ທໍ ພາກ4 ຈະໄດ້ ຜູ້ກຳກັບ ແລະ ນັກສະແດງຄົນເກົ່າ

191

ຖືໄດ້ວ່າເປັນຂ່າວດີທີ່ເຮັດໃຫ້ບັນດາແຟນໆ ມາຮ໌ເວລ ກຽມດີໃຈກັນເລີຍ ເມື່ອມີຂ່າວຈາກສໍານັກຂ່າວຕ່າງປະເທດລາຍງານອອກມາ ວ່າ ເທບພຣະເຈົ້າສາຍຟ້າ ຫຼື Thor ຈາກຈັກກະວານຮູບເງົາມາຣ໌ເວລ ຫຼື MCU: Marvel Cinematic Universe ຂອງພວກເຮົາຈະກັບມາສ້າງຄວາມສຸກເທິງຈໍໂຮງຮູບເງົາອີກຄັ້ງໃນໄວໆ ນີ້.

ເຊິ່ງຜູ້ທີ່ຈະມາກໍາກັບ ແລະ ຂຽນບົດຮູບເງົາ Thor 4 ກໍ່ຄືຜູ້ກໍາກັບ ໄທກາ ໄວຕີຕີ້ (Taika Waititi) ຈາກ Thor: Ragnarok  ຫຼື ທໍ ເທບພຣະເຈົ້າສາຍຟ້າ ພາກ3 ນັ້ນເອງ.

Taika Waititi ແລະ Chris Hemsworth

ແລະ ກໍ່ເປັນ ຄຣິສ ເຮມສ໌ເວີດ (Chris Hemsworth) ຂອງພວກເຮົາກັບມາຮັບບົດບາດ ທໍ ອີກດ້ວຍ.

ຢ່າງໃດກໍ່ຕາມ ການກັບມາກໍາກັບ Thor 4 ຂອງ ໄທກາ ເຮັດໃຫ້ຕົນຕ້ອງພັບໂຄງການສ້າງຮົບເງົາທີ່ດັດແປງມາຈາກປື້ມກາຕູນ ມັງງະເລື່ອງ Akira ໄວ້ແບບບໍ່ມີກໍານົດ.

ສ່ວນລາຍະລະອຽດເພິ່ມຕື່ມທີ່ກ່ຽວກັບຮົບເງົາເລື່ອງ Thor 4 ອາດຈະມີການເວົ້າເຖິງໃນງານ Comic-Con ທີ່ຈະມີຂຶ້ນໃນວັນທີ 21 ກໍລະກົດ ນີ້.