ແອນນາ ສາວລາວອີກຄົນ ຮ່ວມສະແດງລະຄອນ Who Why Where ຂອງປະເທດເພື່ອນບ້ານ

73

ຂ່າວກ່ອນໜ້ານີ້ ສາວ ມຸມີ່ ສິງຫາລາດ ນາງສາວທູດວັດທະນະທໍາທ່ອງທ່ຽວສາກົນປີ 2018 Miss Tourism queen of the year international laos 2018, ຈະໄດ້ໄປຮ່ວມສະແດງລະຄອນກັບປະເທດເພື່ອນບ້ານ ປະເທດໄທ ໃນຮູບເງົາ ເລື່ອງ “Who Why Where ຮ່າງ ຊ່ອນ ແອບ” ຂອງປະເທດເພື່ອນບ້ານ ຮັບບົດເປັນນາງເອກອີກຄົນໃນເລື່ອງ.

ຫຼ້າສຸດສາວລາວອີກຄົນຄື ສາວ ແອນນາ ເພັດສຸດາ ວັນນະພາ ຈາກຄ້າຍ D Modeling ເຄີຍປະກວດມິສລາວ 2018 ເຂົ້າຮອບ 20 ຄົນທ້າຍ ກໍ່ໄດ້ໄປຮ່ວມສະແດງລະຄອນເລື່ອງ Who Why Where ຂອງປະເທດເພື່ອນບ້ານເຊັ່ນກັນ.

ສາວແອນນາໄດ້ຮັບບົດເປັນ ອະຕອມ ໝູ່ສະຫນິດຂອງນາງເອກທີ່ສະແດງໂດຍ ຊາຣາ ແລະ ຮ່ວມກັບ ໜຸ່ມ ແທັກ ສະຣັນຍູອີກດ້ວຍ.
ຖ້າຕິດຕາມຊົມຜົນງານຂອງສາວຄົນນີ້ນຳກັນເດີ້ວ່າຈະອອກມາເປັນແນວໃດ ເຊິ່ງຮູບເງົາເລື່ອງນີ້ ເປັນຮູບເງົາແນວສະຫຍອງຂວັນ ຂອງສາວ ມຸມີ່ ແລະ ສາວ ແອນນາໄດ້ ສ່ວນວ່າຈະອອກອາກາດ ສາຍຢູ່ໃສມື້ໃດນັ້ນ ແອັດມິນຈະນຳມາຝາກເປັນໄລຍະໆ!