ທີ່ປຶກສາ ທຣໍາ ຢືນຢັນ ອາເມຣິກາ ຍັງບໍ່ຜ່ອນຜັນຖອນຫົວເຫວີ່ຍອອກຈາກບັນຊີດຳ

64

ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານາທິບໍດີສະຫະລັດ ກ່າວວ່າ “ການສະຫງົບເສິກ” ທາງການຄ້າ ກັບ ລັດຖະບານຈີນ ທີ່ລວມເຖິງການຫຼຸດແຮງກົດດັນຕໍ່ຫົວເຫວີ່ຍ “ເປັນພຽງບາງສ່ວນ” ເພາະບໍລະສັດຍັກໃຫຍ່ດ້ານເທັກໂນໂລຢີຈາກຈີນລາຍນີ້ ຈະຍັງຢູ່ໃນບັນຊີດໍາຂອງລັດຖະບານວໍຊິງຕັນ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ສະຫະລັດ ເມື່ອວັນອາທິດ ທີ 30 ມິຖຸນາ ວ່າ ທ່ານແລຣີ່ ຄຸດໂລ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານາທິບໍດີໂດນັລ ທຣໍາ ກ່າວໃນລາຍການ “ຟັອກຊ໌ ນິວສ໌ ຊັນເດ” ເມື່ອວັນອາທິດ ກ່ຽວກັບຜົນການຫາລືລະຫວ່າງຜູ້ນໍາສະຫະລັດ ກັບ ປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ນອກຮອບການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ທີ່ເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນເສົາ ທີ່ຜ່ານມາ ເຊິ່ງນໍາໄປສູ່ “ການສະຫງົບເສິກການຄ້າ” ຮອບໃໝ່ ເຊິ່ງ ທ່ານຄຸດໂລ ເຫັນວ່າຢ່າງໜ້ອຍໄລຍະນີ້ໜ້າຈະເປັນ “ໂອກາດດີ” ໃຫ້ແກ່ບໍລິສັດຂອງສະຫະລັດໃນການຂໍໃບອະນຸຍາດຈາກກະຊວງການຄ້າ ເພື່ອເຮັດການຄ້າຂາຍກັບຫົວເຫວີ່ຍ ແລະ ອາດເພິ່ມຈໍານວນໃນອະນາຄົດເຊັ່ນດຽວກັບຫົວເຫວີ່ຍທີ່ກັບມາຄ້າຂາຍກັບບໍລິສັດຂອງສະຫະລັດໄດ້ຄືເກົ່າອີກຄັ້ງ.

ในภาพอาจจะมี หนึ่งคนขึ้นไป, สถานที่กลางแจ้ง และข้อความ

ຢ່າງໃດກໍ່ຕາມ ທ່ານຄຸດໂລ ຢືນຢັນວ່າ ຫົວເຫວີ່ຍຈະຍັງຢູ່ໃນບັນຊີດໍາຂອງກະຊວງການຄ້າສະຫະລັດຕໍ່ໄປກ່ອນ ເພື່ອໃຫ້ລັດຖະບານວໍຊິງຕັນສາມາດຄວບຄຸມກວດສອບໄດ້ຢ່າງລະອຽດ ກ່ອນອອກໃບອະນຸຍາດໃຫ້ແກ່ຜູ້ປະກອບການຂອງສະຫະລັດ ແລະ ກວດສອບເອກະສານຂອງຫົວເຫວີ່ຍໃນການຄ້າຂາຍ ແລະ ເຮັດທຸລະກໍາຮ່ວມກັນ ທັງນີ້ ສະຫະລັດຍັງເຊື່ອວ່າ ຫົວເຫວີ່ຍ ເຊິ່ງປັດຈຸບັນເປັນຜູ້ຜະລິດສະມາດໂຟນລາຍໃຫຍ່ອັນດັບ 2 ຂອງໂລກ ຮອງຈາກຊໍາຊຸງຂອງເກົາຫຼີໃຕ້ ແລະ ເປັນອັນດັບ 1 ໃນການພັດທະນາລະບົບ 5ຈີ ຄື “ປະຕູລັບ” ຂອງລັດຖະບານປັກກິ່ງ ໃນການປະຕິບັດທາງໄຊເບີ ເຊິ່ງຫົວເຫວີ່ຍປະຕິເສດມາຕະຫຼອດ.

ในภาพอาจจะมี กลางคืน และต้นพืช

ຢ່າງໃດກໍ່ຕາມ ສໍານັກຂ່າວບູມເບີກລາຍງານເມື່ອອາທິດ ທີ່ຜ່ານມາ ໂດຍອ້າງແຫຼ່ງຂ່າວ ວ່າ ຫົວເຫວີ່ຍມີທີມງານຊຸດພິເສດກຸ່ມໜຶ່ງທີ່ເຮັດວຽກຮ່ວມກັບກອງທັບປົດປ່ອຍປະຊາຊົນຈີນ (PLA) ແລ້ວຢ່າງໜ້ອຍ 10 ໂຄງການ ນັບຕັ້ງແຕ່ ທ່ານເຫຣີນ ເຈິ້ງເຟີຍ ເຊິ່ງເປັນອະດີດນັກວິເຄາະຂອງພີແອລເອ ລາອອກມາກໍ່ຕັ້ງບໍລິສັດ ເມື່ອປີ 1987 ໂດຍໂຄງການສ່ວນໃຫຍ່ເນັ້ນການພັດທະນາປັນຍາປະດິດ ແລະ ວິດທະຍຸສື່ສານ ແລະ ຫົວເຫວີ່ຍຍັງຢືນຢັນປະຕິເສດ.