ສົງຄາມໄອທີຂອງໂລກ

52

ສົງຄາມໄອທີຂອງໂລກ

 

ກ່ອນອື່ນຢາກໃຫ້ເພື່ອນຜູ້ອ່ານເຂົ້າໃຈວ່າ ສົງຄາມການຄ້າແມ່ນຫຍັງ? ສົງຄາມການຄ້າເກີດຂຶ້ນເມື່ອປະເທດໜຶ່ງຮູ້ສຶກວ່າຄູ່ຄ້າອີກປະເທດໜຶ່ງຂອງຕົນປະຕິບັດຕໍ່ສິນຄ້າຂອງຕົນບໍ່ເປັນທຳ. ສະນັ້ນ, ຈຶ່ງທຳການຕອບໂຕ້ດ້ວຍການຂຶ້ນພາສີສິນຄ້າຂອງປະເທດນັ້ນໆ ເວລາມີການນຳເຂົ້າມາຈຳໜ່າຍໃນປະເທດຂອງຕົນ ປະເທດທີ່ຖືກຕອບໂຕ້ດ້ວຍພາສີດັ່ງກ່າວກໍແກ້ເຜັດດ້ວຍການຂຶ້ນພາສີສິນຄ້າທີ່ນຳເຂົ້າເຊັ່ນດຽວກັນ. ສະຫຼຸບແລ້ວມັນຄືນະໂຍບາຍກີດກັ້ນທາງການຄ້ານັ້ນເອງ.

ກໍລະນີສົງຄາມການຄ້າ ລະຫວ່າງ ສະຫະລັດອາເມຣິກາ ກັບ ສປ ຈີນ ນັ້ນກຳລັງຈະວິວັດທະນາການສູ່ສົງຄາມທາງໄອທີ Tech cold war. ອີງຕາມແຫຼ່ງຂ່າວຈາກຕ່າງປະເທດໃຫ້ຮູ້ວ່າ: ຄູ່ກໍລະນີ Tech cold war ລະຫວ່າງ ສະຫະລັດອາເມຣິກາ ກັບ ສປ ຈີນ ຄາດວ່າຈະເປັນຈຸດເລີ່ມຕົ້ນໃຫ້ຊາວໂລກຕ້ອງເລືອກຂ້າງໃດຂ້າງໜຶ່ງລະຫວ່າງລະບົບປະຕິບັດການສອງລະບົບ ຄື: ແບບຂອງ ສປ ຈີນ ຫຼື ອາເມຣິກາ ເຊິ່ງພົ້ນເດັ່ນສຸດແມ່ນເລື່ອງການສື່ສານ ກໍລະນີ HUAWEI ຖືວ່າເປັນສົງຄາມໄອທີຂອງໂລກ.

 

 

ເຫດການເກີດຂຶ້ນ ໃນວັນທີ 15 ພຶດສະພາ 2019 ໂດຍປະທານາທິບໍດີ ທຣໍາ ອອກຄຳສັ່ງໂດຍອາໄສອຳນາດຕາມລັດຖະບັນຍັດ ວ່າດ້ວຍພາວະສຸກເສີນທາງເສດຖະກິດ ແລະ ຄວາມໝັ້ນຄົງ, ເນື້ອໃນສຳຄັນຂອງຄຳສັ່ງນີ້ແມ່ນຫ້າມບໍລິສັດສັນຊາດ ອາເມຣິກາ ຈັດຊື້ ຫຼື ໃຊ້ງານອຸປະກອນ ຫຼື ຊິ້ນສ່ວນຕ່າງໆຈາກບໍລິສັດຈາກຕ່າງປະເທດ ທີ່ຖືກລະບຸວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງ ແລະ ທຳລາຍຜົນປະໂຫຍດຂອງ ອາເມຣິກາ.

