ດອຍຊ໌ແບງ ຢືນຢັນ ຈະຍົກເລີກຈ້າງພະນັກງານ 18 ພັນຄົນ

49

ທະນາຄານ “ດອຍຊ໌ແບງ” ສະຖາບັນການເງິນລາຍໃຫຍ່ທີ່ສຸດຂອງປະເທດເຢຍລະມັນ ຢືນຢັນການກຽມປົດພະນັກງານ 18 ພັນຕໍາແໜ່ງ ພາຍໃນປີ 2022 ແລະ ຍົກເລີກແຜນໃຫ້ບໍລິການດ້ານສິນຊັບ ແລະ ຫຼຸດຂະໜາດແຜນການລົງທຶນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນຈັນ ທີ 8 ກໍລະກົດ ວ່າ ດອຍຊ໌ແບງ ເຊິ່ງເປັນສະຖາບັນການເງິນລາຍໃຫຍ່ທີ່ສຸດຂອງເຢຍລະມັນ ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ເມືອງແຟ້ງເຟີດ ທາງພາກຕາເວັນຕົກຂອງປະເທດ ອອກຖະແຫຼງການ ເມື່ອວັນອາທິດ ເລື່ອງການ “ປະຕິຮູບອົງກອນຄັ້ງໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດ” ເຊິ່ງ ທ່ານຄຣິສຕຽນ ເຊວິງ  ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງດອຍຊ໌ແບງ ປຽບວ່າ “ເປັນການເລິ່ມຕົ້ນໃໝ່” ຂອງທະນາຄານ.

ไม่มีคำอธิบายรูปภาพ

ທັງນີ້ ແຜນປະຕິຮູບທີ່ລວມເຖິງການປົດພະນັກງານ ໃນຖະແຫຼງການ ລະບຸວ່າ ມີ 18 ພັນຄົນ ຈໍາເປັນຕ້ອງທະຍອຍອອກຈາກຕໍາແໜ່ງ ພາຍໃນປີ 2022 ເຊິ່ງຈະເປັນການຫຼຸດພະນັກງານລົງປະມານ 20%  ເຫຼືອ 74 ພັນຄົນທົ່ວໂລກ ໂດຍມາດຕະການໃນສ່ວນນີ້ ຈະເປັນການຫຼຸດຄ່າໃຊ້ຈ່າຍໄດ້ປະມານ 6 ຕື້ເອີໂຣ (ປະມານ 58,9 ພັນຕື້ກີບ) ເຖິງວ່າເນື້ອໃນຂອງການຖະແຫຼງການ ບໍ່ໄດ້ລະບຸຢ່າງຊັດເຈນ ວ່າ ພະນັກງານສ່ວນໃດ ແລະ ໃນສາຂາທີ່ປະເທດຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ແຕ່ລາຍງານຂອງສື່ດ້ານການລົງທຶນຫຼາຍສໍານັກໃຫ້ຂໍ້ມູນໄປໃນທິດທາງດຽວກັນ ວ່າ ແຜນການປົດພະນັກງານຊຸດໃຫຍ່ຮອບນີ້ ຈະເນັ້ນພະນັກງານທີ່ເຂດວອລສະຕີດ ໃນນະຄອນນິວຢອກ ແລະ ທີ່ນະຄອນຫຼວງລອນດອນຂອງສະຫະຣາຊະອານາຈັກເປັນຫຼັກ ແຕກຕ່າງຈາກການຍົກເລີກຈ້າງໃນອະດີດ ເຊິ່ງພະນັກງານໃນເຢຍລະມັນຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ในภาพอาจจะมี ท้องฟ้า

ຂະນະດຽວກັນ ດອຍຊ໌ແບງ ຈະຍົກເລີກແຜນໃຫ້ບໍລິການດ້ານສິນຊັບ ແລະ ຫຼຸດຂະໜາດແຜນການລົງທຶນ. ນອກຈາກນີ້, ທະນາຄານຍັງຈະຍົກເລີກບໍລິການບາງສ່ວນທີ່ກ່ຽວກັບການບໍລິຫານການລົງທຶນໃນກອງທຶນລວມ ເຖິງວ່າຈະຖືເປັນໜຶ່ງໃນຈຸດແຂງຂອງດອຍຊ໌ແບງ ມາຕະຫຼອດກໍ່ຕາມ. ຢ່າງໃດກໍ່ຕາມ ການທີ່ ທ່ານກາດ ຣິດຊີ ລາອອກຈາກຕໍາແໜ່ງຜູ້ອໍານວຍການຝ່າຍບໍລິຫານການລົງທຶນຂອງດອຍຊ໌ແບງ ເມື່ອອາທິດ ທີ່ຜ່ານມາ ໄດ້ຮັບການວິເຄາະວ່າ “ເປັນສັນຍານເຕືອນ” ວ່າ ຜູ້ບໍລິການອາດຕັດສິນໃຈປັບຫຼຸດຂະໜາດໂຄງສ້າງວຽກສ່ວນນີ້.

ອີກປະການໜຶ່ງ ການປະກາດມາດຕະການປັບໂຄງສ້າງຂອງດອຍຊ໌ແບງ ໃນຄັ້ງນີ້ ທີ່ປະສົບບັນຫາທັງໃນດ້ານກົນລະຍຸດການບໍລິຫານ ແລະ ສະພາບຄວາມຄ່ອງຕົວຂອງທະນາຄານມາດົນຫຼາຍປີແລ້ວ ຖືເປັນການປັບປ່ຽນໂຄງສ້າງຂອງຝ່າຍການລົງທຶນ ໃນສະຖາບັນການເງິນຄັ້ງໃຫຍ່ທີ່ສຸດ ນັບຕັ້ງແຕ່ HSBC ທະນາຄານລາຍໃຫຍ່ ທີ່ມີສໍານັກງານໃຫ້ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດສະຫະຣາຊະອານາຈັກ ປົດພະນັກງານ 30 ພັນຄົນ ເມື່ອປີ 2011.