ຄູ່ຮັກເຂີຍລາວ-ໃພ້ໄທ ແອັບເປິ້ນ ຟຣຸກ ມອບເງິນຊ່ວຍຊາວ ອັດຕະປື

69

ມາສ່ອງຄູ່ຮັກ ເນັດໄອດໍ ສາວລາວ ແອັບເປິ້ນ ສີສະຫງຽນ ແລະ ບ່າວໄທ ຟຣຸກ ຈິຣະ ນັກສະແດງ, ນັກຮ້ອງວົງ ຊີຄິ້ນໄທ ໄດ້ເດີນທາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພ ທີ່ເມືອງສະໜາມໄຊແຂວງອັດຕະປື ຄັ້ງທີ 2 ໃນວັນທີ 20 ມິຖຸນາ 2019.

ໂດຍ ສາວເປີ້ນ ໄດ້ໂພສຜ່ານເຟດບຸກສ່ວນໂຕຂອງຕົນວ່າ “ອັບເດດສະຖານະການທີ່ ອັດຕະປື ຜ່ານໄປ 2 ສູນພັກຟື້ນ ພັກກິນເຂົ້າ ລະຈະໄປຕໍ່ ສູ້ໆ ມອບເງິນຮອດມື ພໍ່ແມ່ພີ່ນ້ອງ 100% ບໍ່ຜ່ານຄົນກາງ ສະພາບກໍຍັງຄ້າຍໆເກົ່າເວລາຜ່ານໄປ ບ້ານເມືອງກໍຍັງເປ່ເພເສຍຫາຍຢູ່ ຊ່ວຍກັນຄົນລະໄມ້ລະມືເດີ້ພວກເຮົາລຸຍ”

ເຊິ່ງການບໍລິຈາກຄັ້ງນີ້ ແອັບເປິ້ນ ແລະ ຟຣຸກ ໄດ້ນໍາເງິນ ໄປບໍລິຈາກ ງວດສຸດທ້າຍ ໃຫ້ກັບປະຊາຊົນ ແຂວງອັດຕະປື ດ້ວຍຕົນເອງ.
ໂດຍທາງໜຸ່ມ ຟຣຸກກໍ່ໄດ້ໂພສ ເຟດບຸກສ່ວນໂຕ ເຖິງການບໍລິຈາກຄັ້ງນີ້ ໃນຈຳນວນເງິນ 325 ລ້ານກວ່າກີບ ເຊິ່ງກ່ອນໜ້ານີ້ກໍ່ໄດ້ບໍລິຈາກໄປແລ້ວ 318 ລ້ານກວ່າກີບ ລວມທັງໝົດເປັນຈຳນວນເງິນ 644 ລ້ານກວ່າກີບ.

ເປັນຄູ່ຮັກທີ່ໜ້າຮັກທີ່ສຸດເລີຍ ເຊິ່ງປັດຈຸບັນທັງສອງກໍກຳລັງຖືພາພິຍານຮັກໂຕນ້ອຍເປັນທີ່ຮຽບຮ້ອຍ ປະມານ 3 ເດືອນ ທັງ ແອັບເປິ້ນ ຟຣຸກ ແລະ ທາງຄອບຄົວກໍພາກັນຕື່ນເຕັ້ນດີໃຈຫຼາຍ ແລະລຸ້ນໆກັນຢູ່ວ່າຈະອອກມາເປັນຍິງ ຫຼື ຊາຍ ຈະໜ້າຮັກ ໜ້າຊັງສໍ່າໃດ …