ເຫດໂຈມຕີກໍ່ການຮ້າຍຢູ່ໂຊມາລີ ເຮັດໃຫ້ 26 ຄົນເສຍຊີວິດ ແລະບາດເຈັບ56 ຄົນ

52

ຕາມຈ່າວຕ່າງປະເທດໃຫ້ຮູ້ວ່າ: ຕອນ​ຄ່ຳວັນທີ 12 ກໍລະກົດນີ້ ຢູ່ກິສມາໂຢ ເມືອງທ່າກຳປັ່ນທາງພາກໃຕ້ໂຊມາລີໄດ້ເກີດເຫດການໂຈມຕີກໍ່ການຮ້າຍ ມາຮອດ​ປັດ​ຈຸ​ບັນ ໄດ້​ເຮັດ​ໃຫ້ 26 ຄົນ​ເສຍ​ຊີ​ວິດ 56 ຄົນ​ບາດ​ເຈັບ.

ມື້​ດຽວ​ກັນ, ທ່ານ​ແຊກ ອາ​ເດນ ມາ​ໂດ​ເບ ຜູ້​ນຳອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈູ​ບາ​ລານຂອງ​ໂຊ​ມາ​ລີ​ໄດ້ເວົ້າຕໍ່​ສື່ມວນ​ຊົນ​ວ່າ, ຜູ້​ປະ​ກອບ​ອາ​ວຸດ​ຂອງ “ພັກ​ອານ-ຊາ​ບາອັບ”ເຊິ່ງເປັນກຸ່ມຫົວຮຸນແຮງໂຊມາລີໄດ້ກໍ່ການໂຈມຕີດ້ວຍລົດລະເບີດຢູ່ທາງເຂົ້າໂຮງແຮມມາດີມາທີ່ໃຈກາງເມືອງກິສມາໂຢໃນຕອນຄ່ຳວັນທີ 12 ກໍລະກົດນີ້ ແລະ ຜ່າເຂົ້າໄປໃນໂຮງແຮມ ທັງຍິງກັນກັບກອງປ້ອງກັນຄວາມສະຫງົບຂອງໂຊມາລີ.

ດ້ານທ່ານ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນໃນວັນທີ 12 ກໍລະກົດ ຢູ່ ພາກໃຕ້ ໂຊມາລີ. ໃນແຈ້ງການຢ່າງເປັນທາງການຂອງ ສປຊ, ທ່ານ Antonio Guterres ໄດ້ສະແດງຄວາມເສົ້າສະຫລົດໃຈມາຍັງບັນດາຄອບຄົວທີ່ມີຜູ້ເສຍຊີວິດໃນເຫດບຸກໂຈມຕີກໍ່ການຮ້າຍ ເກີດຂຶ້ນຢູ່ ນະຄອນທ່າກຳປັ່ນ Kismayo ເມື່ອຜູ້ວາງລະເບີດສະຫລະຊີບຂັບລົດໂອໂຕຄັນຫນຶ່ງບັນທຸກດິນລະເບີດເຂົ້າໂຮງແຮມ Asasey ແລະ ຫລັງຈາກນັ້ນ ບັນດາມືປືນກໍ່ແລ່ນເຂົ້າໄປຕາມ.

ກຸ່ມກໍ່ການຮ້າຍ al – Shabab ໄດ້ຮັບຖືວ່າ ໄດ້ອອກຕົວຍອມຮັບເປັນຜູ້ກໍ່ໃຫ້ເກີດເຫດບຸກໂຈມຕີດັ່ງກ່າວ ຊື່ງເຮັດໃຫ້ ມີຜູ້ເສຍຊີວິດຢ່າງຫນ້ອຍສຸດ 26 ຄົນ. ນີ້ແມ່ນເຫດບຸກໂຈມຕີນອງເລືອດທີ່ສຸດຢູ່ ເຂດ Kismayo ນັບແຕ່ເມື່ອ al- Shabab ຖືກກວາດລ້າງອອກຈາກນະຄອນ ນັບແຕ່ປີ 2012.