄປເຂົ້າຮ່ວມຄັດເລືອກ ມິສເຕີ ອິນເຕີເນເຊິນນໍ ລາວ 2019 (Mister international Laos 2019) ແລະ ເດີນແບບມາ 2 ງານຄື: ງານ ວ້າວ ເຟຊັນ ວິກ 2019 (wow fashion week 2019) ແລະ ງານ ແຟ ແຟຊັນ ລາວ 2019 (fair fashion Lao 2019).

ເວທີ ມິສເຕີໂກເບວ 2019 ທີ່ ອາເລັກໄດ້ເປັນຕົວແທນໜຸ່ມລາວນີ້ເປັນເວທີທໍາອິດທີ່ນ້ອງໄດ້ຮັບຄັດເລືອກ ໂດຍປະມານ ວັນທີ 12 ເດືອນກັນຍາ ອາເລັກ ຈະເດີນທາງໄປເກັບໂຕ ເຮັດກິດຈະກຳຢູ່ ກຸງເທບປະເທດໄທແລ້ວ ບອກເລີຍວ່າ ຕື່ນເຕັ້ນຫຼາຍ.

ອາເລັກ ຄາດຫວັງໄວ້ວ່າຢາກໄດ້ ຈະຕັ້ງໃຈ ແລະ ເຮັດໃຫ້ດີທີ່ສຸດ ຫວັງຢາກຄວ້າລາງວັນໃດລາງວັນຫນຶ່ງກັບມາຝາກຊາວລາວ ແລະ ກໍຄາດຫວັງວ່າຈະໄດ້ຄວາມຮູ້, ປະສົບການ, ແນວທາງຕ່າງໆຈາກການໄປຄັ້ງນີ້ ມາເຜີຍແຜ່ໃຫ້ກັບລຸ້ນຕໍ່ໄປທີ່ຈະເຂົ້າ ປະກວດ ເພາະປີນີ້ເປັນປີທຳອິດທີ່ປະເທດລາວສົ່ງຕົວແທນເຂົ້າປະກວດໃນເວທີນີ້.