ອົບຮົມວິທີປ້ອງກັນອັກຄີໄພ ໃຫ້ນັກສຶກສາເຕັກນິກວິຊາຊີບສະຫວັນນະເຂດ

76

ອັກຄີໄພ ເປັນເຫດສຸດວິໄສທີ່ເກີດຂຶ້ນໄດ້ທຸກທີ່ທຸກເວລາ ເພາະມັນເກີດຂຶ້ນແລ້ວບໍ່ວ່າຈະເປັນເລື່ອງນ້ອຍ ຫຼື ໃຫຍ່ ຕ່າງກໍ່ສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນທັງນັ້ນ ສະນັ້ນ ເພື່ອເປັນການປ້ອງກັນຕ້ານການເກີດອັກຄີໄພ ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ຈຶ່ງໄດ້ຈັດຝຶກອົບຮົມວິທີປ້ອງກັນ ອັກຄີໄພ ໃຫ້ແກ່ນັກສຶກສາເຕັກນິກວິຊາຊີບ ສະຫວັນນະເຂດ ໄດ້ຮຽນຮູ້ ເພື່ອຊ່ວຍເຫຼືອຕົນເອງໄດ້ໃນເບື້ອງຕົ້ນ ເມື່ອເກີດໄຟໄໝ້.

 

 

ພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພຂັ້ນພື້ນຖານໃຫ້ນັກຮຽນນັກສຶກສາ ໂຮງຮຽນເຕັກນິກວິຊາຊີບ ແຂວງສະຫວັນນະເຂດ ໃນວັນທີ 24 ກໍລະກົດ 2019 ຜ່ານມາ ໂດຍມີທ່ານ ພັຕ ເຂືອງຄໍາ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ເຂົ້າຮ່ວມມີທ່ານ ຄຳສິງ ນັນທະວອນ ຮອງຫົວໜ້າພະແນກ ກິດຈະການນັກສຶກສາ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນນັກສຶກສາເຂົ້າຮ່ວມ.

 

 

ທ່ານ ພັຕ ເຂືອງຄຳ ພົມມະລາດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ໄດ້ຜ່ານກົດໝາຍ ວ່າດ້ວຍ ການສະກັດກັ້ນ ແລະ ຕ້ານອັກຄີໄພ ພ້ອມດຽວກັນນີ້ກໍ່ ໄດ້ຍົກໃຫ້ເຫັນບັນຫາທີ່ມັກພາໃຫ້ເກີດອັກຄີໄພຢູ່ຕາມບັນດາໂຮງຈັກໂຮງງານ, ຕະຫຼາດ, ຫ້າງຮ້ານຕ່າງໆ ຕະຫຼອດຮອດບ້ານເຮືອນປະຊາຊົນ, ອະທິບາຍທິດສະດີເບື້ອງຕົ້ນໃນການປ້ອງກັນ, ການຊ່ວຍເຫຼືອຕົນເອງ ແລະ ຄົນອື່ນໃນຍາມເກີດອັກຄີໄພ, ຍົກໃຫ້ເຫັນຊະນິດໄຟຕ່າງໆ, ອົງປະກອບຂອງໄຟ ແລະ ການນຳໃຊ້ບັ້ງມອດໄຟໃຫ້ຖືກຕ້ອງຕາມແຕ່ລະຊະນິດຂອງໄຟ.

 

 

ນອກນັ້ນ,  ຍັງໄດ້ສາທິດ ແລະ ລົງປະຕິບັດຕົວຈິງກ່ຽວກັບວິທີດັບມອດໄຟ, ການໃຊ້ບັ້ງມອດໄຟເຂົ້າມອດໄຟຈາກເຕົາແກັສ ແລະ ມອດໄຟຈາກນ້ຳມັນ, ການດັບມອດໄຟທີ່ເກີດຈາກແກັສຮົ່ວດ້ວຍມືເປົ່າ, ການດັບມອດໄຟຈາກສາຍແກັສຫຼຸດ, ສາທິດການນຳໃຊ້ລົດມອດໄຟ, ວິທີນຳໃຊ້ສາຍສີດນ້ຳຈາກລົດມອດໄຟ ເພື່ອເຮັດໃຫ້ນັກຮຽນນັກສຶກສາ ມີຄວາມຮູ້ພື້ນຖານໃນການປ້ອງກັນສະກັດກັ້ນອັກຄີໄພ, ມີຄວາມຮັບຜິດຊອບເປັນເຈົ້າການ ເມື່ອມີໄຟໄໝ້ເກີດຂື້ນສາມາດແກ້ໄຂໄດ້ຢ່າງທັນການ ປ້ອງກັນຜົນເສຍຫາຍທີ່ເກີດຈາກອັກຄີໄພໃຫ້ຫຼຸດນ້ອຍທີ່ສຸດ.