ເຈົ້າເມືອງພູຄູນ ລົງຕິດຕາມການປຸກສ້າງ ພ້ອມມອບເງິນໃຫ້ຜູ້ຖືກຜົນກະທົບຈາກໄພພິບັດ

43

ເມື່ອທ້າຍເດືອນ ມິຖຸນາ ຜ່ານມາ, ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງໆພູຄູນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການບຸກເບີກສະຖານທີ່ປຸກສ້າງໃຫ້ແກ່ປະຊາຊົນ ທີ່ຖືກຜົນກະທົບໄພພິບັດ ໃນປີ 2018 ຜ່ານມາ ທີ່ບ້ານສາມແຍກ ເມືອງພູຄູນ. ເຊິ່ງໂຄງການບຸກເບີກດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໃນເນື້ອທີ່ 48.000 ຕາແມັດ ໂດຍເປັນໂຄງການຂອງລັດຖະບານ 100% ( ຮ່ວງໄພພິບັດປີ 2019 ) ມູນຄ່າ 3,6 ຕື້ກີບ ເຊິ່ງແມ່ນບໍລິສັດລີຊື້ຄຳມ່ວນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.

 

 

 

ພາຍຫຼັງ ໄດ້ລົງຕິດຕາມການບຸກເບີກສະຖານທີ່ປຸກສ້າງແລ້ວ ຍັງມອບເງິນຊົດເຊີຍ ຈຳນວນ 94 ລ້ານກວ່າກີບໃຫ້ກັບຄອບຄົວທີ່ຖືກຜົນກະທົບໂຄງການບຸກເບີກສະຖານທີ່ປຸກສ້າງອີກດ້ວຍ. ເຊິ່ງພິທີມອບເງິນຊົດເຊີຍໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ  ທີ່ບ້ານສາມແຍກ ( ຄຸ້ມລາວຈັງ ) ໂດຍມີ ທ່ານ ວຽງທອງ ຫັດສະຈັນ ເຈົ້າເມືອງໆພູຄູນ, ຮອງເຈົ້າເມືອງ, ຄະນະກຳມະການໄກ່ເກ່ຍຂັ້ນເມືອງ, ຂັ້ນບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.

 

 

 

ການມອບເງິນຊົດເຊີຍໃນຄັ້ງນີ້ ແມ່ນຊົດເຊີຍໃຫ້ແກ່ຄອບຄົວທີ່ຖືກຜົນກະທົບຄັ້ງທີ 1 ໃນນີ້, ມີດິນປະເພດກະສິກໍາຈໍານວນ 17 ຕອນ, ເນື້ອທີ່ທັງໝົດ 15 ກວ່າເຮັກຕາ ເປັນຈໍານວນເງິນ 76.686.500 ກີບ ແລະ ຊົດເຊີຍຫຼຸມສົບຈຳນວນ 5 ຫຼຸມ ຈຳນວນເງິນ 17.500.000ກີບ ລວມເປັນເງິນທັງໝົດ 94.186.500 ກີບ.