ໜັກໜ່ວງ! ພາຍຸໝູນເຂດຮ້ອນຖະຫຼົ່ມຫວຽດນາມ ເສຍຊີວິດແລ້ວ 2 ຄົນ

47

ວັນທີ  4 ກໍລະກົດ 2019 ສື່ຕ່າງປະເທດລາຍວ່າ: ອິດທິພົນຂອງພະຍຸຮ້ອນໝູນເຂດຮ້ອນ ທີ່ກໍ່ຕົວຂຶ້ນໃນທະເລຈີນຕອນໃຕ້ ໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອຂອງ ສສ ຫວຽດນາມ ເມື່ອເວລາປະມານ 04: 30 ນາທີ ຂອງເຊົ້າວັນພະຫັດທີ 4 ກໍລະກົດ 2019 ກໍ່ໃຫ້ເກີດມີຝົນຕົກໜັກ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ.

 

ເປັນພຽງພາບປະກອບຂ່າວ

 

ຂ່າວໃຫ້ຮູ້ວ່າເຫດການສຸດເສົ້າເກີດຂຶ້ນຫຼັງຈາກຝົນທີ່ຕົກລົງມາຢ່າງໜັກ ໄດ້ເຮັດໃຫ້ເກີດດິນຖະຫຼົ່ມທັບຂົວຂ້າມແມ່ນໍ້າເຢັນຫາວ (Yen Hoa) ໃນຫານໂຮຈົນເປ່ເພ ເວລານັ້ນຜູ້ເຄາະຮ້າຍທັງສອງຄົນ ເຊິ່ງເປັນສາມີພັນລະຍາກັນ ອາຍຸ 46 ປີ ທັງສອງກໍາລັງຂ້າມຂົວພໍດີ ຈິ່ງເຮັດໃຫ້ທັງສອງຖືກຝັງຢູ່ໃຕ້ຄອນກີດ ແລະ ກ້ອນຫີນຈົນເສຍຊີວິດ.

ເປັນພຽງພາບປະກອບຂ່າວ

 

ອີງຕາມການລາຍງານຂອງເວັບໄຊ້ vnexpress ລະບຸວ່າ ໃນໄລຍະເກີດເຫດຂົວຖະຫຼົ່ມສອງສາມີພັນລະຍານີ້ ຍັງມີອີກ 3 ຄົນ ກຳລັງຂ້າມຂົວ ຫຼັງຈາກພາຍຸຮ້ອນມູນ ໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກ   ເໜືອຂອງຫວຽດນາມກ່ອນຈະແຈ້ງ ເຊິ່ງຄວາມຮຸນແຮງຂອງພາຍຸຫົວນີ້ ເຮັດໃຫ້ຕົ້ນໄມ້ ເມືອງໄຮຟົງ ທາງພາກເໜືອຂອງຫວຽດນາມຫັກລົ້ມເປັນຈຳນວນຫຼວງຫຼາຍ ແລະ ຍັງເຮັດໃຫ້ເກີດຄື້ນຮຸນແຮງພັດຫາດຊາຍ. ນອກນີ້, ຍັງເຮັດໃຫ້ມີຝົນຕົກໜັກຢູ່ແຂວງ ກວາງນິງ ເຊິ່ງມີສະຖານທີ່ນັກທ່ອງທ່ຽວນິຍົມໄປທ່ຽວເຊັ່ນ: ອ່າວຮາລອງ, ເຊິ່ງໃນຂະນະນີ້ຍັງບໍ່ທັນມີລາຍງານຄວາມເສຍຫາຍ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ.

 

ເປັນພຽງພາບປະກອບຂ່າວ

 

ພາຍຸເຂດຮ້ອນມູນ ເປັນພາຍຸກຳລັງແຮງລູກທີ 2 ທີ່ຖະຫຼົ່ມຫວຽດນາມໃນປີນີ້ ພາຍຫຼັງເຄື່ອນທີ່ຂຶ້ນຝັ່ງແລ້ວ ພາຍຸຮ້ອນມູນ ໄດ້ອ່ອນກຳລັງລົງເປັນພາຍຸດີເປຼຊັນ. ຂະນະທີ່ສໍານັກອຸຕຸນິຍົມວິທະຍາຫວຽດນາມ ພະຍາກອນວ່າ ອິດທິພົນຂອງພາຍຸມູນຈະເຮັດໃຫ້ເກີດຝົນຕົກຢ່າງໜັກທາງພາກເໜືອ ແລະ ພາກຕາເວັນອອກສ່ຽງເໜືອຂອງຫວຽດນາມ ລວມທັງນະຄອນຫຼວງຮ່າໂນ້ຍ ໃນມື້ນີ້ນຳອີກ.

 

ເປັນພຽງພາບປະກອບຂ່າວ