 

 

ເຖິງບໍ່ໄດ້ລະບຸຊື່ປະເທດ ແລະ ຊື່ບໍລິສັດກໍຕາມ ແຕ່ໃນຄວາມເປັນຈິງແລ້ວ ອາເມຣິກາ ກ່າວຫາມາດົນແລ້ວວ່າ: ຫົວເຫວີຍ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງຊາດ ເປັນຊ່ອງວ່າງໃຫ້ ຈີນ ໃຊ້ໃນການໂຈລະກຳ ບໍ່ທໍ່ນັ້ນຍັງຮຽກຮ້ອງໃຫ້ປະເທດພັນທະມິດຢຸດເຊົາການພັດທະນາເຄືອຂ່າຍສື່ສານ 5 ຈີ ທີ່ມີຫຸ້ນສ່ວນກັບ ຫົວເຫວີຍ.

ຈາກນັ້ນ, ມາເຖິງວັນທີ 21 ພຶດສະພາ 2019 ເວັບໄຊທາງການຂອງກະຊວງການຄ້າອາເມຣິກາ ກໍປະກາດວ່າ: ຈະມອບໃບອະນຸຍາດຊົ່ວຄາວເປັນເວລາ 90 ວັນ ໃຫ້ແກ່ ບໍລິສັດ ຫົວເຫວີຍ ແລະ ຄູ່ຮ່ວມມືບໍລິສັດດັ່ງກ່າວ ເປັນການໃຫ້ເວລາໃນການປັບປຸງ ແລະ ສັບຊ້ອນແກ່ພາກສ່ວນ ແລະ ບໍລິສັດທີ່ກ່ຽວຂ້ອງ.

ມື້ດຽວກັນ ທ່ານ ເຢີນເຈີ້ງເຟີ່ຍ ຜູ້ກໍ່ຕັ້ງ ບໍລິສັດ ຫົວເຫວີຍ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈີນ ຢູ່ສຳນັກງານໃຫຍ່ຂອງບໍລິສັດ ຫົວເຫວີຍ ທີ່ຕັ້ງຢູ່ນະຄອນເຊີ່ນເຈີ້ນ ໂດຍກ່າວວ່າ: “ ໃບອະນຸຍາດຊົ່ວຄາວ 90 ວັນ ” ຂອງອາເມຣິກາ ບໍ່ມີຄວາມໝາຍຫຍັງຕໍ່ພວກເຮົາ, ສິ່ງທີ່ສຳຄັນທີ່ສຸດຂອງພວກເຮົາຍັງແມ່ນເຮັດວຽກງານຂອງຕົນໃຫ້ດີ, ສິ່ງທີ່ລັດຖະບານອາເມຣິກາ ໄດ້ເຮັດນັ້ນພວກເຮົາບໍ່ສາມາດປ່ຽນແປງໄດ້.

 

 

ທ່ານ ເຢີນເຈີ້ງເຟີ່ຍ ກ່າວຕື່ມວ່າ: ກ່ອນນີ້ໜຶ່ງປີ ພວກເຮົາກໍຖືກ ອາເມຣິກາ ຈຳກັດແລ້ວ, ແຕ່ວ່າ 5G ຂອງ ຫົວເຫວີຍ ຈະບໍ່ໄດ້ຮັບຜົນກະທົບຢ່າງເດັດຂາດ, ໃນດ້ານເຕັກນິກ 5G ບໍລິສັດອື່ນບໍ່ສາມາດໄລ່ທັນ ຫົວເຫວີຍ ໄດ້ພາຍໃນ 2 – 3 ປີ. ພວກເຮົາຈະບໍ່ມີທ່າທີຈຳກັດຮັດແຄບທີ່ຈະປັດປ່າຍແຜ່ນຊິບຂອງ ອາເມຣິກາ ແຕ່ຫາກແມ່ນຢາກພັດທະນາພ້ອມກັນກັບ ອາເມຣິກາ, ແຕ່ຖ້າຫາກວ່າເກີດມີຄວາມຫຍຸ້ງຍາກໃນການສະໜອງແລ້ວ ພວກເຮົາກໍມີການສະສົມສຳຮອງໄວ້ແລ້ວ, ຄວາມສາມາດການຜະລິດຂອງພວກເຮົາມະຫາສານ, ຜົນກຳໄລຂອງບໍລິສັດພວກເຮົາກໍຈະບໍ່ຫຼຸດລົງ ແລະ ຈະບໍ່ທຳລາຍການພັດທະນາຂອງຂະແໜງການນີ້.

