ເປີດນຳໃຊ້ ແລະ ຍ້າຍໄປຢູ່ແລ້ວ ສຳນັກງານໃຫຍ່ກະຊວງຍຸຕິທຳ

63

ການກໍ່ສ້າງສຳນັກງານໃຫຍ່ ກະຊວງຍຸຕິທຳ ເຊິ່ງ​ເປັນ​ໂຄງການ​ລັດ​ລົງທຶນ​ໂດຍ​ກົງ ດ້ວຍ​ງົບປະມານ 153 ຕື້​ກີບ ໄດ້ລົງມືເລີ່ມກໍ່ສ້າງໃນເດືອນທ້າຍສິງຫາ 2013 ໄດ້ສຳເລັດໃນເດືອນມິຖຸນາ 2019 ເຊິ່ງໃຊ້ເວລາກໍ່ສ້າງ 4 ປີ ກັບ 5 ເດືອນ (53 ເດືອນ) ເຊິ່ງໄດ້ມີພິທີມອບຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກໍລະກົດຜ່ານມາ.

 

 

ພິທີ​ດັ່ງກ່າວໄດ້ຈັດ​ຂຶ້ນທີ່​ບ້ານ​ໂນນ​ສະອາດ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ (ເຂດ​ດົງ​ໝາກຄາຍ) ກ່າວ​ມອບ​ໂດຍ​ທ່ານ ສີ​ສະຫງວນ ອິນ​ທະ​ຈັກ ຜູ້ອຳນວຍການ​ບໍລິສັດ ລັດ​ວິ​ສາ​ຫະ​ກິດ​ກໍ່ສ້າງ​ຂົວ​ທາງ ແລະ ຕິດ​ຕັ້ງ​ໄຟຟ້າ​ຄົບ​ວົງ​ຈອນ ໄຊ​ສົມບູນ ແລະ ກ່າວ​ຮັບ​ໂດຍ​ທ່ານ ບຸນ​ສະຫວາດ ບຸບຜາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີ​ທ່ານ ໄຊ​ສີ ສັນຕິ​ວົງ ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ມີ​ບັນດາ​ລັດຖະມົນຕີ ຮອງ​ລັດຖະມົນຕີ ຫົວໜ້າ ຮອງ​ຫົວໜ້າ​ກົມ ສູນສະ​ຖາ​ບັນ ພະນັກງານ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

 

 

ທ່ານ ສີ​ສະຫງວນ ອິນ​ທະ​ຈັກ ໄດ້​ກ່າວ​ວ່າ: ບໍລິສັດ​ໄດ້​ເລີ່ມ​ກໍ່ສ້າງ​ສຳນັກງານ​ໃໝ່ ກະຊວງ​ຍຸຕິ​ທຳ​ໃນ​ເດືອນ​ສິງຫາ 2013 ແລະ ສໍາເລັດ​ເດືອນ​ມິຖຸນາ 2019 ໃຊ້​ເວລາ​ກໍ່ສ້າງທັງໝົດ 53 ເດືອນ ໃນ​ໂຄງການ​ກໍ່ສ້າງ ປະກອບ​ມີ 3 ສັນຍາ ຄື: ສັນຍາ​ຮັບ​ເໝົາ​ກໍ່ສ້າງ​ອາຄານ​ຫຼັງ​ໃໝ່​ກະຊວງ​ຍຸຕິ​ທຳ ສູງ 5 ຊັ້ນ ກວ້າງ 42 ແມັດ ຍາວ 99 ແມັດ ມູນ​ຄ່າ 129 ຕື້​ກີບ ປະກອບ​ມີ 5 ໜ້າ​ວຽກ ຄື: ວຽກ​ອາຄານ ວຽກ​ລິບ ວຽກ​ແອ​ເຢັນ ວຽກ​ລະບົບ ແລະ ຕ້ານ​ອັກຄີ​ໄພ ແລະ ລະບົບ​ສື່ສານ ສັນ­ຍາ​ທີ 2 ກໍ່ສ້າງ​ຕາ​ຂ່າຍ​ໄຟຟ້າ 22 KV ແລະ ຕິດ​ຕັ້ງ​ໝໍ້​ແປງ 1.600 KVA ມູນ​ຄ່າ 2 ຕື້​ກວ່າ​ກີບ ແລະ ສັນຍາ​ກໍ່ສ້າງ​ໂຄງການ​ປັບປຸງ​ພື້ນ​ທີ່ ແລະ ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ຢູ່​ຂອບ​ເຂດ​ກະ­ຊວງ​ຍຸຕິ​ທຳ ມູນ​ຄ່າ 19 ຕື້​ກວ່າ​ກີບ ສຳລັບ​ທຶນ​ໃນ​ການ​ກໍ່ສ້າງ​ແມ່ນ​ນຳ​ໃຊ້​ທຶນ​ຂອງ​ລັດ 100% ໂດຍ​ແມ່ນ​ບໍລິສັດ​ເປັນ​ຜູ້​ລົງທຶນ​ກ່ອນ.

 

 

ທ່ານ ບຸນ​ສະຫວາດ ບຸບຜາ ໄດ້​ກ່າວ​ວ່າ: ອາຄານ​ສຳນັກງານ​ຫຼັງ​ໃໝ່​ນີ້ ເປັນ​ສັນຍະລັກ​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​ຂອງ​ວຽກ​ງານ​ຍຸຕິ​ທຳ​ລາວ ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາໃຈໃສ່​ຊີ້​ນຳນຳພາ​ຢ່າງ​ໃກ້ຊິດ​ຂອງ​ສູນ​ກາງ​ພັກ ລັດຖະບານ ແລະ ສະພາ​ແຫ່ງ​ຊາດ​ຕໍ່​ວຽກ​ງານ ແລະ ຂະແໜງ​ຍຸຕິ​ທຳ ເຊິ່ງ​ເປັນ​ໂຄງການ​ລັດ​ລົງທຶນ​ໂດຍ​ກົງ ດ້ວຍ​ງົບປະມານ 153 ຕື້​ກີບ ເພື່ອ​ປັບປຸງ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ອັນ​ຈຳເປັນ ສ້າງ​ຄວາມ​ເຂັ້ມແຂງ​ໃຫ້​ແກ່​ຂະແໜງ​ຍຸຕິ​ທຳ ເຊິ່ງ​ສິ່ງ​ດັ່ງກ່າວ ຈະ​ກາຍເປັນ​ມໍລະດົກ​ສືບ​ທອດ​ໃຫ້​ແກ່​ຄະນະ​ພັກຄະນະ​ນຳ ແລະ ພະນັກງານ​ລັດຖະກອນ​ຂອງ​ຂະແໜງ​ຍຸຕິ​ທຳ.

 

 

 

ຂໍ້ມູນ: Vientiane Mai