ງານວາງສະແດງເຄື່ອງເຮືອນລາວ ຄາດຍອດຂາຍ 10 ຕື້ກວ່າກີບ

91

ສະມາຄົມເຟີນີເຈີລາວ ( ສຟລ ) ໄດ້ຈັດງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳປີ 2019 ໂດຍມີຜູ້ປະກອບການເຂົ້າຮ່ວມ 67 ຫົວໜ່ວຍ, ມູນຄ່າສິນຄ້າ 20 ຕື້ກີບ ຄາດຄະເນຍອດຂາຍ 14 ຕື້ກີບ.

ພິທີເປີດໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2019 ໂດຍການເປັນປະທານຂອງ ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ມີປະທານ, ຮອງປະທານ ສຟລ ພ້ອມດ້ວຍຜູ້ປະກອບການເຟີນີເຈີລາວເຂົ້າຮ່ວມ.

ທ່ານ ກອງມາລາ ພົມມາໄລ ຮອງປະທານ ສຟລ ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອໂຄສະນາສິນຄ້າເຟີນີເຈີໄມ້ລາວເຮົາ, ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ວຍກັນຂອງນັກທຸລະກິດ, ຫົວໜ່ວຍການຜະລິດເຟີນີເຈີ ເຮັດໃຫ້ມີຜະລິດຕະພັນເຟີນີເຈີອອກຮັບໃຊ້ສັງຄົມ.

ໃນງານມີຫ້ອງວາງສະແດງ 148 ຫ້ອງ ມາຈາກ 67 ຫົວໜ່ວຍທຸລະກິດ. ໃນນັ້ນ, ມີຜູ້ປະກອບການສິນຄ້າໂອດ໊ອບ 20 ຫົວໜ່ວຍ. ຄາດມີມູນຄ່າສິນຄ້າທີ່ເຂົ້າຮ່ວມງານທັງໝົດ 20 ຕື້ກີບ ຄາດວ່າຈະມີມູນຄ່າຊື້ – ຂາຍ 70% ຕົກເປັນມູນຄ່າ 14 ຕື້ກີບ ແລະ ຄາດຄະເນຜູ້ເຂົ້າຊົມ 2 ແສນເທື່ອຄົນ.

ທ່ານຮອງປະທານ ສຟລ ຍັງກ່າວຕື່ມອີກວ່າ: ງານແຕ່ລະຄັ້ງຜູ້ປະກອບການລາວໄດ້ບົດຮຽນອັນລໍ້າຄ່າທີ່ສຸດ ໂດຍສະເພາະແມ່ນການຮຽນຮູ້, ການດຳເນີນທຸລະກິດ ເອັສເອັມອີ, ການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ການວາງສະແດງສິນຄ້າໃຫ້ລູກຄ້າໄດ້ເຫັນ – ຈັບຕ້ອງ – ສໍາຜັດ ລວມໄປເຖິງການແລກປ່ຽນຄວາມຮູ້ເຊິ່ງກັນ ແລະ ກັນ ລະຫວ່າງຜູ້ປະກອບການດ້ວຍກັນ. ບັນດາສິນຄ້າທີ່ເຂົ້າມາວາງສະແດງລ້ວນແລ້ວມີຄວາມໂດດເດັ່ນເປັນເອກະລັກຂອງລາວເຮົາ ໂດຍສະເພາະແມ່ນການນໍາໃຊ້ຫົວຄິດປະດິດສ້າງທີ່ເປັນມູນເຊື້ອນໍາມາອອກແບບສິນຄ້າ ເຊັ່ນ: ເຄື່ອງຫັດຖະກໍາຕ່າງໆ, ເຄື່ອງເງິນ, ເຟີນີເຈີ ເປັນຕົ້ນ.

ຈາກການສໍາພາດຜູ້ປະກອບການເຟີນີເຈີ ທີ່ເຂົ້າຮ່ວມງານໄດ້ກ່າວວ່າ: ງານວາງສະແດງສິນຄ້າເຄື່ອງເຮືອນລາວຄັ້ງນີ້ ສິນຄ້າທີ່ນໍາມາວາງສະແດງແມ່ນເຕັມໄປດ້ວຍສິນຄ້າທີ່ອອກແບບມາຢ່າງທັນສະໄໝ, ທີ່ສໍາຄັນເປັນຜະລິດຕະພັນຂະໜາດນ້ອຍ ລາຄາບໍ່ແພງ ຊື້ແລ້ວກໍສາມາດພົກພາກັບບ້ານໄດ້ເລີຍ ເຊິ່ງທັງໝົດກໍແມ່ນຍ້ອນຜູ້ປະກອບການນໍາເອົາຄໍາຄິດເຫັນຂອງຜູ້ຊົມໃຊ້ຜ່ານການວາງສະແດງນໍາເມືອປັບປຸງການຜະລິດ ທີ່ຕອບໂຈດ ຄວາມຕ້ອງການຂອງຕະຫຼາດ.

ງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 4 ປະຈຳປີ 2019 ຈັດຂຶ້ນໃນລະຫວ່າງວັນທີ 6 – 14 ກໍລະກົດ 2019 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ນະຄອນຫຼວງວຽງຈັນ.

( ຂ່າວ: ພຸດຕີ້, ຮູບ: ສອນໄຊ )