ລັກຕັກນໍ້າມັນໃນລົດບັນທຸກທີ່ຂວໍ້າ ແຕ່ເກີດລະເບີດ ຕາຍ 45 ຄົນ ເຈັບນັບຮ້ອຍ

41

ພົບຜູ້ເສຍຊີວິດຢ່າງໜ້ອຍ 45 ຄົນ ແລະ ບາດເຈັບອີກກວ່າ 100 ຄົນ ທາງພາກກາງຂອງປະເທດໄນຈີເຣຍ ເມື່ອວັນຈັນ ທີ່ຜ່ານມາ ຈາກອຸບັດຕິເຫດລົດບັນທຸກນ້ໍາມັນພິກຂວໍ້າ ແລະ ເກີດລະເບີດໃນ ຂະນະທີ່ປະຊາຊົນແຫ່ກັນອອກມາຕັກຕອງເອົານ້ໍາມັນທີ່ໄຫຼອອກມາ.

ສໍານັກຂ່າວເອເອັຟພີລາຍງານຈາກລັດເບນເວ ປະເທດໄນຈີເຣຍ ເມື່ອວັນພຸດ ທີ 3 ກໍລະກົດ ວ່າ ທ່ານອະລິຢູ ບາບາ ປະທານຄະນະກໍາມະການຄວາມປອດໄພ ທາງຖະໜົນຂອງລັດເບນເວ ເປີດເຜີຍວ່າ ພົບຜູ້ເສຍຊີວິດແລ້ວ 45 ຄົນ ບາດເຈັບອີກ 101 ຄົນ ຈາກອຸບັດຕິເຫດລົດບັນທຸກນ້ໍາມັນພິກຂວໍ້າ ຂະນະແລ່ນຜ່ານໝູ່ບ້ານອະຮໍາບີ ໃນລັດເບນເວ ທາງພາກກາງຂອງປະເທດໄນຈີເຣຍ ເມື່ອວັນຈັນ ທີ່ຜ່ານມາ ເຮັດໃຫ້ນ້ໍາມັນໄຫຼນອງອອກມາ ຊາວບ້ານຈຶ່ງພາກັນແຫ່ໄປຕັກນ້ໍາມັນ ເຊິ່ງໃຊ້ເວລາປະມານ 1 ຊົ່ວໂມງ ຈຶ່ງເກີດໄຟໄໝ້ຈາກນ້ໍາມັນເຊື້ອໄຟທີ່ໄຫຼນອງອອກມາແລ້ວ ຕາມມາດ້ວຍລະເບີດເຮັດໃຫ້ໄຟລຸກຖ້ວມທັງພື້ນທີ່ໃກ້ຄຽງ ທີ່ເປັນຮ້ານຄ້າ ລວມເຖິງລົດເມຄັນໜຶ່ງ ເຊິ່ງມີຜູ້ໂດຍສານຢູ່ເຕັມຄັນທີ່ ແລ່ນຜ່ານທີ່ເກີດເຫດພໍດີ.

ในภาพอาจจะมี ต้นไม้, ท้องฟ้า และสถานที่กลางแจ้ง

ລົດບັນທຸກນໍ້າມັນ ແລະ ທໍ່ສົ່ງນໍ້າມັນທີ່ລະເບີດກາຍເປັນເລື່ອງປົກກະຕິໃນປະເທດໄນຈີເຣຍ ເຖິງວ່າຈະເປັນປະເທດອຸສາຫະກໍາດ້ານພະລັງງານເຊື້ອໄຟ ແລະ ແກ໊ສ ແຕ່ປະຊາຊົນສ່ວນໃຫຍ່ກໍ່ຍັງອາໄສຢູ່ຢ່າງທຸກຍາກ ໄຟໄໝ້ ແລະ ລະເບີດ ມັກເກີດຂຶ້ນເພາະມັກມີຜູ້ລັກລອບເຈາະທໍ່ຂົນສົົ່ງນໍ້າມັນເພື່ອລັກ ລວມເຖິງລົດບັນທຸກນໍ້າມັນທີ່ເກີດອຸບັດຕິເຫດ ເພາະສະພາບຖະໜົນຫົນທາງທີ່ບໍ່ໄດ້ຮັບການປັບປຸງ ເຊັ່ນເມື່ອເດືອນກໍລະກົດ 2012 ມີຜູ້ເສຍຊີວິດກວ່າ 100 ຄົນ ແລະ ບາດເຈັບ 50 ຄົນ ໃນລັດຣິເວີ ທາງພາກໃຕ້ຂອງປະເທດ.

ຮູບ: AFP