ລະວັງ! ຕົກເປັນເຫຍື່ອຄ້າມະນຸດ ແຕ່ງງານຕ້ອງຖືກກົດໝາຍ

44

ສັງຄົມທຸກມື້ນີ້ມີຫຼາຍປະກົດການເກີດຂຶ້ນ ແລະ ກາຍເປັນສິ່ງຫຍໍ້ທໍ້ໃນສັງຄົມ. ປັດຈຸບັນບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍມັກເກີດຂຶ້ນມາໃນຮູບແບບຕ່າງໆ ທີ່ເປັນການຊັກຊວນ, ຈູງໃຈ ແລະ ກໍ່ມີສາວລາວຫຼາຍໆຄົນຕົກເປັນເຫຍື່ອແບບບໍ່ຮູ້ໂຕ ເຊັ່ນດຽວກັບເລື່ອງລາວທີ່ເກີດຂຶ້ນຢູ່ແຂວງ ອຸດົມໄຊນີ້.

 

 

ໃນວັນທີ 16 ກໍລະກົດ 2019 ຜ່ານມາ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຜ່ານທາງໂທລະສັບຈາກເຈົ້າໜ້າທີ່ປະຈໍາດ່ານພູຫຼັກຄຳ ເມືອງນາໝໍ້ວ່າ: ໃຫ້ມາຮັບເອົາຜູ້ຍິງ ຈໍານວນ 02 ຄົນ ທັງສອງເປັນຄົນລາວ ເຊິ່ງຍັງເປັນເດັກນ້ອຍຮູ້ເທົ່າບໍ່ເຖິງການ ແລະ ຖືກຕຳຫຼວດແຂວງສິບສອງພັນນາ ສ.ປ.ຈີນ ໄດ້ກັກຕົວແລ້ວນໍາສົ່ງໃຫ້ເຈົ້າໜ້າທີ່ປະຈໍາດ່ານພູຫຼັກຄຳ ເພື່ອປະສານຕໍ່ພາກສ່ວນກຽ່ວຂ້ອງ. ຈາກນັ້ນ, ທາງເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງອຸດົມໄຊ ຈຶ່ງໄດ້ໄປຮັບເອົາຜູ້ຖືກເຄາະຮ້າຍຢູ່ຈຸດດັ່ງກ່າວ ມາດໍາເນີນການສືບສວນ-ສອບສວນ.

 

 

ຜ່ານການສອບປາກຄຳໃນເບື້ອງຕົ້ນຮູ້ວ່າ: ຜູ້ທີ່ຖືກຕົວະຍົວະຫຼອກລວງ (ລາຍທີ1) ຊື່ ນາງ ລູເລົາ, ອາຍຸ 15 ປີ, ເຜົ່າມົ້ງ, ສັນຊາດລາວ, ຫວ່າງງານ, ພໍ່ຊື່ ທ້າວ ເຊັງລືເລົາ, ອາຍຸ 34 ປີ ແລະ ແມ່ຊື່ ນາງ ໃຈມົວ, ອາຍຸ 31 ປີ, ປະຊາຊົນ ຢູ່ບ້ານ ຢາວໃຫຍ່, ເມືອງໄຊ ແຂວງອຸດົມໄຊ; (ລາຍທີ2) ຊື່ ນາງ ເຊັງເຮີ, ອາຍຸ 14 ປີ, ຫວ່າງງານ, ເປັນລູກຂອງ ນາງ ດີເລົາ, ປະຊາຊົນຢູ່ບ້ານ ຊົງຈ່າ, ເມືອງນ້ຳບາກ, ແຂວງ ຫຼວງພະບາງ.

ຜ່ານການເກັບກຳຂໍ້ມູນ ແລະ ການຕີລາຄາຂອງເຈົ້າໜ້າທີ່ວິຊາສະເພາະໃຫ້ຮູ້ວ່າ: ທັງສອງຄົນບໍ່ແມ່ນບຸກຄົນທີ່ຖືກເຄາະຮ້າຍຈາກເຫຍື່ອຄ້າມະນຸດ, ແຕ່ຖືກບ່າວທີ່ເປັນຄົນຈີນຕົວະຍົວະຫຼອກລວງເອົາໄປເປັນເມຍດ້ວຍຄວາມພໍໃຈຂອງຄອບຄົວ ແລະ ຜູ້ປົກຄອງຂອງເດັກ ແຕ່ຍ້ອນຄວາມຮູ້ເທົ່າບໍ່ເຖິງການຂອງເຂົາເຈົ້າ ຈຶ່ງໃຫ້ລູກຫຼານຂອງໄປແຕ່ງງານກັບຄົນຕ່າງປະເະທດ ໂດຍບໍ່ຖືກຕ້ອງຕາມກົດລະບຽບກົດໝາຍ

 

ມາຮອດວັນທີ 18 ເດືອນ ກໍລະກົດ ເຈົ້າໜ້າທີ່ທີ່ກຽ່ວຂ້ອງຈຶ່ງໄດ້ແຈ້ງໃຫ້ພໍ່-ແມ່ຜູ້ປົກຄອງ ແລະ ການຈັດຕັ້ງບ້ານຂອງຜູ້ຖືກເຄາະຮ້າຍທັງສອງມາຮັບຊາບການສຶກສາອົບຮົມ ແລະ ແນະນໍາຈາກເຈົ້າໜ້າທີ່ ໃຫ້ເຫດການດັ່ງກ່າວນີ້ເປັນອຸທາຫອນສອນໃຈບໍ່ຄວນເຮັດ ເຊິ່ງຜິດຕໍ່ລະບຽບກົດໝາຍວາງອອກ ແລະ ອື່ນໆ. ພ້ອມນີ້, ກໍໄດ້ມອບສົ່ງຜູ້ຖືກເຄາະຮ້າຍຄືນສູ່ຄອບຄົວ ແລະ ການຈັດຕັ້ງບ້ານທັງສອງບ້ານ.