ວິທະຍາໄລການຄ້າ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 114 ຄົນ

85

ສົກຮຽນ 2018 – 2019 ວິທະຍາໄລການຄ້າ ສາມາດສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ 114 ຄົນ ເຊິ່ງ ທ່ານຮອງລັດຖະມົນຕີ ໄດ້ມີຄວາມຄາດຫວັງຕໍ່ບັນດິດຈົບໃໝ່ເຫຼົ່ານີ້ຈະປະກອບສ່ວນສຳຄັນໃນຂະແໜງທຸລະກິດການຄ້າໃນຕໍາແໜ່ງງານຕ່າງໆ.

ໃນຕອນເຊົ້າຂອງວັນທີ 30 ກໍລະກົດ 2019 ທີ່ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ກາຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະຫຼຸບປິດສົກຮຽນ 2018 – 2019 ຂອງວິທະຍາໄລການຄ້າ ໂດຍການເປັນປະທານຂອງ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ຜູ້ຊີ້ນຳສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ລາວຮົວ ເຈີຈິງ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ, ຜູ້ອຳນວຍການ – ຮອງອຳນວຍການ, ນັກສຶກສາວິທະຍາໄລການຄ້າ ແລະ ແຂກຖືກເຊີນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຫຼັກໄຊ ແກ້ວຍະສານ ຮອງອຳນວຍການວິທະຍາໄລການຄ້າ ກ່າວວ່າ: ໃນສົກຮຽນ 2018 – 2019 ວິທະຍາໄລການຄ້າ ພວກເຮົາໄດ້ເປີດການຮຽນ – ການສອນພຽງແຕ່ຫຼັກສູດດຽວ ຄື: ຫຼັກສູດຊັ້ນສູງ ລະບົບ 3 ປີ ( 6 ພາກຮຽນ ) ໃນສາຂາທຸລະກິດການຄ້າ ທີ່ໄດ້ຮັບການອະນຸມັດຈາກກະຊວງສຶກສາທິການ ແລະ ກີລາ ເຊິ່ງການສິດສອນໄດ້ມີແຜນການຈັດຕັ້ງການຮຽນ – ການສອນຢ່າງເປັນລະບົບໃນແຕ່ລະສາຍວິຊາຂອງແຕ່ລະພາກຮຽນ ແລະ ແຕ່ລະຊັ້ນຮຽນ; ໄດ້ຈັດສັນຕາຕະລາງການຮຽນ – ການສອນ ປະຈຳອາທິດ, ເດືອນ, ພາກຮຽນ ແລະ ປີ ຢ່າງລະອຽດ; ໄດ້ມີການສອບເສັງປະຈຳແຕ່ລະພາກຮຽນຕາມລະບຽບການ. ສຳລັບໃນສົກຮຽນປີນີ້ ໄດ້ມີນັກສຶກສາທີ່ຈົບຈາກວິທະຍາໄລ 114 ຄົນ ເຊິ່ງນັກສຶກສາທີ່ມີຄະແນນສະສົມສະເລ່ຍ ( CGPA ) 3,00 ຂຶ້ນໄປ ມີຈຳນວນ 31 ຄົນ ກວມເອົາ 27%; ຄະແນນ 2,00 – 2,99 ມີຈຳນວນ 77 ຄົນ ກວມເອົາ 68% ແລະ ຄະແນນຕໍ່າກວ່າ 1,99 ມີຈຳນວນ 6 ຄົນ ຕ້ອງໄດ້ມາອັບເກຣດຄະແນນ ຈຶ່ງຈະໄດ້ຮັບໃບປະກາດ ກວມເອົາ 5%. ນອກຈາກນີ້, ຍັງມີນັກສຶກສາທີ່ຮຽນເກັ່ງໄດ້ຮັບໃບຍ້ອງຍໍຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ 8 ຄົນ ແລະ ໃບຍ້ອງຍໍຂອງວິທະຍາໄລການຄ້າ 22 ຄົນ.

ທ່ານ ບຸນມີ ມະນີວົງ ກ່າວເນັ້ນວ່າ: ວິທະຍາໄລການຄ້າ, ສະຖາບັນຄົ້ນ ຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ມີບົດບາດເປັນເສນາທິການໃຫ້ກະຊວງ ອຄ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃນຂະແໜງທຸລະກິດການຄ້າສະໜອງໃຫ້ອົງກອນ, ໜ່ວຍງານ, ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆພາຍໃນປະເທດ ເພື່ອປະກອບສ່ວນເຂົ້າໃນຕຳແໜ່ງຕາມຄວາມເໝາະສົມ ຫຼື ຖ້າຫາກທ່ານໃດທີ່ຮຽນຈົບໄປແລ້ວ ມີເງື່ອນໄຂສາມາດປະກອບທຸລະກິດເປັນຂອງຕົນເອງກໍໄດ້ ເພາະວ່າຫຼັກສູດການຮຽນ – ການສອນຢູ່ວິທະຍາໄລການຄ້າພວກເຮົາ ແມ່ນລົງເລິກການສິດສອນທາງດ້ານການບໍລິຫານທຸລະກິດ, ການຄ້າສາກົນ, ກົດໝາຍທຸລະກິດ, ການຕະຫຼາດ ແລະ ຫຼາຍວິຊາທີ່ກ່ຽວຂ້ອງກັບການເປັນຜູ້ປະກອບການທຸລະກິດດ້ານການຄ້າ ແລະ ການລົງທຶນ.

ນາງ ເລ່ມອນ ສົມວັນທາ ເປັນໜຶ່ງໃນນັກສຶກສາທີ່ຈົບໃນສົກຮຽນນີ້ ໃຫ້ຮູ້ວ່າ: ພາຍຫຼັງທີ່ຈົບໄປແລ້ວ ຕົນກໍຈະເອົາຄວາມຮູ້, ຄວາມສາມາດທີ່ຕົນໄດ້ຮໍ່າຮຽນຢູ່ວິທະຍາໄລແຫ່ງນີ້ໄປໃຊ້ເຂົ້າສະໝັກເຮັດວຽກ ໂດຍແນວຄິດແລ້ວຢາກຈະເຂົ້າເຮັດວຽກນຳອົງການລັດ ແຕ່ຖ້າບໍ່ໄດ້ກໍຈະຕ້ອງຫາເຮັດວຽກນຳເອກະຊົນ ແລະ ຄິດຢາກມີທຸລະກິດຮ້ານຂາຍສິນຄ້າສົ່ງເປັນຂອງຕົນເອງ ເພາະໄດ້ຮຽນຮູ້ວິທີການເຮັດທຸລະກິດມາເປັນຢ່າງດີ.

( ຂ່າວ: ສັນຕິ )