ເກືອບ ແສນຄົນ ເສຍຊີວິດໃນສົງຄາມກາງເມືອງປະເທດເຢເມນ

104

ຈໍານວນຜູ້ເສຍຊີວິດຈາກສົງຄາມກາງເມືອງໃນປະເທດເຢເມນ ນັບຕັ້ງແຕ່ປີ 2015 ເກືອບຮອດ 1 ແສນຄົນ ຂະນະທີ່ ໜ່ວຍງານດ້ານອາຫານຂອງສະຫະປະຊາຊາດຈໍາເປັນຕ້ອງລະງັບການເຮັດວຽກໃນພື້ນທີ່ບາງສ່ວນຂອງເຢເມນດ້ວຍເຫດຜົນດ້ານຄວາມປອດໄພ.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຊານາ ປະເທດເຢເມນ ເມື່ອວັນເສົາ ທີ 22 ມິຖຸນາ ວ່າ ໂຄງການອາຫານໂລກ (WFP: World Food Programme) ອອກຖະແຫຼງການ ເມື່ອວັນພະຫັດ ຜ່ານມາ ວ່າ ໄດ້ “ລະງັບຄວາມຊ່ວຍເຫຼືອບາງສ່ວນ” ໃນພື້ນທີ່ນະຄອນຫຼວງຊານາ ປະເທດເຢເມນ ເຊິ່ງຈະສົ່ງຜົນກະທົບຕໍ່ປະຊາຊົນປະມານ 850.000 ຄົນ ໂດຍ ດັບເບິລຢູເອັຟພີ ໃຫ້ເຫດຜົນກ່ຽວກັບ “ຄວາມຂັດສົນເຖິງຂີດສຸດ ໃນການແຈກຈ່າຍອາຫານ” ອັນເນື່ອງມາຈາກສະຖານະການສູ້ຮົບທີ່ຍັງຮຸນແຮງ ເຊິ່ງສ້າງຄວາມເສຍຫາຍຢ່າງໜັກໃຫ້ກັບລະບົບໂຄງສ້າງພື້ນຖານ ແລະ ຄວາມປອດໄພໃນການລົງພື້ນທີ່ຂອງເຈົ້າໜ້າທີ່ບັນເທົາທຸກ.

ในภาพอาจจะมี 5 คน, ผู้คนกำลังนั่ง และเด็ก

ในภาพอาจจะมี 7 คน, ผู้คนกำลังยืน และสถานที่กลางแจ้ง

ໃນຂະນະທີ່ ສະຫະປະຊາຊາດ (UN) ຢຸດການເຜີຍແຜ່ສະຖິຕິ “ຢ່າງເປັນທາງການ” ຂອງຜູ້ເສຍຊີວິດຈາກສົງຄາມກາງເມືອງໃນເຢເມນທີ່ແຕກຕ່າງກັນ ຕັ້ງແຕ່ ປີ 2014 ຈົນເຖິງປັດຈຸບັນ ກ່ອນທີ່ສະຖານະການຈະຍິ່ງຮຸນແຮງຂຶ້ນອີກ ເມື່ອຊາອຸດິ ອາຣະເບຍ ແລະ ພັນທະມິດເປີດສາກປະຕິບັດການໂຈມຕີທາງທະຫານໃນເຢເມນ ຕັ້ງແຕ່ທ້າຍເດືອນມີນາ 2015 ຈົນເຖິງປັດຈຸບັນນັ້ນ ຖານຂໍ້ມູນຈາກອົງກອນ “The Armed Conflict Location & Event Data Project” ຫຼື AC&ED ລາຍງານຈໍານວນຜູ້ເສຍຊີວິດຈາກສົງຄາມໃນປະເທດເຢເມນ ເຊິ່ງກ້າວເຂົ້າສູ່ປີທີ 5 ແລ້ວ ຢ່າງໜ້ອຍ 91,6 ພັນຄົນ ໂດຍຍັງບໍ່ຈໍາແນກວ່າເປັນຝ່າຍໃດແດ່.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ในภาพอาจจะมี 1 คน, กำลังยิ้ม, กำลังนั่ง, ตาราง, เด็ก และสถานที่กลางแจ้ง

ທັງນີ້ ຈໍານວນຜູ້ເສຍຊີວິດຈາກການສູ້ຮົບສະເພາະເມື່ອປີ ຜ່ານມາ ມີ 30,8 ພັນຄົນ ແຕ່ຈໍານວນຜູ້ເສຍຊີວິດ ນັບຕັ້ງແຕ່ຕົ້ນປີນີ້ ສູງເຖິງ 11,9 ພັນຄົນແລ້ວ ໂດຍສະໝໍລະພູມຮົບທີ່ສະຖານະການຮຸນແຮງທີ່ສຸດຍັງເປັນເມືອງຕິດທ່ານໍ້າ ໂຮໄດດາ ຕັ້ງຢູ່ທາງພາກຕາເວັນຕົກຂອງປະເທດຕິດກັບທະເລແດງ.