ລົດເມໂດຍສານອັບການິດສະຖານ ຢຽບກັບລະເບີດ ເສຍຊີວິດ 34 ເຈັບ 17 ຄົນ

50

ລົດເມໂດຍສານສາຍລະຫວ່າງແຂວງໃນອັບການິດສະຖານ ແລ່ນຢຽບກັບລະເບີດທີ່ຄົນຮ້າຍໄດ້ຝັງໄວ້ຢູ່ເສັ້ນທາງຫຼວງ ທາງພາກຕາເວັນຕົກ ເມື່ອໄລຍະເຊົ້າວັນພຸດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 34 ຄົນ ບາດເຈັບ 17 ຄົນ ສ່ວນຫຼາຍເປັນແມ່ຍິງ ແລະ ເດັກນ້ອຍ.

ສຳນັກຂ່າວຣອຍເຕີ ແລະ ເອເອັຟພີ ລາຍງານຈາກນະຄອນຫຼວງຄາບູລ ປະເທດອັບການິດສະຖານ ເມື່ອວັນພຸດ ທີ 31 ກໍລະກົດ ວ່າ ເກີດປະກົດການຫຍໍ້ທໍ້ຕໍ່ຄວາມໝັ້ນຄົງທົ່ວປະເທດອັບການິດສະຖານທີ່ກໍາລັງເຊື່ອມໂຊມລົງ ນັກຮົບກຸ່ມຕາລີບັນ ແລະ ກຸ່ມໄອເອັສ ກໍ່ຄວາມບໍ່ສະຫງົບໂຈມຕີເຈົ້າໜ້າທີ່ ແລະ ປະຊາຊົນເກືອບທຸກມື້.

ການລັກລອບວາງກັບດັກລະເບີດໂຈມຕີໃສ່ລົດເມໂດຍສານ ທີ່ຫົນທາງຫຼວງສາຍລະຫວ່າງ ແຂວງເຮຣາດ ກັບ ແຂວງກັນດະຮາ ໃນເຂດແຂວງຟາຣາ ເມື່ອເວລາປະມານ 6:00 ໂມງເຊົ້າວັນພຸດ ຕາມເວລາທ້ອງຖິ່ນ ທາງໂຄສົກສຳນັກງານຕຳຫຼວດແຂວງຟາຣາ ໃຫ້ຮູ້ວ່າ ມີຜູ້ເສຍຊີວິດ 34 ຄົນ ບາດເຈັບ 17 ຄົນ ທັງໝົດເປັນປະຊາຊົນ ເຊິ່ງສ່ວນຫຼາຍແມ່ນເດັກນ້ອຍ ແລະ ແມ່ຍິງ.

ในภาพอาจจะมี 7 คน, ผู้คนกำลังนั่ง

ຂະນະດຽວກັນ ຍັງບໍ່ມີກຸ່ມໃດອອກມາປະກາດຄວາມຮັບຜິດຊອບ ຂະນະທີ່ ໂຄສົກກະຊວງພາຍໃນຂອງອັບການິດສະຖານ ກ່າວປະນາມ “ຄວາມໂຫດຮ້າຍບໍ່ມີມະນຸດສະທໍາຂອງພວກກໍ່ການຮ້າຍ” ສ່ວນທ່ານເຊດິກ ເຊດິກກີ ໂຄສົກປະຈໍາທໍານຽບປະທານາທິບໍດີ ກ່າວຫາ ກຸ່ມຕາລີບັນເປັນຜູ້ກໍ່ເຫດເສົ້າສະຫຼົດໃນຄັ້ງນີ້.

ເຫດລະເບີດ ເມື່ອເຊົ້າວັນພຸດ ໄດ້ເກີດຂຶ້ນ ກ່ອນການເລືອກຕັ້ງ ປະທານາທິບໍດີອັບການິດສະຖານ ທີ່ຈະມີຂຶ້ນໃນເດືອນໜ້າ ຂະນະທີ່ ຕາງໜ້າລັດຖະບານສະຫະລັດ ແລະ ກຸ່ມຕາລີບັນ ກຳລັງສືບຕໍ່ການເຈລະຈາສັນຕິພາບ ທີ່ນະຄອນຫຼວງໂດຮາ ປະເທດກາຕ້າ ໃນຕາເວັນອອກກາງ ເຊິ່ງມີບັນຫາຫຼັກຄືການກຳນົດໄລຍະເວລາ ຖອນກໍາລັງທະຫານສະຫະລັດອອກຈາກປະເທດອັບການິດສະຖານ.