ຫ້າມພາດ !!! ຊົມກາຍຍະສິນ ສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 64ປີ

83

ອີກໜຶ່ງງານທີ່ທ່ານບໍ່ຄວນພາດກັບການສະແດງກາຍຍະສິນ ຈາກນັກກາຍຍະສິນແຫ່ງຊາດ ເພຶ່ອເປັນການສະເຫລີມສະຫລອງວັນສ້າງຕັ້ງອົງການສະຫະພັນແມ່ຍິງລາວ (20 ກໍລະກົດ 2019) ຄົບຮອບ 64ປີ ພ້ອມທັງເປັນການສະເຫນີຜົນສຳເລັດຂອງນັກສະແດງທີ່ໄປຝຶກອົບຮົມເຕັກນິກກາຍຍະສິນມາຈາກ ສປຈີນ ໄລຍະຜ່ານມາ ແລະ ເປັນການໂຊຜົນງານດ້ານກາຍຍະສິນໃຫ້ໄດ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງຍິ່ງຂຶ້ນ.

ທາງກອງກາຍຍະສິນແຫ່ງຊາດ ຈະໄດ້ຈັດການສະແດງກາຍຍະສິນຂຶ້ນ ໃນວັນທີ 16 ກໍລະກົດ 2019 ແລະ ວັນທີ 19-20 ກໍລະກົດ 2019 ເວລາ 19:30ໂມງ ທີ່ໂຮງກາຍຍະສິນແຫ່ງຊາດ, ບ້ານສະຫວ່າງ, ເມຶອງຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍລາຄາປີ້20.000ກີບ/ຄົນເດີ້ ໃຜທີ່ມັກຮັກໃນກາຍຍາສິນ ຫ້າມພາດງານນີ້.