ອາເມຣິກາ ມອບມຸ້ງ 1 ແສນກວ່າດາງ

47

ວັນທີ 9 ກໍລະກົດຜ່ານມາ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈໍາລາວ ໄດ້ມອບມຸ້ງ 174.000 ດາງ ໃຫ້ແກ່ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ເພື່ອແຈກຢາຍໃຫ້ແກ່ປະຊາຊົນໃນເຂດຫ່າງໄກສອກຫຼີກຂອງແຂວງຈຳປາສັກ ເຊິ່ງເປັນແຂວງທີ່ຍັງພົບຜູ້ຕິດເຊື້ອມາເມເລຍ.

ທ່ານ ນາງ ຣີນາ ບິດເຕີ ໄດ້ກ່າວວ່າ: ລັດຖະບານອາເມຣິກາ ມີຄວາມພາກພູມໃຈທີ່ໄດ້ສືບຕໍ່ຮ່ວມມືກັບລັດຖະບານ ສປປ ລາວ ແລະ ຄູ່ຮ່ວມງານທາງດ້ານສາທາລະນະສຸກ ເພື່ອຊ່ວຍສະໜັບສະໜູນ ມອບອຸປະກອນຮັກສາຊີວິດ ເພື່ອປ້ອງກັນພະຍາດມາເລເຣຍ ແລະ ສະໜັບສະໜູນ ສປປ ລາວ ໃນການລຶບລ້າງພະຍາດມາເລເຣຍໃຫ້ໝົດໄປ ພາຍໃນປີ 2030.

ໃນໄລຍະ 10 ປີທີ່ຜ່ານມາ, ຜູ້ເປັນພະຍາດມາເລເຣຍໃນລາວໄດ້ມີຈຳນວນຫຼຸດລົງຢ່າງຕໍ່ເນື່ອງ ແລະ ລັດຖະບານກໍໄດ້ເຮັດວຽກຢ່າງຕັ້ງໜ້າໃນການລຶບລ້າງພະຍາດມາເລເຣຍ ເຊິ່ງໄດ້ເຮັດໃຫ້ຈຳນວນກໍລະນີຜູ້ຕິດເຊື້ອ ຫຼຸດລົງເຖິງ 90% ເຊິ່ງຫຼຸດລົງຈາກຈຳນວນສູງສຸດທີ່ 50.000 ມາທີ 9.000 ກໍລະນີ ໃນປີ 2018.

ມຸ້ງຈຳນວນນີ້ແມ່ນການຊ່ວຍເຫຼືອລ້າຄັ້ງຫຼ້າສຸດຂອງລັດຖະບານສະຫະລັດອາເມຣິກາ ໃຫ້ແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ. ການຊ່ວຍເຫຼືອດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກອົງການ USAID ໂດຍຜ່ານໂຄງການລິເລີ່ມມາເລເຣຍຂອງປະທານາທິບໍດີສະຫະລັດອາເມຣິກາ ຫຼື President’s Malaria Initiative ( USAID/PMI ), ລັດຖະບານອາເມຣິກາ ໄດ້ໃຫ້ການສະໜັບສະໜູນແກ່ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ ແລະ ກະຊວງສາທາລະນະສຸກ ໂດຍການມອບອຸປະກອນຊ່ວຍຊີວິດຈຳນວນໜຶ່ງ ເຊັ່ນ: ມຸ້ງເຄືອບຢາ, ຊຸດບົ່ງມະຕິພະຍາດ ແລະ ການປິ່ນປົວມາເລເຣຍທີ່ມີຄຸນນະພາບ ເຊິ່ງອຸປະກອນເຫຼົ່ານີ້ໄດ້ຊ່ວຍຄວບຄຸມການລະບາດ.

ລັດຖະບານອາເມຣິກາ ເຮັດວຽກຢ່າງໃກ້ຊິດກັບກະຊວງສາທາລະນະສຸກ ເພື່ອຊອກຫາ ແລະ ຕອບສະໜອງສິ່ງທີ່ຍັງບໍ່ພຽງພໍ ແລະ ມາຮອດມື້ນີ້ໄດ້ມອບ ແລະ ແຈກຢາຍມຸ້ງເຄືອບຢາທັງໝົດ 610.688 ດາງ, ຊຸດບົ່ງມະຕິພະຍາດຂັ້ນພື້ນຖານ 370.000 ຊຸດ ແລະ ການປິ່ນປົວມາເລເຣຍ 111.740 ຄັ້ງ. USAID/PMI ໄດ້ມີສ່ວນຮ່ວມຫຼາຍກວ່າ 1,9 ລ້ານໂດລາສະຫະລັດ ໃນດ້ານອຸປະກອນ ແລະ ການຊ່ວຍເຫຼືອທາງວິຊາການ ເພື່ອສະໜັບສະໜູນລັດຖະບານລາວໃນການຕໍ່ສູ້ກັບພະຍາດມາເລເຣຍ.