ໂບອິງຂາດທຶນກຽມຍົກເລີກການຜະລິດເຮືອບິນລຸ້ນ737ແມ໊ກ

48

ທ່ານ ເດນນິດ ມຸຍເລນເບິກ ປະທານຄະນະບໍລິຫານໂບອິງ ກ່າວວ່າ:ໃນໄຕມາດ2ຂອງປີນີ້,ບໍລິສັດຂາດທຶນປະມານ2.940ໂດລາເນື່ອງຈາກຕ້ອງເສຍຄ່າໃຊ້ຈ່າຍຫຼາຍຂຶ້ນໃນການແກ້ໄຂບັນຫາທາງເຕັກນິກເພື່ອຮຽກຄວາມເຊື່ອໝັ້ນຂອງບໍລິສັດກັບຄືນມາຕະຫຼອດຊົດໃຊ້ແກ້ຜູ້ເສຍຫາຍຈາກເຮືອບິນ737ແມ໊ກຕົກ2ຄັ້ງຫຼາຍກວ່າ8.000ລ້ານໂດລາ.

ເຖິງວ່າໂບອິງຍັງໝັ້ນໃຈວ່າເຮືອບິນລຸ້ນນີ້ຈະໄດ້ຮັບອະນຸຍາດໃຫ້ຂຶ້ນບິນໄດ້ອີກຄັ້ງໃນໄລຍະຕົ້ນເດືອນ ຕຸລາທີ່ຈະເຖິງນີ້,ແຕ່ບໍລິສັດຍອມຮັບວ່າກໍາລັງພິຈາລະນາຢຸດການຜະລິດເຮືອບິນລຸ້ນນີ້ຊົ່ວຄາວຫຼືຖາວອນຫາກຍັງຖືກຫ້າມຂຶ້ນບິນຢ່າງບໍ່ມີກໍານົດ.

ຄວາມເສຍຫາຍຈາກອຸບັດເຫດເຮືອບິນໂບອິງລຸ້ນດັ່ງກ່າວຕົກ2ຄັ້ງໃນໄລຍະເວລາຫ່າງກັນພຽງ5ເດືອນ,ບໍລິສັດໂບອິງຜູ້ຜະລິດເຮືອບິນລາຍໃຫຍ່ຂອງອາເມຣິກາໄດ້ຮັບຜົນກະທົບຢ່າງໜັກຈາກຄວາມບໍ່ເຊື່ອໝັ້ນຂອງນາໆຊາດທີ່ປະກາດຫ້າມນໍາເຮືອບິນລຸ້ນຈ37ແມ໊ກຂຶ້ນບິນຢ່າງບໍ່ມີກໍານົດຕະຫຼອດຮອດສາຍການບິນບາງແຫ່ງທີ່ຍົກເລີກຄໍາສັ່ງຊື້ເຮືອບິນລຸ້ນນີ້ນໍາອີກ.

ທັງນີ້ຈາກເຫດການເຮືອບິນຕົກ,ໂບອິງໄດ້ຫຼຸດກໍາລັງການຜະລິດເຮືອບິນຂະໜາດໃຫຍ່ລົງໄປຈາກ52ລໍາຕໍ່ເດືອນເຫຼືອພຽງ42ລໍາ ແລະ ຜົນກະທົບຈາກຄໍາສັ່ງຊື້ທີ່ຫຼຸດລົງກໍເຮັດໃຫ້ຍອດຂາດຫຼຸດລົງເຖິງ35.

ນອກຈາກນີ້,ໂບອິງຍັງມີບັນຫາບໍ່ສາມາດສົ່ງມອບເຮືອບິນ777ເອ໊ກລຸ້ນໃໝ່ຂອງບໍລິສັດໄດ້ຕາມກໍານົດເກົ່າໃນທ້າຍປີນີ້ເນື່ອງຈາກບັນຫາທີ່ເກີດຂຶ້ນກັບເຄື່ອງຈັກເຈ໊ດຂອງບໍລິສັດ ເຈເນີຣັນ.