ອິນໂດ ສົ່ງຄືນຕູ້ຄອນເທນເນີ ຂີ້ເຫຍື້ອ ຄືນປະເທດພັດທະນາແລ້ວ ເພິ່ມອີກ 49 ຕູ້

115

ລັດຖະບານອິນໂດເນເຊຍສົ່ງຕູ້ຄອນເທນເນີ ບັນຈຸ “ຂີ້ເຫຍື້ອຜິດກົດໝາຍ” ຄືນ “ກຸ່ມປະເທດທີ່ພັດທະນາແລ້ວ” ເຊິ່ງລວມເຖິງສະຫະລັດ, ຝຣັ່ງ, ເຢຍລະມັນ ແລະ ອົສຕຣາລີ ຫຼັງດໍາເນີນການແບບດຽວກັນນີ້ ກັບຕູ້ຄອນເທນເນີຂີ້ເຫຍື້ອ 5 ຕູ້ ຂອງສະຫະລັດ ເມື່ອເດືອນຜ່ານມາ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ ເມື່ອວັນພຸດ ທີ 3 ກໍລະກົດ ວ່າ ກະຊວງສິ່ງແວດລ້ອມຂອງອິນໂດເນເຊຍ ອອກຖະແຫຼງການເລື່ອງການສົ່ງຕູ້ຄອນເທນເນີ ຈໍານວນ 49 ຕູ້ ທີ່ອັດແໜ້ນໄປດ້ວຍຂີ້ເຫຍື້ອ ທັງສິ່ງເສດເຫຼືອທົ່ວໄປ, ພລາສະຕິກທີ່ຍາກແກ່ການຣີໄຊເຄິລ ຫຼື ຣີໄຊເຄິລບໍ່ໄດ້ເລີຍ ແລະ “ຂີ້ເຫຍື້ອພິດ” ກັບຄືນຕົ້ນທາງໃນ “ກຸ່ມປະເທດທີ່ພັດທະນາແລ້ວ” ເຊິ່ງໃນຮອບນີ້ ໄດ້ແກ່: ສະຫະລັດ, ອົສຕຣາລີ,​ ຝຣັ່ງ, ເຢຍລະມັນ ແລະ ຮົງກົງ ໂດຍເຮືອບັນທຸກສິນຄ້າທະຍອຍລໍາລຽງຕູ້ຄອນເທນເນີອອກຈາກທ່າເຮືອ ໃນເມືອງບາຕໍາ ເທິງໝູ່ເກາະຣີເຍົາ ທາງພາກເໜືອຂອງປະເທດ ເມື່ອວັນອັງຄານ ທີ່ຜ່ານມາ.

ไม่มีคำอธิบายรูปภาพ

ຄວາມເຄື່ອນໄຫວດັ່ງກ່າວຂອງລັດຖະບານຈາກາຕ້າ ເກີດຂຶ້ນເກືອບ 1 ເດືອນ ຫຼັງການສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 5 ຕູ້ ກັບຄືນທ່າເຮືອຕົ້ນທາງ ໃນເມືອງຊີແອດເທິລ ຂອງສະຫະລັດ ເຖິງວ່າບໍລິສັດເຈົ້າຂອງຕູ້ຄອນເທນເນີ ຕັ້ງຢູ່ໃນປະເທດການາດາກໍ່ຕາມ ແລະ ຢູ່ລະຫວ່າງການກວດສອບ “ຕູ້ຄອນເທນເນີຕ້ອງສົງໄສ” ອີກຢ່າງໜ້ອຍ 65 ຕູ້ດ້ວຍ ເຊິ່ງຫຼາຍຝ່າຍຄາດວ່າຈະມີການປະກາດສົ່ງກັບຄືນໄປ ທ່າເຮືອ ຫຼື ປະເທດຕົ້ນທາງໃນອີກບໍ່ດົນນີ້.

ในภาพอาจจะมี รองเท้า และอาหาร

ໃນເວລາດຽວກັນ ສື່ທ້ອງຖິ່ນຫຼາຍແຫ່ງໃນອົສຕຣາລີ ລາຍງານວ່າ ໃນບັນດາຕູ້ຄອນເທນເນີທີ່ອິນໂດເນເຊຍເຊື່ອວ່າ ມີ “ຂີ້ເຫຍື້ອຜິດກົດຫມາຍ” ຊຸກເຊື່ອງຢູ່ນັ້ນ ເປັນຂີ້ເຫຍື້ອຂອງອົສຕຣາລີ ຫຼາຍເຖິງ 13 ໂຕ້ນ ແລະ ສ່ວນໃຫຍ່ມາຈາກຜູ້ປະກອບການໃນເມືອງເມລເບິລ. ທັງນີ້, ເຖິງວ່າອິນໂດເນເຊຍ ຕິດອັນດັບໜຶ່ງໃນປະເທດທີ່ຖິ້ມຂີ້ເຫຍື້ອລົງສູ່ທະເລຫຼາຍທີ່ສຸດ ແຕ່ການທີ່ອິນໂດເນເຊຍຍັງຮັບຊື້ຂີ້ເຫຍື້ອພລາສະຕິກ “ທີ່ຣີໄຊເຄິລໄດ້” ກາຍເປັນການເປີດໂອກາດໃຫ້ແກ່ບາງປະເທດໃນການລັກລອບຊຸກເຊື່ອງຂີ້ເຫຍື້ອອື່ນໆມາດ້ວຍ ເນື່ອງຈາກຈີນຍົກເລີກການນໍາເຂົ້າຂີ້ເຫຍື້ອຫຼາຍຊະນິດ ລວມເຖິງຂີ້ເຫຍື້ອພລາສະຕິກ ຕັ້ງແຕ່ເດືອນມັງກອນ ປີຜ່ານມາ ແລະ ໂຮງງານຣິໄຊເຄິລ ສ່ວນໃຫຍ່ຢູ່ທີ່ເມືອງບາຕໍາ ສ້າງລາຍໄດ້ໃຫ້ກັບປະຊາຊົນໃນພື້ນທີ່ບໍ່ໜ້ອຍ.

ในภาพอาจจะมี หนึ่งคนขึ้นไป

ນອກຈາກນີ້, ຄວາມເຄື່ອນໄຫວຂອງອິນໂດເນເຊຍ ເກີດຂຶ້ນໄດ້ບໍ່ດົນ ຫຼັງເຮືອບັນທຸກສິນຄ້າທີ່ລັດຖະບານການາດາໄດ້ວ່າຈ້າງໃຫ້ໄປຂົນຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 69 ຕູ້ ກັບຈາກຟິລິບປິນ ເມື່ອທ້າຍເດືອນພຶດສະພາ ທີ່ຜ່ານມາ  ທຽບທ່າບຣິຕິຊ ໂຄລໍາເບຍ ເມື່ອຕົ້ນອາທິດນີ້ ແລະ ໃນທີ່ປະຊຸມຜູ້ນໍາ 10 ປະເທດ ສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນຕົກສຽງໃຕ້ (ອາຊຽນ) ຮ່ວມໃຫ້ການຮັບຮອງປະຕິນຍາກຸງເທບ ວ່າດ້ວຍການຕໍ່ຕ້ານຂີ້ເຫຍື້ອໃນພາກພື້ນອາຊຽນ ໃນການປະຊູມທີ່ກຣຸງເທບມະຫານະຄອນ ປະເທດໄທ  ເມື່ອທ້າຍເດືອນມິຖຸນາ ດ້ວຍ.