ຍົກລະດັບການອອກແບບເຟີນີເຈີແບບທັນສະໄໝ

42

ໃນວັນທີ 7 ກໍລະກົດ 2019 ທີ່ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 4 ຢູ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ນະຄອນຫຼວງວຽງຈັນ ໄດ້ມີການຈັດສຳມະນາ “ ການອອກແບບເຟີນີເຈີແບບທັນສະໄໝ ” ຈາກຊ່ຽວຊານຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງ ທ່ານ ກອງມາລາ ພົມມາໄລ ຮອງປະທານສະມາຄົມເຟີນີເຈີລາວ, ທ່ານ ຄຳປຸ່ນ ເຈົ້າພຣະສີຮົ່ມຂາວ ຮອງປະທານສະມາຄົມເຟີນີເຈີລາວ, ທ່ານ ສຈ.  ໂຢຊິຮິໂກະ ເທຣະຫະຣະ ນັກອອກແບບຈາກປະເທດຍີ່ປຸ່ນ, ມີບັນດາຕາງໜ້າບໍລິສັດ, ຜູ້ປະກອບການເຟີນີເຈີລາວເຂົ້າຮ່ວມ.

ທ່ານ ຄຳປຸ່ນ ເຈົ້າພຣະສີຮົ່ມຂາວ ກ່າວວ່າ: ຈຸດປະສົງໃນການຈັດສຳມະນາໃນຫົວຂໍ້ “ ການອອກແບບເຟີນີເຈີແບບທັນສະໄໝ ” ຈາກຊ່ຽວຊານຍີ່ປຸ່ນ ໃນຄັ້ງນີ້ກໍເພື່ອໃຫ້ບັນດາຫົວໜ່ວຍທຸລະກິດເຟີນີເຈີລາວໄດ້ຮຽນຮູ້, ເຂົ້າໃຈແນວຄວາມຄິດໃນການອອກແບບເຟີເຈີທີ່ທັນສະໄໝ, ເປັນການແລກປ່ຽນຄວາມຮູ້ປະສົບການໃນການອອກແບບເຟີນີກັບຊ່ຽວຊານລະດັບສາກົນ.

ທ່ານ ສຈ ໂຢຊິຮິໂກະ ເທຣະຫະຣະ ໄດ້ກ່າວເຖິງບົດຮຽນ ແລະ ຜົນງານທີ່ຕົນອອກແບບມາ ໂດຍສະເພາະການອອກແບບຕັ່ງນັບຕັ້ງແຕ່ຂຶ້ນຮູບຊົງຈົນຮອດການຜະລິດ ເຊິ່ງໄດ້ເນັ້ນເລື່ອງຄວາມອະເນກປະສົງໃນການອອກແບບ, ຫຼັງຕັ່ງບ່ອນອີງວ່າເຮັດແນວໃດ ເວລາອີງຈຶ່ງໃຫ້ພໍດີກັບຮ່າງດ້ານຫຼັງ, ບໍ່ປວດຫຼັງ, ການອອກແບບເພື່ອຄວາມແຂງແຮງຂອງແກນຕັ້ງ ໂດຍທ່ານຍົກຕົວຢ່າງການອອກແບບຕັ່ງເບາະນັ່ງຂອງລົດນິສສັນ ເຊິ່ງເປັນຜົນງານຂອງເພິ່ນເອງທີ່ມີຄວາມອະເນກປະສົງ ແລະ ເປັນຜົນງານທີ່ໂດ່ງດັງລະດັບໂລກ. ພ້ອມນັ້ນ, ທ່ານຍັງໃຫ້ນິຍາມກ່ຽວກັບແນວຄິດການອອກແບບເຟີນີເຈີ ແລະ ຄວາມສຳພັນລະຫວ່າງການອອກແບບທີ່ທັນສະໄໝ ແລະ ດັ້ງເດີມຕື່ມ.

ທ່ານ ກອງມາລາ ພົມມາໄລ ກ່າວວ່າ: ການຈັດງານສຳມະນາຄັ້ງນີ້ ຫວັງວ່າຈະເປັນວິທີທາງໜຶ່ງທີ່ຈະຊ່ວຍເສີມຄວາມຮູ້ດ້ານການອອກແບບໃຫ້ແກ່ຜູ້ປະກອບການເຟີນີເຈີໃນການອອກແບບຜະລິດຕະພັນຂອງຕົນໃຫ້ແທດເໝາະກັບຄວາມຕ້ອງການຂອງຕະຫຼາດ ແລະ ໄດ້ມາດຕະຖານສາກົນ ເຊິ່ງການຈັດສຳມະນາໃນງານວາງສະແດງເຄື່ອງເຮືອນນີ້ ປີນີ້ຖືເປັນປີທຳອິດທີ່ມີການຈັດສຳມະນາ ແລະ ຄາດວ່າຈະໃຫ້ຄວາມຮູ້, ແນວຄິດໃໝ່ໆດ້ານການອອກແບບແກ່ສະມາຊິກສະມາຄົມເຟີນີເຈີລາວ.

ທັງນີ້, ຂໍເຊີນຊວນພໍ່ແມ່ປະຊາຊົນທົ່ວນະຄອນຫຼວງວຽງຈັນ ແລະ ຕ່າງແຂວງເຂົ້າຮ່ວມຊົມ, ຮ່ວມຊື້ – ຂາຍສິນຄ້າຜະລິດຕະພັນເຟີນີເຈີ ແລະ ເຄື່ອງອຸປະໂພກ, ບໍລິໂພກ ທີ່ຜະລິດໂດຍສີມືຂອງຄົນລາວເຮົາ ໃນງານວາງສະແດງສິນຄ້າເຄື່ອງເຮືອນລາວ ຄັ້ງທີ 4 ທີ່ຈັດຂຶ້ນລະຫວ່າງວັນທີ 6 ຫາ 14 ກໍລະກົດ 2019 ທີ່ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ).

( ຂ່າວ: ສັນຕິ )