“ເຮົາຄວນຢູ່ຈຸດໃດ” ເພງທີ່ມີເນື້ອຮ້ອງຕໍາໃຈໃຜໆຫຼາຍຄົນ ຈາກ ຕ່າຍ ອາກາດ

174

ໜຶ່ງບົດເພງຕອກຢໍ້າຄວາມຮັກທີ່ທໍລະມານ ການທີ່ມີຄົນຮັກແລ້ວຍັງໄປຮັກກັບອີກຄົນ ເພງໃໝ່ຫຼ້າສຸດ ຂອງ ຕ່າຍ ອາກາດ ທີ່ໄດ້ປ່ອຍ ອອກມາກາງເດືອນມີນາ 2019 ຜ່ານມາ ໄດ້ຮັບກະແສຕອບຮັບຢ່າງຫຼວງຫຼາຍຈາກແຟນໆ ແລະ ປັດຈຸບັນ ກໍໄດ້ປ່ອຍມິວສິກວິດີໂອອອກມາ ຍິ່ງຕອກຢໍ້າຄວາມເຈັບປວດໄປຕື່ມອີກ.

ຕ່າຍ ອາກາດ ໄດ້ໃຫ້ສໍາພາດກັບແອັດມິນວ່າ : “ນັກສະແດງຫຼັກໃນມິວສໍກວິດີໂອເພງນີ້ມີ 4 ຄົນຄື:

1 ບ໋ອບບີ້ ອັດສະວີນ ເປັນນັກສະແດງ ແລະ ນັກຮ້ອງ ພ້ອມທັງເປັນນາຍແບບທີ່ເຄື່ອນໄຫວວຽກງານໃນວົງການບັນເທິງ ນອກນັ້ນບ໋ອບຍັງເຮັດທຸລະກິດສ່ວນຕົວນຳອີກ ໃນເອັມວີເພງເຮົາຄວນຢູ່ຈຸດໃດ ແມ່ນບ໋ອບຮັບບົດເປັນເຈເຈ
2 ຕານ້ອຍ ເປັນນາງແບບຈາກສັງກັດ Alistlao ຮັບບົດເປັນເຈນີ້
3 ເປນີ້ ປະຈຸບັນແມ່ນກໍາລັງສຶກສາຢູ່ ສປ ຈີນ ຮັບບົດເປັນດາວ
4 ຕ່າຍ ນັກຮ້ອງ ນັກສະແດງ ທັງເປັນເຈົ້າຂອງເພງ ແລະ ຮ່ວມສະແດງເອງ ຮັບບົດເປັນຊາຍ”

ຕ່າຍ ໄດ້ບອກອີກຕື່ມວ່າ: “ຜົນງານໃນປີນີ້ແມ່ນສ່ວນໃຫຍ່ເປັນການສະແດງຮູບເງົາໃຫຍ່ໆ ທັງຮູບເງົາຂອງລາວ ແລະ ຮູບເງົາລາວຈີນ ຮູບເງົາລາວແມ່ນ ຄ້າຍ ແຂ້ວແຫ້ງ ຮັກມະຍ່ອມມະແຍ່ມ ແລະ ຮູບເງົາ Hello Laos ທີ່ເປັນການຮ່ວມມືລະຫວ່າງລາວຈີນ ຄາດວ່າທ້າຍປີຈຶ່ງຈະໄດ້ເຂົ້າສາຍ ພ້ອມທັງ ທ້າຍປີນີ້ຈະປ່ອຍເພງໃຫມ່ ໃນໂຄງການພິເສດ ທີ່ຈະເຮັດໃຫ້ທຸກຄົນຕື່ນຕາຕື່ນໃຈກັບເພງນີ້ແນ່ນອນ”

ແບບນີ້ແຟນໆ ຕ່າຍ ອາກາດ ກໍກຽມຊົມ ແລະ ຟັງຜົນງານຕ່າງໆຂອງ ຕ່າຍໄດ້ເລີຍເດີ້ ຮັບຮອງວ່າຈະເຮັດໃຫ້ທ່ານປະທັບໃຈຢ່າງແນ່ນອນ ຝາກຕິດຕາມການເຄື່ອນໄຫວ ຜົນງານຂອງ ຕ່າຍ ອາກາດ ແນ່ເດີ້.

ຕ່າຍ ອາກາດ ຫຼື ຂຸນຄຳ ສິດທິຍົມ ເປັນນັກຮ້ອງ ນັກສະແດງສັງກັດທີ່ຄ້າຍ ອິນດີ້ ເລັກຂອດ ຈາກເມື່ອກ່ອນທີ່ໂດ່ງດັງໃນເພງ ຄົນດີທີ່ເຈົ້າບໍ່ຮັກ ແລະ ໂດ່ງດັງອີກຄັ້ງໃນເພງ ເຈົ້າບໍ່ແມ່ນອາກາດ ຈົນໄດ້ສາຍາວ່າ ຕ່າຍ ອາກາດທີ່ໃຜໆກໍຮູ້ຈັກນັບຕັ້ງແຕ່ນັ້ນມາ ແລ້ວກໍມີຜົນງານເພງມາເລື້ອຍໆ ບໍ່ວ່າຈະເປັນເພງ: ອີກວັນທີ່ຫງົາ, ປົດປ່ອຍ, ແທງ, ຈົນກວ່າວັນສຸດທ້າຍ, ຄົນສຸດທ້າຍ ແລະ ເພງຫຼ້າສຸດ ເພງເຮົາຄວນຢູ່ຈຸດໃດນີ້.