 

 

ຄົນທົ່ວໂລກພວມຕິດຕາມສົງຄາມໄອທີຂອງໂລກທີ່ກຳລັງດຸເດືອດ. ຫົວເຫວີຍ ຄືເປົ້າໝາຍໂຈມຕີຂອງ ອາເມຣິກາ ໂດຍມີ ກູເກິລ ( google ) ເປັນຕົວຂັບເຄື່ອນສຳຄັນໃນພາກທຸລະກິດທີ່ປະກາດຕັດສາຍສຳພັນ ຫົວເຫວີຍ ອອກຈາກລະບົບແອນດຣອຍ ( Android ).

ສະຖານະການທີ່ບີບບັງຄັບນີ້ເຮັດໃຫ້ ຫົວເຫວີຍ ຈຳເປັນຕ້ອງເລັ່ງພັດທະນາລະບົບປະຕິບັດການຂອງຕົນຂຶ້ນມາ ນັ້ນຄື: ລະບົບປະຕິບັດການ ຫົງເໝິງ ( Hongmeng ) ເຊິ່ງ ຫົວເຫວີຍ ໄດ້ພັດທະນາລະບົບ OS ມາແລ້ວ ແລະ ໄດ້ນຳໃຊ້ໃນຕະຫຼາດພາຍໃນມາແລ້ວໃນປີຜ່ານມາແທນທີ່ Android.

ຫຼັງການຕັດສາຍສຳພັນ ກູເກິລ ຈະເສຍຕະຫຼາດຈີນໄປຕະຫຼອດການ ເຊິ່ງກໍໝາຍຄວາມວ່າປ່ອຍຕະຫຼາດໃຫຍ່ຂອງໂລກໃຫ້ຫຼຸດມືໄປ.

ບໍ່ແມ່ນແຕ່ ກູເກິລ ກະທົບທໍ່ນັ້ນ ບໍລິສັດ ເຕັກໂນໂລຊີອື່ນໆຂອງ ອາເມຣິກາ ກໍໄດ້ຮັບຜົນກະທົບຕາມກັນໄປ ເພາະ ຫົວເຫວີຍ ເປັນຜູ້ຊື້ Chips ( ຊິບ ) ປະມວນຜົນລາຍໃຫຍ່ສຳລັບໃຊ້ໃນສະມາດໂຟນ, ຄອມພິວເຕີ, ອຸປະກອນເຄືອຂ່າຍອິນເຕີເນັດ ແລະ ອຸປະກອນທັນສະໄໝອື່ນໆ.

 

 

ດ້ານຜົນກະທົບຈາກສົງຄາມໄອທີຄັ້ງນີ້ ກໍຄືຜູ້ບໍລິໂພກຈະບໍ່ສາມາດຊື້ສະມາດໂຟນຂອງ ຫົວເຫວີຍ ແລະ ຫັນໄປຊື້ຍີ່ຫໍ້ອື່ນແທນ ແລະ ຫຼັງຈາກນັ້ນ ຫົວເຫວີຍ ຈະຕົກຕຳແໜ່ງຈາກຍອດຂາຍສະມາດໂຟນສູງສຸດອັນດັບ 2 ຂອງໂລກທັນທີ ແລະ ຈະມາຢູ່ອັນດັບ 3 ຮອງຈາກຊຳຊຸງ ແລະ ແອັບເປິລ. ໃນທາງກົງກັນຂ້າມ ກູເກິລ ຈະຕ້ອງສູນເສຍລາຍໄດ້ຈາກຄ່າລິຂະສິດໃຊ້ງານສະມາດໂຟນຈາກ ຫົວ  ເຫວີຍ ແລະ ຂາດການໂຄສະນາມືຖື ຫົວເຫວີຍ ເຊິ່ງຈະສົ່ງຜົນໃຫ້ລາຍໄດ້ປີນີ້ຫຼຸດລົງ.

