ຖ້ຽວບິນ ວຽງຈັນ – ຊຽງໄຮ້ ຈະຍູ້ການທ່ອງທ່ຽວ ລາວ – ຈີນ

95

ລັດວິສາຫະກິດການບິນລາວ ໄດ້ເປີດຖ້ຽວບິນສາຍທາງໃໝ່ທີ່ບິນກົງຈາກຈາກ ວຽງຈັນ ຫຼື ຫຼວງພະບາງ ຫາ ນະຄອນຊຽງໄຮ້ ສປ ຈີນ ໂດຍຫວັງຈະຊ່ວຍຊຸກຍູ້ໃຫ້ນັກທ່ອງທ່ຽວເດີນທາງສະດວກຂຶ້ນ ທັງຈະເປັນການຊ່ວຍກະຕຸ້ນຂະແໜງການທ່ອງທ່ຽວໃຫ້ຄຶກຄັກຂຶ້ນ.

ໃນວັນທີ 23 ມິຖຸນາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ມີພິທີຖະແຫຼງຂ່າວຜະລິດຕະພັນການທ່ອງທ່ຽວລະດູຮ້ອນກັບຖ້ຽວບິນກົງຈາກນະຄອນຫຼວງວຽງຈັນ ຫາ ນະຄອນຊຽງໄຮ້ ສປ ຈີນ ໂດຍການເຂົ້າຮ່ວມຂອງ ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ), ທ່ານ ໄຊສົມບັດ ບຸນນະຜົນ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ ກະຊວງ ຖວທ, ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອຳນວຍການລັດວິສາຫະກິດການບິນລາວ, ພ້ອມດ້ວຍຜູ້ອຳນວຍການໃຫຍ່, ຜູ້ຊ່ວຍອຳນວຍການໃຫຍ່ ບໍລິສັດ ທ່ອງທ່ຽວສາກົນ ຊຽງໄຮ້ ເອເຄີ້ Yueke ກຣຸບ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ສູນ ມະນີວົງ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ກ່າວວ່າ: ການເປີດຜະລິດຕະພັນທ່ອງທ່ຽວລະດູຮ້ອນ ໂດຍສະເພາະແມ່ນຖ້ຽວບິນທີ່ບິນກົງຈາກນະຄອນຫຼວງວຽງຈັນ ໄປຫາ ນະຄອນຊຽງໄຮ້ ສປ ຈີນ ໂດຍສາຍການບິນລາວ ເຊິ່ງສາຍການບິນດັ່ງກ່າວກໍໄດ້ມີການບິນທົດລອງມາແຕ່ເດືອນພຶດສະພາຜ່ານມາ ອາທິດໜຶ່ງ 3 ຄັ້ງ. ດັ່ງນັ້ນ, ບໍລິສັດທ່ອງທ່ຽວສາມາດເຂົ້າຫາຂໍ້ມູນດັ່ງກ່າວນີ້ແລະ ໄປກຳນົດໃນກິດຈະກຳທ່ອງທ່ຽວຂອງຕົນເອງ ເຊິ່ງເຫັນວ່າຫຼາຍບໍລິສັດທ່ອງທ່ຽວຂອງລາວເຮົາມີບໍລິການຂາຍທົວລາວໄປຕ່າງປະເທດ. ດັ່ງນັ້ນ, ເຫດການນີ້ແມ່ນມີຄວາມສຳຄັນໃນການເພີ່ມທາງເລືອກສຳລັບການທ່ອງທ່ຽວ, ນັກທ່ອງທ່ຽວສາມາດເດີນທາງໄປເອງ ຫຼື ຈະໄປກັບບໍລິສັດທົວກໍໄດ້.

ອີກຢ່າງ ນະຄອນຊຽງໄຮ້ ເປັນນະຄອນທີ່ໃຫຍ່ມີນັກທ່ອງທ່ຽວຈາກທົ່ວໂລກໄປທ່ຽວຫຼາຍ. ດັ່ງນັ້ນ, ການເປີດຖ້ຽວບິນ ວຽງຈັນ ຫາ ຊຽງໄຮ້ ກໍຈະເປັນການເພີ່ມທາງເລືອກໃຫ້ນັກທ່ອງທ່ຽວມາທ່ຽວລາວຫຼາຍຂຶ້ນ.

ທ່ານ ສະເຫຼີມ ໄຕຍະລາດ ຮອງຜູ້ອຳນວຍການລັດວິສາຫະກິດການບິນລາວ ກ່າວວ່າ: ປັດຈຸບັນລັດວິສາຫະກິດການບິນລາວ ພວກເຮົາໄດ້ເປີດຖ້ຽວບິນຈາກນະຄອນຫຼວງວຽງຈັນ ບິນກົງຫາ ນະຄອນຊຽງໄຮ້ ສປ ຈີນ 3 ຖ້ຽວຕໍ່ອາທິດ ເຊິ່ງໃນນີ້ເພື່ອເປັນການຕອບສະໜອງອຳນວຍ ຄວາມສະດວກໃຫ້ແກ່ການເດີນທາງຈາກ ວຽງຈັນ ຫາ ຊຽງໄຮ້ ໃຫ້ມີຄວາມສະດວກສະບາຍຕື່ມ. ນະຄອນຊຽງໄຮ້ ເປັນນະຄອນທີ່ໃຫຍ່, ເປັນສູນລວມດ້ານເສດຖະກິດ, ການຄ້າ, ການລົງທຶນຂອງຈີນ ແລະ ເປັນເມືອງປະຫວັດສາດຂອງຈີນອີກດ້ວຍ. ດັ່ງນັ້ນ, ການເປີດຖ້ຽວບິນນີ້ແມ່ນເພື່ອຕອບສະໜອງຕາມແນວທາງນະໂຍບາຍຂອງ 2 ປະເທດ ແລະ ປະກອບສ່ວນສົ່ງເສີມນະໂຍບາຍ ໜຶ່ງແລວໜຶ່ງເສັ້ນທາງ ແລະ ສົ່ງເສີມປີທ່ອງທ່ຽວ ລາວ – ຈີນ ເພື່ອເປັນການຊຸກຍູ້ໃຫ້ກັບຜູ້ປະກອບການຂະແໜງການປິ່ນອ້ອມການທ່ອງທ່ຽວທັງໃນນະຄອນຫຼວງວຽງຈັນ ກໍຄືທົ່ວປະເທດໃຫ້ດີຂຶ້ນ.

( ຂ່າວ: ຄຳນ້ອຍ )