ໄຊຍະບູລີ ອາດເກັບລາຍຮັບບໍ່ໄດ້ເປົ້າ

42

ປີນີ້ແຂວງໄຊຍະບູລີ ຄາດຄະເນເສດຖະກິດຂະຫຍາຍຕົວອາດບໍ່ບັນລຸເປົ້າ ເພາະປະເຊີນກັບສະພາບຄວາມແຫ້ງແລ້ງແກ່ຍາວ ລວມທັງໄດ້ຮັບຜົນກະທົບຈາກສັດຕູພືດທຳລາຍພືດກະສິກຳເປັນວົງກວ້າງ, ສ່ວນດ້ານການຈັດເກັບລາຍຮັບໄລຍະ 6 ເດືອນຕົ້ນປີ ໄດ້ພຽງ 47,1% ເທົ່ານັ້ນ.

ທ່ານ ພົງສະຫວັນ ສິດທະວົງ ເຈົ້າ  ແຂວງໄຊຍະບູລີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ ຊຸດທີ 1 ໃນຕອນເຊົ້າຂອງວັນທີ 16 ກໍລະກົດ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ວ່າ: ດ້ານການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຜ່ານມາ ສາມາດເກັບລາຍຮັບໄດ້ທັງໝົດ 453,5 ຕື້ກີບ ເທົ່າກັບ 47,1% ຂອງແຜນການປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 98,39%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 346,05 ຕື້ກີບ ເທົ່າກັບ 48,8% ຂອງແຜນການປີ, ສຳລັບພູດທ້ອງຖິ່ນປະຕິບັດໄດ້ 107,4 ຕື້ກີບ ເທົ່າກັບ 42,45% ຂອງແຜນການປີ; ດ້ານລາຍຈ່າຍປະຕິບັດໄດ້ 246,4 ຕື້ກີບ ເທົ່າກັບ 79,5% ຂອງແຜນການ 6 ເດືອນ ຫຼື ເທົ່າກັບ 44,9% ຂອງແຜນການປີ.

ມາຮອດປັດຈຸບັນສາມາດເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ – ລັດຖະກອນສຳເລັດໃນເດືອນມິຖຸນາ ແລະ ພວມສືບຕໍ່ເບີກຈ່າຍ ເດືອນກໍລະກົດ 2019, ບັນດາສາຂາທະນາຄານທຸລະກິດ ສາມາດລະດົມເງິນຝາກໄດ້ 1.315 ຕື້ກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 0,56% ແລະ ປ່ອຍເງິນກູ້ໄດ້ທັງໝົດ 266,84 ຕື້ກີບ ເທົ່າກັບ 48,05%. ອັນພົ້ນເດັ່ນແຂວງໄດ້ຈັດກອງປະຊຸມພົບປະລະຫວ່າງພາກລັດ ກັບ ຜູ້ປະກອບການ ແລະ ສາຂາທະນາຄານທຸລະກິດ ເພື່ອແກ້ໄຂໜີ້ສິນ, ຂອດການປະສານງານ ແລະ ບໍລິການໃຫ້ດີຂຶ້ນ.

