ຝຣັ່ງ ຈັດພິ​ທີສວນ​ສະ​ໜາມ​ສະຫຼອງວັນ​ຊາດ​ ພ້ອມປະກາດຈະສ້າງຕັ້ງກອງບັນຊາການທະຫານທາງອະວະກາດ

86

cri, ພິ​ທີ​ສວນ​ສະ​ໜາມ​ວັນ​ຊາດ​ປະ​ຈຳ​ປີ​ຂອງ​ຝ​ຣັ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​​ປາ​ຣີ ປະ​ເທດ​ຝ​ຣັ່ງ​ ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້, ທ່ານ ເອມມາ​ນູ​ເອລ ມາຄຼົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ກວດ​ກາ​ກອງ​ທະ​ຫານ​ຢູ່ຖະ​ໜົນອາ​ເວ​ນຸຍ​ເດ​ຈຳ​ລີ​ເຊ ແລະ​ໄດ້​ເຊື້ອ​ເຊີນ​ຜູ້​ນຳ​ຂອງ 10 ກວ່າ​ປະ​ເທດ​ເອີ​ຣົບ​ເຂົ້າ​ຮ່ວມ.

ໃນ​ພິ​ທີ​ສວນ​ສະ​ໜາມ, ຝ​ຣັ່ງ​ໄດ້​ສະ​ແດງ​ອາ​ວຸດ​ຍຸດ​ໂທ​ປະ​ກອນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທັນ​ສະ​ໄໝ​ຈຳ​ນວນ​ຫຼວງ​ຫຼາຍ, ໃນ​ນັ້ນ​ການ​ສະ​ແດງຄົນ​ທີ່​ສາ​ມາດ​ບິນ​ຂຶ້ນ​ທີ່​ຄ້າຍ​ຄື​ກັບ Iron Man ໄດ້​ເຮັດ​ໃຫ້​ຜູ້​ຊົມ​ປະ​ທັບ​ໃຈ​ທີ່​ສຸດ. ນັກ​ສະ​ແດງ​ໄດ້​ບິນ​ຜ່ານ​ເວ​ທີ​ຊົມ​ພິ​ທີ​ສວນ​ສະ​ໜ​າມ​ຫຼາຍ​ສິບ​ແມັດ, ​ອຸ​ປະ​ກອນເຄື່ອງ​ບິນ​ແບບ​ນີ້​ອາດ​ຈະ​ໃຊ້​ໃນ​ກອງ​ທັບ​ພິ​ເສດ​ຂອງ​ຝ​ຣັ່ງ​ໃນ​ອະ​ນາ​ຄົດ. ​ອາ​ວຸດ​ໃໝ່​ອື່ນໆ​ທີ່​ຝ​ຣັ່ງ​ສະ​ແດງ​ນັ້ນ, ຍັງ​ມີຫຸ່ນ​ຍົນ​ສີ່​ລໍ້​ທີ່​ບໍ່​ຕ້ອງ​ການ​ລະ​ບົບ​ນຳ​ທາງ GPS ແລະ​ເຮືອ​ບິນ​ທີ່​ບໍ່​ມີ​ຄົນ​ຂັບ​ທີ່​ປະ​ກອບ​​ດ້ວຍ​ກ້ອງ​ຖ່າຍ​ຮູບ​ແຈ້ງ​ດີ.


ທ່ານມາຄຣົງໄດ້ກ່າວຄຳປາໄສເພື່ອສະຫຼອງວັນຊາດ “14 ກໍລະກົດ” ຢູ່ກະຊວງປ້ອງກັນປະເທດຝຣັ່ງ ໃນວັນດັ່ງກ່າວໂດຍເດືອນກັນຍາປີນີ້, ຈະສ້າງຕັ້ງກອງບັນຊາການທະຫານທາງອະວະກາດໃນກອງທັບອາກາດຝຣັ່ງ, ກອງທັບອາກາດຈະຫັນປ່ຽນເປັນ “ກອງທັບທາງອາກາດ ແລະ ທາງອະວະກາດ” ໃນທີ່ສຸດ.


ທ່ານມາຄຣົງຍັງຕື່ມວ່າ: ຕົນໄດ້ສະເໜີໃນປີ 2018 ວ່າ ຝຣັ່ງຈະມີຍຸດທະສາດປ້ອງກັນທາງອະວະກາດ, ປັດຈຸບັນ ຝຣັ່ງໄດ້ກຽມພ້ອມແລ້ວໂດຍຈະເພີ່ມທະວີຄວາມຮັບຮູ້ຕໍ່ສະຖານະການຄວາມໝັ້ງຄົງທາງອະວະກາດ ເພື່ອປ້ອງກັນດາວທຽມຂອງປະເທດຕົນ ຂະນະດຽວກັນ ຝຣັ່ງຈະເພີ່ມການລົງທຶນໃນຂົງເຂດອະວະກາດ