ຍີ່ປຸ່ນ ເຊີນທູດເກົາຫຼີໃຕ້ເຂົ້າພົບ ເພື່ອປະທ້ວງທີ່ຮື້ຟື້ນຂໍ້ພິພາດແຮງງານທາດ

59

ລັດຖະບານຍີ່ປຸ່ນ ເຊີນທູດຂອງເກົາຫຼີໃຕ້ເຂົ້າຫາລື ເພື່ອປະທ້ວງຢ່າງເປັນທາງການ ຕໍ່ກໍລະນີບັດຖະບານໂຊ ຮື້ຟື້ນຂໍ້ພິພາດເລື່ອງແຮງງານທາດ ສະໄໝສົງຄາມໂລກ ທີ່ລັດຖະບານໂຕກຽວ ຢືນຢັນວ່າ ຍຸຕິ ແລະ ຊົດເຊີຍໃຫ້ ຕັ້ງແຕ່ 50 ປີ ກ່ອນ ແລະ ເລື່ອງນີ້ ກາຍເປັນຊະນວນຄວາມຂັດແຍ່ງທາງການຄ້າຄັ້ງໃໝ່ລະຫວ່າງສອງປະເທດ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 19 ກໍລະກົດ  ວ່າ ທ່ານທາໂຣ ໂຄໂນະ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ເຊີນທ່ານນໍາ ກວານ – ພໂຍ ເອກອັກຄະລາຖະທູດເກົາຫຼີໃຕ້ ປະຈໍານະຄອນຫຼວງໂຕກຽວເຂົ້າພົບທີ່ກະຊວງການຕ່າງປະເທດ ເມື່ອໄລຍະເຊົ້າຂອງວັນສຸກ ຕາມເວລາທ້ອງຖິ່ນ “ເພື່ອຫາລືຢ່າງເປັນທາງການ” ກ່ຽວກັບການທີ່ລັດຖະບານໂຊບໍ່ຕອບສະໜອງຕາມກໍານົດຂອງລັດຖະບານໂຕກຽວ ຄືພາຍໃນເມື່ອວັນສຸກ ທີ 19 ມິຖຸນາ ຜ່ານມາ ກ່ຽວກັບຂໍ້ສະເໜີໃນການຈັດຕັ້ງຄະນະເຮັດວຽກຕາມຂໍ້ຕົກລົງ “ໂດຍປະເທດທີ່ເປັນກາງ 3 ປະເທດ” ເພື່ອແກ້ໄຂຂໍ້ພິພາດລະຫວ່າງ ເກົາຫຼີໃຕ້ ກັບ ຍີ່ປຸ່ນ ກ່ຽວກັບປະເດັນແຮງງານທາດ ສະໄໝສົງຄາມໂລກ ຄັ້ງທີສອງ ເຊິ່ງຍີ່ປຸ່ນ ຢືນຢັນວ່າ “ສິ້ນສຸດໄປດົນແລ້ວ” ຕັ້ງແຕ່ການລົງນາມຮ່ວມກັນໃນຂໍ້ຕົກລົງ ເມື່ອປີ 1965 ເຊິ່ງເປັນປີດຽວກັບທີ່ທັງສອງປະເທດຟື້ນຟູຄວາມສໍາພັນທາງການທູດຕໍ່ກັນດ້ວຍ.

ในภาพอาจจะมี 3 คน

ในภาพอาจจะมี 5 คน, ฝูงชน และสถานที่กลางแจ้ง

ທັງນີ້ ຍີ່ປຸ່ນບໍ່ພໍໃຈຢ່າງໜັກຈາກກໍລະນີທີ່ສານສູງສຸດໃນນະຄອນຫຼວງໂຊ ມີຄໍາພິພາກສາເມື່ອທ້າຍປີ ຜ່ານມາ ໃຫ້ບໍລິສັດຂອງຍີ່ປຸ່ນ 2 ແຫ່ງຄື “ນິບປອນ ສະຕິລ” ແລະ “ມິດຊູບິຊິ ແມທິຣຽວ” ຈ່າຍຄ່າຊົດເຊີຍໃຫ້ແກ່ ຄອບຄົວຂອງແຮງງານທາດທີ່ຖືກບໍລິສັດທັງສອງແຫ່ງ “ລະເມີດສິດທິມະນຸດສະທໍາຢ່າງຮ້າຍແຮງ” ໃນສະໄໝສົງຄາມໂລກ ຄັ້ງທີສອງ ໃນຂະນະ ທີ່ລັດຖະບານຍີ່ປຸ່ນປະທ້ວງຢ່າງໜັກຈົນເຖິງປັດຈຸບັນ ແລະ ຢືນຢັນ ວ່າ ໄດ້ປະຕິບັດຕາມຂໍ້ຕົກລົງ ເມື່ອ 54 ປີ ທີ່ຜ່ານມາແລ້ວທຸກປະການ ແລະ “ຜິດຫວັງຢ່າງຍິ່ງ” ທີ່ເກົາຫຼີໃຕ້ກັບມາຮື້ຟື້ນເລື່ອງເກົ່າຂຶ້ນມາອີກ.

ในภาพอาจจะมี 3 คน, ข้อความ

ในภาพอาจจะมี 2 คน, สถานที่กลางแจ้ง

ຕໍ່ມານາຍົກລັດຖະມົນຕີຊິນໂຊະ ອາເບະ ປະກາດເມື່ອຕົ້ນເດືອນນີ້ ກ່ຽວກັບການຍົກລະດັບມາດຕະການເຂັ້ມງວດໃນການສົ່ງອອກເຄມີພັນຫຼາຍຊະນິດ ແລະ ວັດຖຸດິບທັນສະໄໝສໍາລັບໃຊ້ໃນການຜະລິດເຊມິຄອນດັກເຕີ ແລະ ໜ້າຈໍສະມາດໂຟນໄປເກົາຫຼີໃຕ້ ມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 4 ກໍລະກົດ ທີ່ຜ່ານມາ ໂດຍກະຊວງເສດຖະກິດການຄ້າ ແລະ ອຸດສາຫະກໍາຂອງຍີ່ປຸ່ນ ຢືນຢັນວ່າ ບໍ່ແມ່ນ “ມາດຕະການກີດກັນທາງການຄ້າ” ພຽງແຕ່ຜູ້ປະກອບການຂອງຍີ່ປຸ່ນຕ້ອງເຮັດເລື່ອງຂໍໃບອະນຸຍາດຈາກໜ່ວຍງານຂອງລັດທີ່ອາດໃຊ້ເວລາພິຈາລະນາດົນເຖິງ 90 ວັນ ເພື່ອໃຫ້ສົ່ງອອກສິນຄ້າເຫຼົ່ານີ້ ໃຫ້ແກ່ລູກຄ້າໃນເກົາຫຼີໃຕ້ ແລະ ຈະໄດ້ຮັບການອະນຸມັດ ຫຼື ບໍ່ກໍ່ໄດ້ ດ້ານປະທານາທິບໍດີມຸນ ແຈ – ອິນ ຜູ້ນໍາເກົາຫຼີໃຕ້ ຮຽກຮ້ອງອາເບະ ຍົກເລີກມາດຕະການດັ່ງກ່າວ ແລະ ກຽມຮ້ອງຮຽນຕໍ່ອົງການການຄ້າໂລກ (WTO) ຂະນະທີ່ພາກປະຊາຊົນປຸກລະດົມກັນແບນສິນຄ້າຍີ່ປຸ່ນຢ່າງດູເດືອດ.