ພາກເໜືອເຮັດພັດສະປອດຢູ່ຊຽງຂວາງໄດ້ເລີຍ ທີ1 ກໍລະກົດເປັນຕົ້ນໄປ

301

ທີ່ຜ່ານມາເຫັນສັງຄົມເວົ້າຫຼາຍເລື່ອງຕໍ່ຄີວເຮັດໜັງສືຜ່ານແດນ ຫຼື ພັດສະປອດ, ພໍ່ແມ່ປະຊາຊົນມາແຕ່ຕ່າງແຂວງນອກຈາກເສຍເງິນເດີນທາງໄກມາແລ້ວຕ້ອງຕື່ນເດີກລຸກເຊົ້າໄປຢືນລໍຖ້າຈົນເມື່ອຍກ່ອນຈະຮອດຜຽນຕົນເອງ ບາດນີ້ພີ່ນ້ອງພາກເໜືອຖ້າບໍ່ຢາກມາວຽງຈັນສາມາດໄປໃຊ້ບໍລິການທີ່ສູນໃໝ່ ເປີດຢູ່ແຂວງຊຽງຂວາງຈະເລີ່ມໃຫ້ບໍລິການແຕ່ວັນທີ 1 ກໍລະກົດ 2019 ເປັນຕົ້ນໄປ.

 

 

ເພື່ອສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກ ແລະ ປະຢັດລາຍຈ່າຍ ໃນການຢື່ນຄຳຮ້ອງເຮັດໜັງສືຜ່ານແດນ ໃຫ້ແກ່ປະຊາຊົນບັນດາເຜົ່າໃນເຂດພາກເໜືອ. ດັ່ງນັ້ນ, ກະຊວງການຕ່າງປະເທດຈຶ່ງໄດ້ເປີດສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ (Passsport) ທີ່ບ້ານລີ່ ເມືອງແປກ ແຂວງຊຽງຂວາງ. ສະນັ້ນ, ພະແນກການຕ່າງປະເທດ ແຂວງຊຽງຂວາງ ໄດ້ອອກໜັງສືແຈ້ງເຖິງ ບັນດາເມືອງ, ພະແນກການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງຊຽງຂວາງ ເລື່ອງ ການເປີດນຳໃຊ້ສູນຮັບຄຳຮ້ອງຂໍໜັງສືຜ່ານແດນຢູ່ແຂວງ ຊຽງຂວາງ ທີ່ບ້ານລີ່ ເມືອງແປກ ແຂວງຊຽງຂວາງ.

 

 

ໜັງສືແຈ້ງລະບຸໄວ້ວ່າ: ພະແນກການຕ່າງປະເທດແຂວງຊຽງຂວາງຂໍຖືເປັນກຽດແຈ້ງມາຍັງທາງທ່ານຊາບວ່າ: ການສ້າງສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ (Passsport) ຂອງກະຊວງການຕ່າງປະເທດໄດ້ສຳເລັດ ແລະ ພ້ອມຈະເປີດບໍລິການຮັບໃຊ້ສັງຄົມ ແລະ ເພື່ອເຮັດໃຫ້ການອອກໜັງສືຜ່ານແດນຖືກຕ້ອງຕາມເຕັກນິກການເກັບກຳຂໍ້ມູນສາກົນ, ເຊິ່ງຈະເພີ່ມຄວາມສະດວກ ແລະ ປະຢັດລາຍຈ່າຍໃຫ້ປະຊາຊົນຢູ່ບັນດາແຂວງພາກເໜືອຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ. ກະຊວງການຕ່າງປະເທດຈະໄດ້ເປີດບໍລິການຮັບຄຳຮ້ອງຂໍໜັງສືຜ່ານແດນເລີ່ມແຕ່ວັນທີ່ 1 ກໍລະກົດ 2019 ເປັນຕົ້ນໄປ ຢູ່ທີ່ສູນຮັບຄຳຮ້ອງຂໍຫນັງສືຜ່ານແດນ, ບ້ານລີ່ ເມືອງແປກ ແຂວງຊຽງຂວາງ ຢ່າງເປັນທາງການ.

 

 

ສະນັ້ນ, ພະແນກການຕ່າງປະເທດແຂວງຊຽງຂວາງ ຈຶ່ງຂໍແຈ້ງມາຍັງທຸກພາກສ່ວນເພື່ອຊາບ, ພະແນກການຕ່າງປະເທດ ຈະປິດຮັບຄຳຮ້ອງເພື່ອຂໍໜັງສືຜ່ານແດນຢູ່ພະແນກການຕ່າງປະເທດ ເລີ່ມແຕ່ວັນທີ 28 ມິຖຸນາ 2019 ເປັນຕົ້ນໄປ ແລະໃຫ້ບັນດາທ່ານເຂົ້າໄປໃຊ້ບໍລິການຢູ່ສູນຮັບຄຳຮ້ອງຂໍໜັງສືຜ່ານແດນ ຕາມສະຖານທີ່ທີ່ໄດ້ແຈ້ງມາຂ້າງເທິງນີ້ດ້ວຍ.