ສອງຜູ້ນໍາຈີນ-ຍີ່ປຸ່ນ ຮ່ວມມືຕໍ່ຕ້ານການກີດກັນທາງການຄ້າ

50

ປະທານປະເທດຈີນ ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ເຫັນຊອບສົ່ງເສີມຄວາມຮ່ວມມືລະດັບທະວີພາຄີທາງເສດຖະກິດ ເພື່ອຕໍ່ຕ້ານຮູບແບບການຄ້າທີ່ບໍ່ເປັນທໍາ ເຊິ່ງລວມເຖິງມາດຕະການກີດກັນທາງການຄ້າຂອງສະຫະລັດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຊາກ້າ ປະເທດຍີ່ປຸ່ນ ເມື່ອວັນສຸກ ທີ 28 ມິຖຸນາ ວ່າ ນາຍົກລັດຖະມົນຕີຊິນໂຊະ ອາເບະ ຜູ້ນໍາຍີ່ປຸ່ນ ໃຫ້ການຕ້ອນຮັບປະທານປະເທດສີ ຈິ້ນຜິງ ຜູ້ນໍາຈີນ ເມື່ອວັນພະຫັດ ໂດຍທ່ານສີ ເປັນໜຶ່ງໃນຜູ້ນໍາປະເທດທີ່ເຂົ້າຮ່ວມການປະຊຸມສຸດຍອດຜູ້ນໍາກຸ່ມປະເທດເສດຖະກິດຂະໜາດໃຫຍ່ “ຈີ20” ເຊິ່ງລັດຖະບານໂຕກຽວ ເປັນເຈົ້າພາບທີ່ເມືອງໂອຊາກ້າ ໃນໄລຍະທ້າຍອາທິດນີ້. ອີກປະການໜຶ່ງ ການຢ້ຽມຢາມຍີ່ປຸ່ນໃນຄັ້ງນີ້ ຂອງທ່ານສີ ໄດ້ຮັບການຕິດຕາມຈາກຫຼາຍຝ່າຍ ເນື່ອງຈາກຖືເປັນຄັ້ງທໍາອິດ ນັບຕັ້ງແຕ່ທ່ານສີ ຮັບຕໍາແໜ່ງຜູ້ນໍາຈີນ ເມື່ອເດືອນພະຈິກ 2012 ແລະ ຍັງມີກໍານົດຫາລືກັບປະທານາທິບໍດີໂດນັລ ທຣໍາ ຜູ້ນໍາສະຫະລັດ.

ในภาพอาจจะมี 6 คน, คนที่ยิ้ม, ผู้คนกำลังยืน, ชุดสูท และงานแต่งงาน

ເຖິງວ່າຈະເປັນທີ່ຮູ້ກັນດີວ່າ ສໍາລັບຄວາມສໍາພັນລະຫວ່າງ ຈີນ ກັບ ຍີ່ປຸ່ນ ໃນລະດັບລັດຖະບານຂ້ອນຂ້າງ “ຫວານອົມຂົມກືນ” ຕໍ່ກັນໃນຫຼາຍດ້ານມາຕະຫຼອດ ແຕ່ການຕ້ອນຮັບ ແລະ ພົບຫາລືກັນລະຫວ່າງ ທ່ານສີ ກັບ ທ່ານອາເບະ ໃນຄັ້ງນີ້ ເກີດຂຶ້ນດ້ວຍບັນຍາກາດທີ່ຜ່ອນຄາຍຢ່າງຊັດເຈນ ຫຼັງທັງສອງປະເທດຮ່ວມກັນສະເຫຼີມສະຫຼອງຄົບຮອບ 40 ປີ ການສະຖາປະນາຄວາມສໍາພັນທາງການທູດ ເມື່ອປີຜ່ານມາ ໂດຍຜູ້ນໍາຈີນ ແລະ ຍີ່ປຸ່ນເຫັນຊອບຮ່ວມກັນເບື້ອງຕົ້ນໃນຫຼັກການຂອງການຍົກລະດັບຄວາມຮ່ວມມືທາງການຄ້າທີ່ “ເສລີ ແລະ ຍຸຕິທໍາ” ສໍາລັບຄູ່ຄ້າທຸກຝ່າຍ ແລະ ການຕໍ່ຕ້ານການກີດກັນທາງການຄ້າເພື່ອໃຫ້ກົນໄກການຄ້າໂລກສາມາດຂັບເຄື່ອນໄດ້ຢ່າງຄ່ອງຕົວ.

ในภาพอาจจะมี 2 คน, ผู้คนกำลังยืน และชุดสูท

ດ້ານ ທ່ານໂຢຊິຮິເດະ ຊຶກະ ເລຂາທິການຄະນະລັດຖະມົນຕີຍີ່ປຸ່ນ ກ່າວເຖິງຄວາມສໍາພັນລະດັບທະວີພາຄີກັບຈີນ ວ່າ ມີແນວໂນ້ມທີ່ດີຂຶ້ນ ແລະ ຫວັງວ່າ ການຕົກລົງກະຊັບຄວາມຮ່ວມມືທາງການຄ້າຈະນໍາໄປສູ່ການແກ້ໄຂຂໍ້ພິພາດອີກຫຼາຍດ້ານທີ່ຍັງຄ້າງຄາຕໍ່ກັນ ເຊິ່ງລວມເຖິງບັນຫາໃນທະເລຈີນຕາເວັນອອກ ສ່ວນ ທ່ານເກີ່ງ ສ່ວງ ໂຄສົກກະຊວງການຕ່າງປະເທດຈີນບໍ່ໄດ້ກ່າວໂດຍກົງເຖິງປະເດັນຄວາມສໍາພັນກັບຍີ່ປຸ່ນ ແຕ່ຍ້ໍາວ່າລັດຖະບານປັກກິ່ງ ແລະ ຊາວຈີນກໍ່ບໍ່ກັງວົນ ຖ້າສະຫະລັດຈະຂຶ້ນພາສີຄັ້ງໃໝ່ຕໍ່ຈີນອີກ.