ລະອຽດຕອບທຸກຄຳຖາມ ຂັ້ນຕອນການເຮັດພັດສະປອດງ່າຍໆດ້ວຍຕົນເອງ

179

ເມື່ອເວົ້າເຖິງເລື່ອງທີ່ຈະຕ້ອງໄປເຮັດ ໜັງສືຜ່ານແດນ ຫຼື ພັດສະປອດ (Passport)  ຫຼາຍໆຄົນອາດຈະເຄີຍໄປເຮັດມາແລ້ວກໍ່ດີ ຫຼື ຜູ້ທີ່ຍັງບໍ່ທັນໄປເຮັດນັ້ນ ອາດຈະມີຂໍ້ສົງໄສວ່າ ຂັ້ນຕອນການຈະໄປເຮັດ ພັດສະປອດຕ້ອງກະກຽມຫຍັງແດ່ຂອດຂັ້ນຜ່ານໃສຫາໃສກ່ອນຈິ່ງໄດ້ປື້ມພັດສະປອດຫົວໜຶ່ງ! ສະນັ້ນມື້ນີ້, ແອັດມິນ ມັດສາ ໃຈດີແນະນຳທຸກຂັ້ນຕອນ ການໄປເຮັດພັດສະປອດງ່າຍໆຕົວເອງນັ້ນເປັນແນວໃດ ອ່ານເບິ່ງເລີຍ!!!

 

 

ສິ່ງທີ່ຕ້ອງກະກຽມກໍ່ຄືເອກະສານດັ່ງຕໍ່ໄປນີ້: ການຂໍເຮັດໜັງສືຜ່ານແດນຫົວໃໝ່ປະກອບມີ: ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ; ສຳເນົາປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ (ໃນປື້ມຕ້ອງມີຮູບ ຂອງຜູ້ກ່ຽວທີ່ຈະໄປເຮັດພັດສະປອດ ແລະ ກາປະທັບຈາກ ປກສ ເມືອງ); ຮູບ 4×6 ໃສ່ສູດແບບສາກົນ 1 ໃບ; ແບບຟອມຄຳຮ້ອງ 1 ສະບັບ ຂຽນໃຫ້ລະອຽດ ພ້ອມຕິດຮູບຕາມຊ່ອງທີ່ເພິ່ນບອກໃຫ້ລະອຽດ (ສາມາດດາວໂຫລດແລ້ວພິມແບບຟອມອອກມາດ້ວຍຕົວເອງໄດ້ຕາມລິ້ງນີ້  http://www.mofa.gov.la/images/passport/Ordinary.pdf ) ຫຼັງຈາກຂຽນແລ້ວໆ ຕ້ອງໄປເຊັນບ້ານຢັ້ງຢືນໃຫ້.

 

 

ສຳລັບຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ ຕ້ອງມີໃບອະນຸຍາດຈາກຜູ້ປົກຄອງ ແລະ ຕ້ອງມີລາຍເຊັນຜ່ານນາຍບ້ານຈຳນວນ 1 ໃບ.

ຫຼັງຈາກນັ້ນ, ນຳເອົາເອກະສານໄປຢື່ນຢູ່ຊ່ອງບັດຂໍຄິວເພື່ອເຂົ້າສຳພາດ ພາຍຫຼັງໄດ້ບັດຄິວແລ້ວແມ່ນນັ່ງລໍຖ້າເອີ້ນເຂົ້າສຳພາດ. ເຊິ່ງການສຳພາດຈະມີໃຫ້ເລືອກ 2 ຢ່າງຄື: ພັດສະປອດແບບທຳມະດາ (ມີ 32 ໜ້າ) ໂດຍໃນເວລາເດີນທາງເຂົ້າອອກປະເທດຕ້ອງໄດ້ຂຽນແບບຟອມ, ສ່ວນພັດສະປອດແບບ  ໃໝ່ (ມີ 48 ໜ້າ) ເວລາເດີນທາງເຂົ້າອອກປະເທດບໍ່ໄດ້ຂຽນແບບຟອມ ເພາະຈະໄດ້ສະແກນລາຍນິ້ວມືແທນ.

 

 

ຫຼັງຈາກສຳພາດ ຖ່າຍຮູບ ແລະ ຈໍ້າລາຍນິ້ວມືເປັນທີ່ຮຽບຮ້ອຍແລ້ວ ເພີ່ນກໍ່ຈະໃຫ້ບິນເຮົາໄປຊຳລະເງິນທີ່ບ່ອນທີ່ເພີ່ນແນະນຳ ຈາກນັ້ນເພີ່ນຈະມີເຈ້ຍໆນ້ອຍນັດມື້ເອົາມາພັດສະປອດ.

     ໝາຍເຫດ: ການໄປເຮັດພັດສະປອດບໍ່ສາມາດໄປເຮັດປ່ຽນແທນກັນໄດ້ ຕ້ອງແມ່ນຜູ້ຕ້ອງການຈະເຮັດເທົ່ານັ້ນໄປຢື່ນເອກະສານ ສະນັ້ນທ່ານຕ້ອງຮຽນໄປດ້ວຍຕົວເອງບໍ່ຜ່ານຜູ້ຮັບເຮັດພັດສະປອດທ່ານຈິ່ງບໍ່ໄດ້ເສຍເງິນຫຼາຍຕໍ່.

 

 

 

ແບບຟອມຄຳຮ້ອງຂໍໜັງສືຜ່ານແດນ