ດ້ານການພັດທະນາເສດຖະກິດຂອງແຂວງ ໂດຍອີງໃສ່ 3 ທ່າແຮງເປັນຕົ້ນຕໍ ເຊັ່ນ: ການປູກ – ການລ້ຽງຕິດພັນກັບການປຸງແຕ່ງ, ອຸດສາຫະກໍາໄຟຟ້າ, ການບໍລິການ ແລະ ທ່ອງທ່ຽວ, ປັດຈຸບັນການຜະລິດຂອງປະຊາຊົນໃນໄລຍະຕົ້ນລະດູປີເຫັນວ່າສືບຕໍ່ເປັນຂະບວນການຕໍ່ເນື່ອງ ແລະ ມີບັນຍາກາດຟົດຟື້ນດີ, ແຕ່ໄລຍະຫຼັງມານີ້ເນື່ອງຈາກໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງແກ່ຍາວ ແລະ ສັດຕູພືດ ທໍາລາຍຜົນລະປູກຂອງປະຊາຊົນເປັນບໍລິເວນກວ້າງ, ຄາດວ່າການເຕີບໂຕເສດຖະກິດຂອງແຂວງ ຈະບໍ່ບັນລຸຄາດໝາຍວາງໄວ້ ( 8,7% ) ຄາດວ່າຈະສາມາດສ້າງມູນຄ່າເພີ່ມໃນປີໄດ້ພຽງແຕ່ 10.173 ຕື້ກີບ ( ແຜນປີ 10.678 ຕື້ກີບ ), ລາຍໄດ້ສະເລ່ຍຕໍ່ຫົວຄົນຈະບັນລຸພຽງແຕ່ 3.096 ໂດລາສະຫະລັດ ( ແຜນປີ 3.381 ໂດລາສະຫະລັດ ).

6 ເດືອນຕົ້ນປີ ສາມາດສົ່ງອອກສິນຄ້າໄດ້ທັງໝົດ 27,80 ລ້ານໂດລາສະຫະລັດ ເທົ່າກັບ 84,24% ຂອງແຜນການປີ, ສ່ວນການນຳເຂົ້າສິນຄ້າ 74,58 ລ້ານໂດລາສະຫະລັດ ເທົ່າກັບ 48,82% ຂອງແຜນການປີ. ນອກນັ້ນ, ຍັງໄດ້ນຳເຂົ້າວັດສະດຸກໍ່ສ້າງ ເພື່ອຮັບໃຊ້ໂຄງການກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ, ໂຄງການໃຫຍ່ຂອງສູນກາງມູນຄ່າ 51,70 ລ້ານໂດລາສະຫະລັດ.

ທ່ານ ພົງສະຫວັນ ສິດທະວົງ ຍັງໄດ້ກ່າວຕື່ມອີກວ່າ: ເພື່ອກະຕຸ້ນໃຫ້ເສດຖະກິດມີການເຕີບໂຕ, ອົງການປົກຄອງແຂວງໄດ້ສຸມໃສ່ປະຕິບັດໂຄງການຕົ້ນຕໍ ເຊັ່ນ: ໂຄງການລົງທຶນຂອງລັດມີທັງໝົດ 364 ໂຄງການ ມູນຄ່າ 40,78 ຕື້ກີບ, ປະຕິບັດໃນ 6 ເດືອນຕົ້ນປີສຳເລັດ ມູນຄ່າ 30,81 ຕື້ກີບ ເທົ່າກັບ 52,97% ຂອງແຜນການປີ; ທຶນຊ່ວຍເຫຼືອລ້າ – ທຶນກູ້ຢືມ ມີທັງໝົດ 51 ໂຄງການ ມູນຄ່າ 290,02 ຕື້ກີບ, ປະຕິບັດໃນ 6 ເດືອນຕົ້ນປີ ມີ 46 ໂຄງການ ມູນຄ່າ 80,9 ຕື້ກີບ ເທົ່າກັບ 28% ຂອງແຜນການປີ.

ກ່ຽວກັບການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6 ໂຄງການ ມູນຄ່າ 52,1 ຕື້ກີບ; ພົ້ນເດັ່ນແມ່ນການລະດົມທຶນປະຊາຊົນມີສ່ວນຮ່ວມໃນການປະກອບສ່ວນກໍ່ສ້າງທາງຮ່ອມຢູ່ເທສະບານເມືອງຕ່າງໆ ( 70%, 30% ) ຈໍານວນ 17 ເສັ້ນທາງ ມູນຄ່າ 3,9 ຕື້ກີບ, ຄວາມຍາວ 4,37 ກິໂລແມັດ.

( ໂດຍ: ອຸ່ນເຮືອນ ໂພທິລັກ )