ສ່ວນ ແອັບເປິລ ບໍ່ໄດ້ຮັບຜົນກະທົບຫຼາຍ ຄາດວ່າຍອດຂາຍຈະເພີ່ມຂຶ້ນສາມາດແຊງ ຫົວເຫວີຍ ຂຶ້ນມາໄດ້ ແຕ່ ຄວາມສ່ຽງກໍມີ ເພາະຊິ້ນສ່ວນຂອງໄອໂຟນ ແມ່ນປະກອບຢູ່ ສປ ຈີນ.

ສິ່ງທີ່ ອາເມຣິກາ ຢ້ານໃນເວລານີ້ແມ່ນສິນ – ແຮ່ຫາຍາກ ( Rare – earth elements ) ທີ່ເປັນວັດຖຸດິບສຳຄັນດ້ານເຕັກໂນໂລຊີ ແລະ ອຸດສາຫະກຳຫຼາຍດ້ານ ລວມເຖິງການຜະລິດອາວຸດ ລ້ວນແຕ່ນຳເຂົ້າຈາກ ສປ ຈີນ ເປັນສ່ວນຫຼາຍ ຫາກມີການຕອບໂຕ້ຈາກ ສປ ຈີນ ແລ້ວ ຈະສ້າງຄວາມສູນເສຍໃຫຍ່ຫຼວງຈາກວົງການອຸດສາຫະກຳ ອາເມຣິກາ.

ສ່ວນການພັດທະນາເຄືອຂ່າຍ 5ຈີ ນັ້ນ ຫົວເຫວີຍ ນຳໜ້າທຸກປະເທດໃນໂລກ ຄາດວ່າອີກ 2-3 ປີ ໄປພຸ້ນບັນດາປະເທດອື່ນຈະນຳທັນ. ບັນດາ ບໍລິສັດ ອີຣິກສັນ ຈາກຊູແອັດ, ໂນເກຍ ຈາກ ແຟງລັງ ແລະ ຊຳຊຸງ ຈາກ ເກົາຫຼີໃຕ້ ບໍ່ມີສັກກະຍະພາບຈະໄລ່ທັນ ຫົວເຫວີຍ.

 

ແຫຼ່ງຂ່າວຈາກ EU ໃຫ້ຮູ້ວ່າ: ຖ້າຫາກ EU ສັ່ງຫ້າມ ຫົວເຫວີຍ ບໍ່ໃຫ້ເຂົ້າຮ່ວມການພັດທະນາ 5ຈີ ຈະເຮັດໃຫ້ຜູ້ບໍລິການມືຖືໃນ EU ມີຕົ້ນທຶນສູງຂຶ້ນເຖິງ 55 ຕື້ເອີໂຣ ແລະ ການໃຫ້ບໍລິການ 5ຈີ ຈະຊ້າໄປອີກ 18 ເດືອນ.

ຂ່າວຫຼ້າສຸດແມ່ນສຳນັກງານບໍລິຫານງົບປະມານທໍານຽບຂາວຮຽກຮ້ອງໃຫ້ປະທານາທິບໍດີ ໂດນັນ ທຣໍາ ຂະຫຍາຍເວລາໄລຍະຜ່ອນຜັນກ່ອນບັງຄັບໃຊ້ມາດຕະການຕໍ່ ບໍລິສັດ ຫົວເຫວີຍ ໄປອີກປະມານ 2 ປີ.

ສົງຄາມໄອທີໂລກບໍ່ມີໃຜຊະນະຢ່າງເດັດຂາດ ເພາະການພັດທະນາດ້ານນີ້ຕ້ອງການຄວາມຮ່ວມມືນຳກັນດັ່ງ ທ່ານ ເຢີນເຈີ້ງເຟີ່ຍ ຜູ້ກໍ່ຕັ້ງ ຫົວເຫວີຍ ກ່າວໄວ້ວ່າ: “ ໃນຄວາມເປັນຈິງເຮົາບໍ່ສາມາດແຍກໂຕອອກຈາກໂລກນີ້ໄດ້ ເພາະສະນັ້ນເຮົາຈຶ່ງຄວນຢູ່ເປັນສ່ວນໜຶ່ງຂອງມັນ ”.

 

 

[ ທິດດີ ]