ເຈົ້າໜ້າທີ່ອົບຮົມກຸ່ມແກ້ງຂີ່ລົດກວນເມືອງ, ຜູ້ຕາງໜ້າປະຕິຍານແລ້ວຈະບໍ່ເຮັດອີກ

97

ທຸກວັນນີ້ໄວລຸ້ນຈຳນວນໜຶ່ງມັກຈັບກຸ່ມແກ້ງຂີ່ລົດກວນເມືອງ, ດັດແປງສະພາບເຕັກນິກລົດ ແລະ ໄປ-ມາເດິກ ສ້າງຄວາມລຳຄານຕໍ່ສັງຄົມ ອັນທີ່ຮ້າຍແຮງກວ່ານັ້ນສ່ຽງຕໍ່ຊີວິດອິນຊີຂອງເຂົາເຈົ້າເອງທີ່ພໍ່ແມ່ລ້ຽງມາດ້ວຍຄວາມຖະໜຸຖະໜອມ.

ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 9 ກໍລະກົດ ຜ່ານມາ ກອງພັນເຄື່ອນທີ່ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ພັນໂທ ອິນກອງ ລິດາພອນ ຮັກສາການຫົວໜ້າກອງພັນເຄື່ອນທີ່ ປກສ ນວ, ມີກອງຮ້ອຍ 3 ກອງຮ້ອຍ, ໄດ້ນຳເອົາກຸ່ມແກ້ງຂີ່ລົດກວນເມືອງ ພ້ອມພໍ່ແມ່ຜູ້ປົກຄອງເຂົ້າມາຮັບຟັງການສຶກສາອົບຮົມ.

 

 

ພັນໂທ ອິນກອງ ລິດາພອນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນ 2019 ຫາວັນທີ 6 ມິຖຸນາ 2019 ເຈົ້າໜ້າທີ່ໄດ້ກັກລົດຜູ້ທີ່ລະເມີດການສັນຈອນ, ດັດແປງສະພາບເຕັກນິກລົດໄດ້ທັງໝົດ 135 ຄັນ, ແກ້ໄຂແລ້ວ 71 ຄັນ, ຍັງຄ້າງຢູ່ສາງ 64 ຄັນ ແລະ ໃນວັນ 28 ມິຖຸນາ 2019 ໄດ້ອອກກວດກັກລົດໄດ້ທັງໝົດ 54 ຄັນ, ລົດເກັງ 1 ຄັນ, ໄດ້ແກ້ໄຂແລ້ວ 10 ຄັນ ແລະ ໄດ້ນຳມາສຶກສາອົບຮົມ ຈຳນວນ 34 ຄົນ, ຍິງ 2 ຄົນ.

 

 

ສຳລັບການສຶກສາອົບຮົມຄັ້ງນີ້, ເອກະສານທີ່ນຳມາເຜີຍແຜ່ມີ: ດຳລັດ 188/ນຍ ມາດຕາ 3 ວ່າດ້ວຍການຂັບຂີ່ລົດໂດຍອາຍຸບໍ່ເຖິງກະສຽນ, ມາດຕາ 4 ວ່າດ້ວຍການຂັບຂີ່ລົດ, ຜູ້ຊ້ອນທ້າຍລົດຈັກ ບໍ່ໃສ່ໝວກກັນກະທົບ, ມາດຕາ 8 ການຂັບຂີ່ລົດແຂ່ງກັນໂດຍບໍ່ໄດ້ຮັບອະນຸຍາດຈະຖືກປັບໃໝ, ມາດຕາ 27 ການດັດແປງລະບົບເຕັກນິກລົດ ຫຼື ຂາດການກວດກາເຕັກນິກ, ມາດຕາ 28 ສະພາບເຕັກນິກບໍ່ໄດ້ມາດ ຕະຖານ ບໍ່ຮັບປະກັນຄວາມປອດໄພ.

 

 

ມາດຕາ 29 ການຂັບຂີ່ລົດທີ່ບໍ່ມີເອກະສານຄົບຖ້ວນເຊັ່ນ: ໃບອະນຸຍາດຂັບຂີ່ລົດ, ໃບທະບຽນລົດ, ໃບກວດກາເຕັກນິກລົດ-ເສຍຄ່າທາງ, ໃບປະກັນໄພ, ມາດຕາ 30 ການຂັບຂີ່ລົດບໍ່ຖືເອກະສານລົດຈະຖືກປັບໃໝ ແລະ ຄຳສັ່ງເລກທີ 829/ ປກສ, ລົງວັນທີ 21 ມັງກອນ 2015 ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂກຸ່ມແກ້ງຂີ່ລົດກວນເມືອງ, ແລ່ນລົດໄວ ແລະ ດັດແປງສະ ພາບເຕັກນິກລົດ ຫຼື ບໍ່ຕິດປ້າຍ, ກົດໝາຍເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ວ່າດ້ວຍປະມວນກົດໝາຍອາຍາ.

 

 

ນອກນັ້ນ, ຜູ້ຕາງໜ້າຜູ້ລະເມີດລະບຽບການສັນຈອນ ທີ່ຖືກສຶກສາອົບຮົມຄັ້ງນີ້ໄດ້ເວົ້າວ່າ: ຜ່ານການເຂົ້າຮ່ວມຮັບຟັງການສຶກສາອົບຮົມ, ກ່າວເຕືອນຂອງເຈົ້າໜ້າທີ່, ຕົນແມ່ນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ຄວາມເສຍຫາຍ ທີ່ຈະຕາມມາຕໍ່ການກະທຳຂອງຕົນເປັນຕົ້ນ: ການໄປ-ມາເດິກ, ດັດແປງສະພາບເຕັກນິກລົດ ແລະ ຂີ່ລົດເປັນກຸ່ມເປັນແກ້ງ ( ຂີ່ລົດກວນເມືອງ ); ຖ້າຫາກເກີດອຸບັດເຫດ ຈະສ້າງຄວາມເສຍຫາຍໃຫ້ຊັບສິນຂອງລັດ ແລະ ບຸກຄົນ ຮ້າຍແຮງໄປກວ່ານັ້ນແມ່ນເສຍຊີວິດ, ຕົນຂໍໃຫ້ຄຳໝັ້ນສັນຍາວ່າ: ຈະບໍ່ກັບໄປເຮັດສິ່ງທີ່ຜິດຕໍ່ລະບຽບກົດຈະລາຈອນອີກ ຖ້າຫາກເຮັດຜິດເທື່ອໜ້າ ແມ່ນຂໍໃຫ້ເຈົ້າໜ້າທີ່ປະຕິບັດຕາມລະບຽບ ໂດຍບໍ່ໃຫ້ມີຂໍ້ຍົກເວັ້ນ.