ຍີ່ປຸ່ນ ກຽມເອົາ ເກົາຫຼີໃຕ້ ອອກຈາກລາຍຊື່ສິດພິເສດດ້ານການຄ້າ

59

ຄະນະລັດຖະມົນຕີຍີ່ປຸ່ນ ມີມະຕິໃຫ້ນໍາເອົາປະເທດເກົາຫຼີໃຕ້ ອອກຈາກ “ບັນຊີສີຂາວ” ເຊິ່ງເປັນກຸ່ມປະເທດທີ່ຈະໄດ້ຮັບການຜ່ອນຜັນທາງການຄ້າສູງລະດັບສູງຈາກຍີ່ປຸ່ນ ໃນທ້າຍເດືອນນີ້ ສະແດງໃຫ້ເຫັນເຖິງສະຖານະການທີ່ເຄັ່ງຕຶງ ທີ່ເປັນຜົນມາຈາກຂໍ້ພິພາດແຮງງານທາດ ທີ່ລັດຖະບານໂຊໄດ້ຮື້ຟື້ນກັບຂຶ້ນມາອີກ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 2 ສິງຫາ ວ່າ ທ່ານທາໂຣ ໂຄໂນະ ລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານນາງຄັງ ຄະຢອງ-ຮວາ ລັດຖະມົນຕີວ່າການກະຊວງການຕ່າງປະເທດເກົາຫຼີໃຕ້ ພົບຫາລືກັນນອກຮອບການປະຊຸມລັດຖະມົນຕີຕ່າງປະເທດຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໃນກຣຸງເທບມະຫານະຄອນ ເມື່ອວັນພະຫັດ ຜ່ານມາ. ແນ່ນອນວ່າປະເດັນສຳຄັນຂອງການສົນທະນາຄືຂໍ້ຂັດແຍ່ງທາງການຄ້າ ທີ່ລັດຖະບານໂຕກຽວໄດ້ບັງຄັບໃຊ້ຕໍ່ເກົາຫຼີໃຕ້ ເມື່ອວັນທີ 4 ກໍລະກົດ ຜ່ານມາ ໂດຍ “ເພິ່ມຄວາມເຂັ້ມງວດ” ຕໍ່ຜູ້ປະກອບການຂອງຍີ່ປຸ່ນ ໃນການສົ່ງອອກຜະລິດຕະພັນ ແລະ ວັດຖຸດິບ ສຳລັບການຜະລິດອຸປະກອນເຕັກໂນໂລຢີໄປປະເທດເກົາຫຼີໃຕ້ ເພື່ອຕອບໂຕ້ຕໍ່ຄໍາພິພາກສາຂອງສານສູງສຸດເກົາຫຼີໃຕ້ ເມື່ອທ້າຍປີ 2018 ເຊິ່ງຕັດສິນໃຫ້ສອງບໍລິສັດຂອງຍີ່ປຸ່ນ ຈ່າຍຄ່າຊົດເຊີຍສຳລັບແຮງງານທາດ ສະໄໝສົງຄາມໂລກ ຄັ້ງທີ 2 “ຊໍ້າອີກເທື່ອໜຶ່ງ” ເຊິ່ງທາງການຍີ່ປຸ່ນ ກໍ່ຢືນຢັນວ່າ “ຂໍ້ພິພາດດັ່ງກ່າວໄດ້ສິ້ນສຸດດົນແລ້ວ” ນັບຕັ້ງແຕ່ການລົງນາມຮ່ວມກັນ ເມື່ອປີ 1965.

ในภาพอาจจะมี 2 คน

ในภาพอาจจะมี 2 คน, ผู้คนกำลังนั่ง และสถานที่ในร่ม

ທັງນີ້ ບໍ່ມີການເປີດເຜີຍລາຍລະອຽດຢ່າງຊັດເຈນ ວ່າ ນັກການທູດລະດັບສູງຂອງທັງສອງປະເທດ ໄດ້ສົນທະນາກັນໄປໃນທິດທາງໃດ ແຕ່ທ່ານນາງຄັງ ໄດ້ກ່າວຫຼັງຈາກນັ້ນ ວ່າ ທ່ານໄດ້ຮຽກຮ້ອງໃຫ້ຍີ່ປຸ່ນຍົກເລີກມາດຕະການດັ່ງກ່າວ ເພາະຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຄວາມສໍາພັນລະດັບທະວີພາຄີ  ແລະ ລັດຖະບານເກົາຫຼີໃຕ້ ຈະບໍ່ຕໍ່ອາຍຸຂໍ້ຕົກລົງແບ່ງປັນຂ່າວສານຮ່ວມກັບຍີ່ປຸ່ນ ຖ້າຖືກຖອດຖອນອອກຈາກລາຍຊື່ “ບັນຊີສີຂາວ” ເຊິ່ງປະເທດໃນລາຍຊື່ນີ້ຈະໄດ້ຮັບສິດພິເສດສູງສຸດຈາກລັດຖະບານໂຕກຽວ ໃນການຄ້າຂາຍສຳຄັນລວມເຖິງຍຸໂທປະກອນ ຫຼື ສິນນຄ້າທີ່ອາດກ່ຽວຂ້ອງກັບການປະຕິບັດການທາງທະຫານດ້ວຍ.

ในภาพอาจจะมี 1 คน, กำลังยืน, เครื่องดื่ม และสถานที่ในร่ม

ຕໍ່ມາເມື່ອວັນສຸກ ທ່ານຮິໂຣຊິເງະ ເຊໂກະ ລັດຖະມົນຕີວ່າການກະຊວງເສດຖະກິດ ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ໄດ້ຖະແຫຼງທີ່ນະຄອນຫຼວງໂຕກຽວ ວ່າ ການປະຊຸມຄະນະລັດຖະມົນຕີໄດ້ມີມະຕິເຫັນດີໃຫ້ເອົາປະເທດເກົາຫຼີໃຕ້ອອກຈາກການເປັນໜຶ່ງໃນບັນດາປະເທດຮ່ວມບັນຊີສີຂາວ ໃນວັນທີ 28 ສິງຫາ ນີ້ ໂດຍປັດຈຸບັນມີ 26 ປະເທດ ທີ່ຢູ່ໃນບັນຊີສີຂາວ ເຊິ່ງລວມເຖິງສະຫະລັດ ແລະ ອາເຈນຕິນາ ແລະ ການທີ່ເກົາຫຼີໃຕ້ຈະເປັນປະເທດທຳອິດທີ່ຖືກປົດອອກຈາກລາຍຊື່ດັ່ງກ່າວ ໝາຍຄວາມວ່ານັບແຕ່ນີ້ເປັນຕົ້ນໄປ ລັດຖະບານໂຊ ຕ້ອງຜະເຊີນ​​ໜ້າກັບມາດຕະການ “ຄວບຄຸມການຄ້າ” ຂອງຍີ່ປຸ່ນ.