ເສຍຊີວິດກວ່າ 50 ຄົນ ນ້ໍາຖ້ວມໜັກດິນເຈື່ອນກະທັນຫັນໃນອາຊີໃຕ້

45

ອິດທິພົນຂອງພາຍຸມໍລະສຸມຮຸນແຮງທີ່ພາດຜ່ານອາຊີໃຕ້ ສົ່ງຜົນໃຫ້ເກີດນ້ໍາຖ້ວມ ແລະ ດິນເຈື່ອນໃນຫຼາຍປະເທດ ຕັ້ງແຕ່ທ້າຍອາທິດ ທີ່ຜ່ານມາ ໂດຍສະເພາະ ປະເທດເນປານ, ອິນເດຍ ແລະ ບັງກລາເທດ ມີຜູ້ເສຍຊີວິດລວມກັນຫຼາຍກວ່າ 50 ຄົນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງກາດມານດຸ ປະເທດເນປານ ເມື່ອວັນຈັນ ທີ 15 ກໍລະກົດ ວ່າ ສູນປະຕິບັດການໄພພິບັດແຫ່ງຊາດຂອງເນປານ ລາຍງານເມື່ອວັນອາທິດ ວ່າ ຈາກເຫດນໍ້າຖ້ວມ ແລະ ດິນເຈື່ອນກະທັນຫັນ ໃນພື້ນທີ່ຫຼາຍແຫ່ງຂອງປະເທດ ເຊິ່ງສ່ວນໃຫຍ່ມີລັກສະນະພາກພື້ນປະເທດເປັນພູສູງ ໂດຍເປັນຜົນມາຈາກອິດທິພົນຂອງພາຍຸມໍລະສຸມກໍາລັງລົມຮຸນແຮງ ຕັ້ງແຕ່ໄລຍະທ້າຍອາທິດ ທີ່ຜ່ານມາ ມີຈໍານວນຜູ້ເສຍຊີວິດ ເພິ່ມເປັນຢ່າງໜ້ອຍ 55 ຄົນແລ້ວ ແຕ່ຍັງມີຜູ້ສູນຫາຍອີກບໍ່ຕ່ໍາກວ່າ 30 ຄົນ. ຂະນະດຽວກັນ, ໂຄງສ້າງພື້ນຖານລວມເຖິງເສັ້ນທາງຫຼວງເຊື່ອມລະຫວ່າງພາກຕາເວັນອອກ ກັບ ພາກຕາເວັນຕົກຂອງປະເທດໄດ້ຮັບຄວາມເສຍຫາຍ ສົ່ງຜົນກະທົບຕໍ່ການສົ່ງມອບຄວາມຊ່ວຍເຫຼືອ.

ในภาพอาจจะมี 1 คน, ท้องฟ้า, สถานที่กลางแจ้ง, น้ำ และธรรมชาติ

ຢ່າງໃດກໍ່ຕາມ ມີລາຍງານວ່າ ໜ່ວຍກູ້ໄພຂອງເນປານ ອົບພະຍົບປະຊາຊົນອອກຈາກພື້ນທີ່ປະສົບໄພໄດ້ແລ້ວຫຼາຍກວ່າ 1,1 ພັນຄົນ ແຕ່ມີຜູ້ໄດ້ຮັບບາດເຈັບປະມານ 30 ຄົນ ແລະ ປະຊາຊົນຫຼາຍກວ່າ 10 ພັນຄົນ ຕ້ອງຍ້າຍໄປອາໄສຢູ່ສູນພັກເຊົາຊົ່ວຄາວທີ່ລັດຖະບານຈັດກຽມໄວ້ໃຫ້.

ในภาพอาจจะมี 7 คน, คนที่ยิ้ม, ผู้คนกำลังยืน, ผู้คนกำลังเดิน และสถานที่กลางแจ้ง

ໃນເວລາດຽວກັນ ທາງການອິນເດຍລາຍງານສະຖານະການອຸທົກກະໄພໃນພື້ນທີ່ຫຼາຍແຫ່ງເຊັ່ນກັນ ພົບຜູ້ເສຍຊີວິດຊີວິດຢ່າງໜ້ອຍ 14 ຄົນ ແລະ ປະຊາຊົນຫຼາຍກວ່າ 1 ລ້ານຄົນ ຕ້ອງອົບພະຍົບ ໂດຍຈາກຈໍານວນຜູ້ເສຍຊີວິດ ເຊິ່ງມີການຢືນຢັນແລ້ວນັ້ນ ພົບຢ່າງໜ້ອຍ 6 ຄົນ ທີ່ລັດອະຣຸນາຈັນປະເທດ ສ່ວນບັງກລາເທດ ທີ່ມີລັກສະນະພາກພື້ນປະເທດສ່ວນໃຫຍ່ເປັນພື້ນທີ່ຮາບລຸ່ມໄດ້ຮັບຄວາມເດືອດຮ້ອນຈາກອຸທົກກະໄພຄັ້ງນີ້ເຊັ່ນກັນ ມີລາຍງານການພົບຜູ້ເສຍຊີວິດແລ້ວ ຫຼາຍກວ່າ 20 ຄົນ.