ເທເລີ ສະວິຟ ສິລະປິນລາຍໄດ້ສູງສຸດ ປີ 2019 ຈາກນິຕະຍະສານຟອບສ໌

253

ເທເລີ ສະວິຟ ນັກຮ້ອງສາວຊາວອາເມຣິກັນ ອາຍຸ 29 ປີ ເປັນສິລະປິນນັກຮ້ອງທີ່ມີລາຍໄດ້ສູງສຸດ ຕາມລາຍງານຂອງນິຕະຍະສານຟອບສ໌ ເຊິ່ງຈັດອັນດັບ 100 ຄົນທີ່ມີຊື່ສຽງປະຈໍາປີ ໂດຍມີບຸກຄົນໃນຕະກູນຄາຣ໌ດາຊຽນ 2 ຄົນ ໄລ່ຫຼັງມາ.

ສໍານັກຂ່າວຣອຍເຕີ ລາຍງານຈາກປະເທດສະຫະລັດ ອາເມຣິກາ ເມື່ອວັນພຸດ ທີ 10 ກໍລະກົດ ວ່າ ເທເລີ ສະວິຟ ນັກຮ້ອງສາວຊາວອາເມຣິກັນ ອາຍຸ 29 ປີ ສ້າງລາຍໄດ້ສູງສຸດໃນຖານະສິລະປິນນັກຮ້ອງ ນັກສະແດງ ທີ່ໄດ້ຮັບຄ່າຈ້າງສູງສຸດ ເປັນອັນດັບ 1 ປະຈໍາປີ 2019 ຈໍານວນ 185 ລ້ານໂດລາ ແລະ ເຄີຍຢູ່ໃນອັນດັບ 1 ຂອງປີ 2016 ຍ້ອນຊຸດເພງຂາຍດີ (ອາລະບໍ້າ 1989) ແລະ ການທົວຄອນເສີດ.

ເທເລີ ສະວິຟ

ຂະນະທີ່ ອັນດັບ 2 ເປັນຂອງ ໄຄລີ່ ເຈນເນີ ຊາວອາເມຣິກັນ ອາຍຸ 21 ປີ ເຊິ່ງເປັນນ້ອງສາວຮ່ວມມານດາກັບສາມເອື້ອຍນ້ອງຄາຣ໌ດາຊຽນ ຄື: ຄິມ, ໂຄ ແລະ ຄອດນີ ຄາຣ໌ດາຊຽນ ກັບລາຍໄດ້ 170 ລ້ານໂດລາ  ເຊິ່ງໄດ້ມາຈາກທຸລະກິດເຄື່ອງສໍາອາງ ແຕ່ເມື່ອໄລຍະຕົ້ນປີ ຟອບສ໌ ໄດ້ປະກາດວ່າ ໄຄລີ່ ເຈນເນີ ຄືມະຫາເສດຖີພັນລ້ານທີ່ມີອາຍຸນ້ອຍທີ່ສຸດໃນໂລກ.

ໄຄລີ່ ເຈນເນີ

ສ່ວນອັນດັບ 3 ນັກຮ້ອງເພງແຣັບ ຊາວອາເມຣິກັນ ຄານເຢ ເວສ ເຊິ່ງເປັນຜົວຂອງຄິມ ຄາຣ໌ດາຊຽນ ໄດ້ກັບເຂົ້າສູ່ທໍານຽບສິລະປິນສ້າງລາຍໄດ້ສູງສຸດ ຫຼັງຈາກຫ່າງຫາຍໄປ 4 ປີ ດ້ວຍລາຍໄດ້ 150 ລ້ານໂດລາ ສ່ວນໜຶ່ງກໍ່ມາຈາກການຂາຍເກີບຍອດນິຍົມຂອງໄວລຸ້ນທົ່ວໂລກ ທີ່ເຂົາອອກແບບ Yeezy ແລະ ຄິມ ຄາຣ໌ດາຊຽນ ຢູ່ອັນດັບທີ 26.

ຄານເຢ ເວສ
ຄິມ ຄາຣ໌ດາຊຽນ

ຟອບສ໌ ຈັດເຮັດທໍານຽບສິລະປິນລາຍໄດ້ສູງສຸດຂອງປີ 2019 ໂດຍປະເມີນລາຍໄດ້ກ່ອນເສຍພາສີ ໃນໄລຍະລະຫວ່າງເດືອນມິຖຸນາ 2018 – ມິຖຸນາ 2019 ກ່ອນຫັກຄ່າທໍານຽມຂອງຜູ້ຈັດການສ່ວນໂຕ ນອກຈາກນັ້ນແລ້ວ ລາຍໄດ້ລວມກັນທັງໝົດຂອງສິລະປິນທີ່ມີຊື່ສຽງ 100 ອັນດັບ ລວມກັນແລ້ວ 6.300 ລ້ານໂດລາ ໃນໄລຍະ 12 ເດືອນ ທີ່ຜ່ານມາ.